ສືບຕໍ່ເພີ່ມທະວີການຄຸ້ມຄອງຊາຍແດນຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ

12:51 | 28/10/2019

ຍສໝ - ຕອນເຊົ້າວັນທີ 24 ຕຸລາ, ທ່ານພັນເອກ ບຸນລໍ້າ ພະໄຊສົມບັດ, ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ ນໍາໜ້າຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການທະຫານຊາຍແດນ. ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນ ເປັນປະທານການຕ້ອນຮັບຄະນະ.

ສືບຕໍ່ເພີ່ມທະວີການຄຸ້ມຄອງຊາຍແດນຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ

ທ່ານພົນຈັດຕະວາ ເລວັນຟຸກ ຕ້ອນຮັບທ່ານພັນເອກ ບຸນລໍ້າ ພະໄຊສົມບັດ. (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ເລວັນຟຸກ ສະແດງຄວາມຂອບໃຈຕໍ່ການຮ່ວມມືຢ່າງແໜ້ນແຟ້ນຂອງກະຊວງປ້ອງກັນຄວາມສະຫງົບລາວ ທີ່ມີຕໍ່ກອງບັນຊາການທະຫານຊາຍແດນໃນການຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນລະຫວ່າງສອງປະເທດ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ. ພ້ອງທັງປາດຖະໜາວ່າໃນໄລຍະຈະມາເຖິງ, ບັນດາອົງການວິຊາການຂອງກະຊວງປ້ອງກັນຄວາມສະຫງົບລາວ ຈະສືບຕໍ່ເພີ່ມທະວີຮັກສາການປະຕິບັດລະບຽບການສົມທົບກັບກອງບັນຊາການທະຫານຊາຍແດນ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນ, ສ້າງຊາຍແດນສັນຕິພາບ, ມິດຕະພາບ.

ສືບຕໍ່ເພີ່ມທະວີການຄຸ້ມຄອງຊາຍແດນຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ

ທ່ານພົນຈັດຕະວາ ເລວັນຟຸກ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພັນເອກ ບຸນລໍ້າ ພະໄຊສົມບັດ. (ພາບ: qdnd.vn)


ທ່ານພັນເອກ ບຸນລໍ້າ ພະໄຊສົມບັດ ໃຫ້ຮູ້ວ່າ, ຈຸດປະສົງຂອງການເຮັດວຽກຄັ້ງນີ້ແມ່ນແນໃສ່ຢັ້ງຢືນບັນດາອົງການວິຊາການຂອງກະຊວງປ້ອງກັນຄວາມສະຫງົບລາວ ຈະສືບຕໍ່ຜັນຂະຫຍາຍແຜນການຮ່ວມມືກັບກອງບັນຊາການທະຫານຊາຍແດນ. ພ້ອມທັງເຊື່ອໝັ້ນວ່າ, ດ້ວຍການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກໍາລັງ, ການຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ ແລະກະຊວງປ້ອງກັນຄວາມສະຫງົບລາວ ຈະຍາດໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ແລະກໍາລັງສອງປະເທດເວົ້າສະເພາະ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.