35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ

16:43 | 07/10/2020

ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ໃນປະຈຸບັນ ທີ່ຫວຽດນາມ  ແມ່ນ 1098 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1028 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

35 ມ ແລ ວ ທ ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດ covid 19 ໃໝ ຕ ມອ ກໃນຊ ມຊ ນ ທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 34,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ
35 ມ ແລ ວ ທ ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດ covid 19 ໃໝ ຕ ມອ ກໃນຊ ມຊ ນ ຫວຽດ​ນາມ​ ​ສາ​ມາດ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໄດ້​ເປັນ​ຢ່າງ​ດີ
35 ມ ແລ ວ ທ ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດ covid 19 ໃໝ ຕ ມອ ກໃນຊ ມຊ ນ
ພາບປະກອບ

ປະຈຸບັນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 36 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1 ລ້ານຄົນ, ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ໃນປະຈຸບັນ ທີ່ຫວຽດນາມ ແມ່ນ 1098 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1028 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ. 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ.

ຕາມ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ສປປ.ລາວ ແລ້ວ, ປັດຈຸບັນ, ທົ່ວປະເທດ ມີຜູ້ຈໍາກັດບໍລິເວນ ຈໍານວນ 3.115 ຄົນ ຢູ່ 42 ສູນ, ໂດຍໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ໝາຍຄວາມວ່າ ບໍ່ພົບຜູ້ຕິດເຊື້ອໃຫມ່ ແລະ ມີຕົວເລກຜູ້ຕິດເຊື້ອສະສົມ 23 ຄົນ. ຂະນະທີ່ຜູ້ຕິດເຊື້ອນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດ ປົກກະຕິແຕ່ຢ່າງໃດ. ແນວໃດກໍຕາມ, ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ໃຫ້ຂໍ້ສັງເກດວ່າ: ບັນຫາສຳຄັນແມ່ນ ການລາຍງານ ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຈາກທົ່ວໂລກ ໃນແຕ່ລະວັນແມ່ນຍັງ ມີທ່າອ່ຽງເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນປົກປ້ອງຕົນເອງ ແລະ ຄົນໃນຄອບຄົວຂອງທ່ານ, ໂດຍການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ແລະ ການດໍາລົງວິຖີ ຊີວິດແບບໃໝ່ ເປັນຕົ້ນ ການລ້າງມືໃສ່ສະບູເລື້ອຍໆ ຫລື ເຈວລ້າງມືທີ່ປະສົມເຫລົ້າ, ຮັກສາໄລຍະຫ່າງໃນສັງຄົມ, ໃສ່ຜ້າປິດປາກ-ດັງ ເມື່ອໄປສະ ຖານທີ່ ທີ່ມີຜູ້ຄົນແອອັດ, ບໍ່ເອົາມືສຳຜັດຕາ, ດັງ ຫລື ປາກ, ເມື່ອທ່ານໄອ ຫລື ຈາມ ຄວນໃຊ້ແຂນພັບຂໍ້ສອກປິດປາກ, ກິນຮ້ອນໃຊ້ບ່ວງກາງ ແລະ ໄປພົບແພດ ເມື່ອຮູ້ສຶກບໍ່ສະບາຍ. ການປະຕິບັດທັງໝົດນີ້, ກໍເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ຂອງພະຍາດ COVID-19 ໃຫ້ສະຫງົບລົງເທື່ອລະກ້າວ.

35 ມ ແລ ວ ທ ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດ covid 19 ໃໝ ຕ ມອ ກໃນຊ ມຊ ນ ທົ່ວໂລກຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 32 ລ້ານຄົນ, ໃນຮອບເວລາ 24 ຊົ່ວໂມງມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 314.000 ຄົນ ໃນນັ້ນມີ ຜູ້ເສຍຊີວິດ

ອາຊີມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 10 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 186.000 ຄົນ.

35 ມ ແລ ວ ທ ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດ covid 19 ໃໝ ຕ ມອ ກໃນຊ ມຊ ນ ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 31.5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 968.865 ຄົນ

ປັດຈຸບັນ ອາເມລິກາ ຍັງຄົງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດຫຼາຍກ່ວາ 7 ລ້ານຄົນ ແລະ ຜູ້ເສຍຊີວິດ 204.467 ຄົນ.

35 ມ ແລ ວ ທ ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດ covid 19 ໃໝ ຕ ມອ ກໃນຊ ມຊ ນ ນະຄອນດ່ານັ້ງ ສືບຕໍ່ຜ່ອນຜັນບັນດາມາດຕະການປ້ອງກັນ COVID – 19

ນັບແຕ່ວັນທີ 18 ກັນຍາ, ທຸກໆການເຄື່ອນໄຫວຢູ່ດ່ານັ້ງຈະກັບຄືນສູ່ສະພາບການປົກກະຕິນອກຈາກຮ້ານເທັກ, ກາຣາໂອເກ, ຮ້ານໜວດ. ຄຽງຄູ່ກັນນ້ັນ, ນະຄອນດ່ານັ້ງຈະຮັກສາບັນດາມາດຕະການ ໃສ່ຜ້າອັດປາກ - ຂ້າເຊື້ອ - ຮັກສາໄລຍະຫ່າງ - ບໍ່ເຕົ້າໂຮມຫຼາຍຄົນ - ແຈ້ງອາການສຸຂະພາບ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ ຢູ່ລະດັບສູງ.

ໄຊພອນ

ເຫດການ
302 Found

Found

The document has moved here.