ພະແນກ ຖວທ ຄຳມ່ວນ ເປີດການແຂ່ງຂັນຍ້ອງຍໍ ພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາ

14:23 | 22/08/2019

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2019 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຂັນຕີ ໂພທິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ມີບັນດາທ່ານໃນຄະນະພັກ, ຄະນະພະແນກ, ຂະແໜງການ, ກອງວິຊາການອ້ອມຂ້າງ ຕະຫຼອດເຖິງພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.

ພະແນກ ຖວທ ຄຳມ່ວນ ເປີດການແຂ່ງຂັນຍ້ອງຍໍ ພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາ

ເປີດການແຂ່ງຂັນຍ້ອງຍໍ ພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາ.(ພາບ:Khammouane News)

ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳປີ 2019 ຂອງພະແນກ ຖວທ ແຂວງ ໄດ້ກຳນົດເອົາ 5 ເນື້ອໃນຂໍ້ແຂ່ງຂັນຄື: ແຂ່ງຂັນປະຕິບັດແບບແຜນວິທີເຮັດວຽກທີ່ດີ ມີວິທະຍາສາດ, ການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ການປະຕິບັດວຽກງານວິຊາສະເພາະ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການປະຕິບັດວຽກງານວັດທະນະທຳ-ສັງຄົມການສ້າງຂະບວນການ ບົນພື້ນຖານປະຕິບັດຕາມ 4 ຄາດໝາຍລວມຂອງການຈັດຕັ້ງແຂ່ງຂັນພັດທະນາຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ໂອກາດດັ່ງກ່າວບັນດາຂະ ແໜງການຍັງໄດ້ຮ່ວມຈັບມືແຂ່ງຂັນກັນ ເພື່ອນຳເອົາເນື້ອໃນຈິດໃຈຂອງຂໍ້ແຂ່ງຂັນດັ່ງກ່າວໄປຜັນຂະຫຍາຍຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ຄວາມຮັບຜິດຊອບພາຍໃນຂະແໜງການຂອງຕົນ. ເຊິ່ງທ່ານ ຂັນຕີ ໂພທິນ ໄດ້ມີຄຳເຫັນຊີ້ນຳ ໂດຍໄດ້ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງເປັນເຈົ້າການສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດ, ຍົກສູງຄວາມຮັບຜິດຊອບວຽກງານຂອງຕົນໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ທ່ວງທັນກັບສະພາບການ ໂດຍສະເພາະຂົງເຂດສື່ມວນຊົນ ຕ້ອງຮັບປະກັນດ້ານເນື້ອໃນຂ່າວສານທີ່ຖືກຕ້ອງ, ຕອບໂຕ້ສື່ຕ່າງໆທີ່ມີເນື້ອໃນບິດເບືອນຄວາມຈິງ ໄປຄຽງຄູ່ກັນນັ້ນກໍ່ຕ້ອງເອົາໃຈໃສ່ປົກປັກຮັກສາວັດທະນະທຳຂອງຊາດຂອງທ້ອງຖິ່ນ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນແຂວງໃຫ້ນັບມື້ນັບຫຼາຍຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: Khammouane News)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.