ໃນຊຸມເດືອນທ້າຍປີ, ພື້ນຖານເສດຖະກິດຫວຽດນາມ ກໍ່ມີບັນດາກາລະໂອກາດເພື່ອຟື້ນຟູ ແລະ ພັດທະນາ

17:45 | 08/10/2020

ຍສໝ - ມີຫຼາຍອົງການຈັດຕັ້ງສາກົນໄດ້ຄາດຄະເນວ່າເສດຖະກິດຫວຽດນາມ, ຈະຟື້ນຟູດີພໍສົມຄວນ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ນອນໃນຈຳນວນໜ້ອຍບັນດາປະເທດໃນໂລກມີການເຕີບໂຕທາງບວກໃນປີ 2020 ຍ້ອນການຄວບຄຸມພະຍາດໂຄວິດ-19 ໄດ້ດີ.

ໃນຊ ມເດ ອນທ າຍປ ພ ນຖານເສດຖະກ ດຫວຽດນາມ ກ ມ ບ ນດາກາລະໂອກາດເພ ອຟ ນຟ ແລະ ພ ດທະນາ ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021
ໃນຊ ມເດ ອນທ າຍປ ພ ນຖານເສດຖະກ ດຫວຽດນາມ ກ ມ ບ ນດາກາລະໂອກາດເພ ອຟ ນຟ ແລະ ພ ດທະນາ ຄວາມປະທັບໃຈຕໍ່ມິດຕະພາບຫວຽດນາມ - ເຊັກ ຜ່ານການວາງສະແດງຮູບພາບ “ຫວຽດນາມ ປ່ຽນໃໝ່ ແລະ ພັດທະນາ”
ໃນຊ ມເດ ອນທ າຍປ ພ ນຖານເສດຖະກ ດຫວຽດນາມ ກ ມ ບ ນດາກາລະໂອກາດເພ ອຟ ນຟ ແລະ ພ ດທະນາ
ພາບປະກອບ

ບົດລາຍງານຂອງກະຊວງແຜນການ ແລະການລົງທຶນກໍ່ໃຫ້ເຫັນວ່າ, ການເຄື່ອນໄຫວດ້ານການຄ້າ, ການບໍລິການໃນເດືອນກັນຍາ ໄດ້ເຕີບໂຕຄືນໃໝ່, ຕະຫຼາດສິນຄ້າ ແລະຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆເປັນປົກກະຕິແລ້ວ, ບັນດາສະຖານທີ່ທ່ອງທ່ຽວຢູ່ຫຼາຍແຂວງ, ນະຄອນໄດ້ເປີດປະຕູຄືນໃໝ່. ບັນດາການເຄື່ອນໄຫວກະຕຸກຊຸກຍູ້ການໃຊ້ສອຍ, ການທ່ອງທ່ຽວພວມຜັນຂະຫຍາຍຢ່າງຂ້ຽວຂາດ. ຍອດລະດັບການຂາຍຍ່ອຍສິນຄ້າ ແລະລາຍຮັບຈາກການບໍລິການໃຊ້ສອຍເດືອນ ກັນຍາ 2020 ເພີ່ມ 2,7% ເມື່ອທຽບໃສ່ກັບເດືອນສິງຫາ ແລະເພີ່ມ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດນັ້ນແມ່ນການເຄື່ອນໄຫວສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ສືບຕໍ່ບັນລຸລະດັບການສົ່ງອອກເກີນດຸນຂຶ້ນເຖິງເກືອບ 17 ຕື້ໂດລາສະຫະລັດ ພາຍຫຼັງ 9 ເດືອນ, ລະດັບການສົ່ງອອກເກີນດຸນນີ້ໄດ້ເພີ່ມຂຶ້ນທົບ 2,6 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2018 ແລະທົບ 2,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ນສະພາບການໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນໃນທົ່ວໂລກ ເຊິ່ງກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ພື້ນຖານເສດຖະກິດ ໂລກ, ການເຄື່ອນໄຫວສົ່ງອອກສິນຄ້າຂອງ ຫວຽດນາມ ຍັງຄົງຮັກສາໄດ້ລະດັບການເຕີບໂຕທາງບວກ, ດ້ວຍວົງເງິນສົ່ງອອກ, ນຳເຂົ້າສິນຄ້າທັງໝົດບັນລຸໄດ້ 388,73 ຕື້ USD, ເພີ່ມຂຶ້ນ 1,8%; ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຂົງເຂດເສດຖະກິດພາຍໃນປະເທດສືບຕໍ່ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕຂອງການສົ່ງອອກໃນທົ່ວປະເທດເມື່ອບັນລຸໄດ້ 71,83 ຕື້ USD, ເພີ່ມຂຶ້ນຢ່າງແຮງ 20,2%, ກວມເອົາ 35,4% ຂອງຍອດວົງເງິນສົ່ງອອກ.

