ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ເຢຍລະມັນ

14:40 | 17/10/2020

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມອບຫຼຽນໄຊແຮງງານຊັ້ນສອງ ໃຫ້ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ, ເພື່ອເປັນການຮັບຮູ້ບັນດາຜົນງານດີເດັ່ນຂອງສະມາຄົມໃນວຽກງານ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມ ໜູນຊ່ວຍມຽນມາ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2
ຫວຽດນາມ ຄັດຄ້ານຈີນ ສ້າງຕັ້ງວິສາຫະກິດຢູ່ຮວ່າງຊາຂອງຫວຽດນາມ
ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ເຢຍລະມັນ
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິຢຸງ, ປະທານສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ.

ໃນຕອນເຊົ້າຂອງວັນທີ 16 ຕຸລາ, ທີ່ຮ່າໂນ້ຍ ສສ.ຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ (ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ຈັດພິທີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງ (1985 - 2020), ຮັບຫຼຽນໄຊແຮງງານຊັ້ນ 2; ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ເຢຍລະມັນ (1975 - 2020).

ທີ່ພິທີ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິຢຸງ, ປະທານສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ກ່າວວ່າ ໃນຕະຫຼອດໄລຍະ 35 ປີຜ່ານມາ, ໂດຍມີຄວາມຈົ່ງຮັກພັກດີກັບເປົ້າໝາຍ: ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ເຢຍລະມັນ ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ. ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມີການເຄື່ອນໄຫວທັນການຫຼາຍຢ່າງ ແລະ ມີປະສິດທິຜົນໃນການໂຄສະນາ, ຂົນຂວາຍເພື່ອນມິດເຢຍລະມັນ ແລະ ສາກົນ ສາມັກຄີ, ສະໜັບສະໜູນຫວຽດນາມ ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ມອບຫຼຽນໄຊແຮງງານຊັ້ນສອງໃຫ້ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ, ເພື່ອເປັນການຮັບຮູ້ບັນດາຜົນງານດີເດັ່ນຂອງສະມາຄົມໃນວຽກງານ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ເຢຍລະມັນ
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ.

ປະຈຸບັນ, ເຢຍລະມັນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ, ບໍ່ພຽງແຕ່ຢູ່ສະຫະພາບ ເອີລົບ ເທົ່ານັ້ນຫາກຍັງຢູ່ທົ່ວ ເອີລົບ ອີກດ້ວຍ. ນີ້ກໍ່ແມ່ນປະຕູສົ່ງຕໍ່ສິນຄ້າທີ່ສຳຄັນຂອງ ຫວຽດນາມ ໄປຍັງບັນດາຕະຫຼາດອື່ນໆ. ບັນດາປະເພດສິນຄ້າຂອງ ຫວຽດນາມ ສົ່ງອອກຕົ້ນຕໍໄປຍັງ ເຢຍລະມັນ ແມ່ນເກີບ, ເຄື່ອງຕ່ຳແຜ່ນຕັດຫຍິບ, ກາເຟ, ເຄື່ອງເຟີນີເຈີ, ເຄື່ອງສິລະປະຫັດຖະກຳ, ໂທລະສັບມືຖື, ຄອມພິວເຕີ ແລະ ເຄື່ອງອາໄຫຼ່…

ປີ 2019, ມູນຄ່າສົ່ງອອກຂອງຫວຽດນາມ ໄປຍັງ ເຢຍລະມັນ ບັນລຸ 10,9 ລ້ານໂດລາສະຫະລັດ, ມູນຄ່າສົ່ງອອກຂອງ ເຢຍລະມັນ ເຂົ້າຫວຽດນາມ ບັນລຸ 4,8 ລ້ານໂດລາສະຫະລັດ. ເມື່ອທຽບໃສ່ເຄິ່ງຕົ້ນປີ 2019, ໃນເຄິ່ງຕົ້ນປີ 2020, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19, ແຕ່ມູນຄ່າສົ່ງອອກຂອງຫວຽດນາມ ໄປຍັງ ເຢຍລະມັນ ຍັງເພີ່ມຂຶ້ນ 1,6%. ທ່ານ Guido Hildner ຖືວ່າ: “ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ມີຜົນສັກສິດແຕ່ວັນທີ 1 ສິງຫາ 2020 ແມ່ນຂີດໝາຍສໍາຄັນໃນການພົວພັນເສດຖະກິດລະຫວ່າງສອງຝ່າຍ. ສັນຍານີ້ຈະຊຸກຍູ້ການຮ່ວມມືເສດຖະກິດຫວຽດນາມ-ເຢຍລະມັນ ຫຼາຍກວ່າອີກ”.

ຄຽງຂ້າງນັ້ນ, ການສຶກສາກໍ່ແມ່ນຂົງເຂດຮ່ວມມືສໍາຄັນລະຫວ່າງສອງປະເທດ. ປະຈຸບັນ, ມີນັກສຶກສາຫວຽດນາມ ປະມານ 7.500 ຄົນພວມຮໍ່າຮຽນຢູ່ເຢຍລະມັນ, ມີ 163 ໂຄງການຮ່ວມມືຄົ້ນຄວ້າວິທະຍາສາດລະຫວ່າງບັນດາມະຫາວິທະຍາໄລຂອງເຢຍລະມັນ ແລະຫວຽດນາມ.

ປະເທດອາເມລິກາ ໄດ້ຊົມເຊີຍອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນການອອກສຽງກ່ຽວກັບທະເລຕາເວັນອອກ

ຍສໝ - ເລ່ື່ອງສາມປະເທດມະຫາອຳນາດ ອັງກິດ, ເຢຍລະມັນ ແລະ ຝຣັ່ງ ສົ່ງບົດບັນທຶກຮ່ວມ ເຖິງສະຫະປະຊາຊາດ ທີ່ປະຕິເສດຄຳຮຽກຮ້ອງຂອງຈີນໃນທະເລຕາເວັນອອກ ໄດ້ຮັບຄວາມສົນໃຈຈາກລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ.

ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ: ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

ຍສໝ - ABC ຖືວ່າໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ.

ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະທີ່ຕັ້ງຂອງກອງທັບ ແລະ ປະເທດຫວຽດນາມ ບົນເວທີສາກົນ

ຍສໝ - ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.

ໄຊພອນ

ເຫດການ
302 Found

Found

The document has moved here.