ຕາມຂໍ້ມູນ ຂອງ ກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ຍອດຜະລິດຕະພັນພາຍໃນປະເທດ (GDP) 9 ເດືອນຕົ້ນປີ 2020 ຄາດຄະເນວ່າ ຈະເພີ່ມຂຶ້ນ 2,12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ໄຕມາດ 4 ມີຄວາມບົ່ມຊ້ອນ ແລະ ເງື່ອນໄຂສະດວກຫຼາຍກ່ວາ ເພື່ອເພີ່ມຄວາມໄວໃນການເຕີບໂຕ. ໃນນັ້ນ, ການຊົມໃຊ້ພາຍໃນປະເທດ ແລະ ການລົງທຶນຈະເປັນກຳລັງໜູນຕົ້ນຕໍໃນການຊຸກຍູ້ການເຕີບໂຕໃນຊຸມເດືອນທີ່ຍັງເຫຼືອ.

ຕາມທ່ານ ຫງວຽນຈີ໊ຢູງ ລັດຖະມົນຕີແຜນການ ແລະການລົງທຶນ ແລ້ວ, ການຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີແມ່ນພື້ນຖານເພື່ອໃຫ້ເສດຖະກິດ 3 ເດືອນທ້າຍປີຟື້ນຟູ. ໃນໄລຍະຈະມາເຖິງ, ຕ້ອງມີກົນໄກ, ມາດຕະການນະໂຍບາຍຢ່າງແຮງ, ຂ້ຽວຂາດເພື່ອສ້າງກຳລັງໜູນໃຫ້ທັງພື້ນຖານເສດຖະກິດ, ກະຕຸກຊຸກຍູ້ໃຫ້ທັງ 3 ກຳລັງໜູນເຕີບໂຕຕົ້ນຕໍ (ການລົງທຶນ, ການສົ່ງອອກ ແລະການໃຊ້ສອຍ) ເພື່ອສູ້ຊົນໃຫ້ບັນລຸຄາດໝາຍຂອງແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020 ໃນລະດັບສູງສຸດ. ພ້ອມກັນນັ້ນ, ສະພາບ “ຫຼັງພະຍາດໂຄວິດ-19” ແລະການປະຕິວັດອຸດສາຫະກຳຄັ້ງທີ 4 ພວມສ້າງກາລະໂອກາດ ແລະຄວາມສະດວກເພື່ອສ້າງໂຄງປະກອບຄືນໃໝ່, ຫັນປ່ຽນດີຈີຕອນ, ຫັນປ່ຽນຮູບແບບມຸ່ງໄປເຖິງການເຕີບໂຕໄວ, ຍືນຍົງ.

ໃນຊ ມເດ ອນທ າຍປ ພ ນຖານເສດຖະກ ດຫວຽດນາມ ກ ມ ບ ນດາກາລະໂອກາດເພ ອຟ ນຟ ແລະ ພ ດທະນາ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

ໃນຊ ມເດ ອນທ າຍປ ພ ນຖານເສດຖະກ ດຫວຽດນາມ ກ ມ ບ ນດາກາລະໂອກາດເພ ອຟ ນຟ ແລະ ພ ດທະນາ ສືບຕໍ່ເພີ່ມທະວີການຄຸ້ມຄອງຊາຍແດນຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ

ຍສໝ - ຕອນເຊົ້າວັນທີ 24 ຕຸລາ, ທ່ານພັນເອກ ບຸນລໍ້າ ພະໄຊສົມບັດ, ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ ນໍາໜ້າຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການທະຫານຊາຍແດນ. ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນ ເປັນປະທານການຕ້ອນຮັບຄະນະ.

ໃນຊ ມເດ ອນທ າຍປ ພ ນຖານເສດຖະກ ດຫວຽດນາມ ກ ມ ບ ນດາກາລະໂອກາດເພ ອຟ ນຟ ແລະ ພ ດທະນາ ພະແນກ ຖວທ ຄຳມ່ວນ ເປີດການແຂ່ງຂັນຍ້ອງຍໍ ພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາ

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2019 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຂັນຕີ ໂພທິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ມີບັນດາທ່ານໃນຄະນະພັກ, ຄະນະພະແນກ, ຂະແໜງການ, ກອງວິຊາການອ້ອມຂ້າງ ຕະຫຼອດເຖິງພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.

ໄຊພອນ

ເຫດການ
302 Found

Found

The document has moved here.