ການາດາ ຢັ້ງຢືນການພົວພັນດ້ານການຄ້າຢ່າງແໜ້ນແຟ້ນກັບ ຫວຽດນາມ

11:48 | 06/10/2020

ຍສໝ - ປະຈຸບັນ, ຫວຽດນາມແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງການາດາໃນອາຊຽນ, ດ້ວຍມູນຄ່າການຄ້າສອງຝ່າຍບັນລຸ 7,98 ຕື້ CAD ໃນປີ 2019.

ການາດາ ຢ ງຢ ນການພ ວພ ນດ ານການຄ າຢ າງແໜ ນແຟ ນກ ບ ຫວຽດນາມ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17
ການາດາ ຢ ງຢ ນການພ ວພ ນດ ານການຄ າຢ າງແໜ ນແຟ ນກ ບ ຫວຽດນາມ ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19

ໃນກອງປະຊຸມສຳມະນາທາງຖ່າຍທອດສົດ ໃນວັນທີ 3 ຕຸລາທີ່ຈັດໂດຍສະພາການຄ້າການາດາ - ຫວຽດນາມ, ທ່ານນາງ Kendal Hembroff - ຜູ້ອຳນວຍການໃຫຍ່ນະໂຍບາຍການຄ້າ ແລະ ການເຈລະຈາ ທີ່ພະແນກກິດຈະການທົ່ວໂລກ (GAC) ຂອງການາດາ, ໃຫ້ຮູ້ວ່າ: "ການາດາ ແລະ ຫວຽດນາມ ມີສາຍພົວພັນທາງການຄ້າທີ່ເຂັ້ມແຂງ, ໄດ້ສ້າງຂື້ນບົນພື້ນຖານຂອງການພົວພັນລະຫວ່າງປະຊາຊົນຢ່າງດີງາມ."

ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງການາດາ ໃນສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ດ້ວຍມູນຄ່າແລກປ່ຽນສິນຄ້າສອງຝ່າຍບັນລຸ 7,98 ຕື້ CAD (ເທົ່າກັບ 6,01 ຕື້ໂດລາສະຫະລັດ) ໃນປີ 2019, ທຽບໃສ່ 6,5 ຕື້ CAD ໃນປີ 2018.

ການາດາ ຢ ງຢ ນການພ ວພ ນດ ານການຄ າຢ າງແໜ ນແຟ ນກ ບ ຫວຽດນາມ
ການາດາ ຢັ້ງຢືນການພົວພັນດ້ານການຄ້າຢ່າງແໜ້ນແຟ້ນກັບ ຫວຽດນາມ.

ທ່ານນາງ Hembroff ໄດ້ຄາດຄະເນວ່າ ສັນຍາການຄ້າຮອບດ້ານລະຫວ່າງການາດາ ແລະ ອາຊຽນຈະມີຜົນປະໂຫຍດແກ່ທຸກໆຝ່າຍທີ່ກ່ຽວຂ້ອງ. ຂໍ້ຕົກລົງດັ່ງກ່າວ ຈະຊ່ວຍໃຫ້ຫວຽດນາມ ມີໂອກາດສູງສຸດທີ່ໄດ້ນຳມາໂດຍສັນຍາການຄ້າເສລີ (FTA), ເຊິ່ງໃນຂະນະດຽວກັນ ໄດ້ສ້າງເງື່ອນໄຂໃຫ້ຫວຽດນາມ “ຍົກສູງຜົນກະທົບທີ່ດີ” ຂອງສັນຍາ CPTPP ໃນຂອບເຂດມີຜົນປະໂຫຍດສ່ວນລວມ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມກ່າວຟ່ອງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ການາດາ ໃຫ້ຮູ້ວ່າ: ດ້ວຍຜົນປະໂຫຍດເປັນບົດບາດ “ໃຈກາງ” ຂອງ FTA ໃນອາຊີ - ປາຊີຟິກ, ຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ນຳເອົາສິນຄ້າ ແລະ ການບໍລິການຂອງປະເທດການາດາ ເຊິ່ງສາມາດເຂົ້າເຖິງທ້ອງຕະຫຼາດ ມີຜູ້ບໍລິໂພກ 660 ລ້ານຄົນຂອງອາຊຽນ, ກໍ່ຄືເປັນທ້ອງຕະຫລາດທີ່ສຳຄັນອື່ນໆໃນພາກພື້ນ.

ປະຈຸບັນ, ຫວຽດນາມພວມຢູ່ໃນອັນດັບທີ 10 ຂອງທ້ອງຕະຫຼາດສົ່ງອອກອາຫານທະເລ ຂອງການາດາ. ໃນຂະນະນັ້ນ, ການາດາ ອາດຈະແມ່ນການຕະຫຼາດເພື່ອໃຫ້ບັນດາຜະລິດຕະພັນຂອງຫວຽດນາມ ໄດ້ແຊກລິ້ມເຂົ້າຕະຫຼາດອື່ນຢູ່ພາກພື້ນອາເມລິກາ.

ໃນສະພາບການຂອງການພົວພັນດ້ານການຄ້າການາດາ - ອາຊຽນ ມີທ່າແຮງການເຕີບໂຕທີ່ເຂັ້ມແຂງ, ບັນດາຜູ້ຊ່ຽວຊານການາດາ ໄດ້ກ່າວວ່າຈຳເປັນຕ້ອງສ້າງໂຄງປະກອບເພື່ອອຳນວຍຄວາມສະດວກ ໃຫ້ແກ່ການເຕີບໂຕ ແລະ ປັບຕົວເຂົ້າກັບບັນດາທ່າອ່ຽງ ແລະ ສິ່ງທ້າທາຍໃໝ່ໃນເຄື່ອນໄຫວການຄ້າ ແລະ ການລົງທືນສາກົນ.

ການາດາ ຢ ງຢ ນການພ ວພ ນດ ານການຄ າຢ າງແໜ ນແຟ ນກ ບ ຫວຽດນາມ ສະຖານທູດຫວຽດນາມປະຈຳ ການາດາຮ່ວມ​ເດີນ​ທາງ​ກັບພົນລະເມືອງໃນ​ການປ້ອງກັນ ແລະ ຕ້ານ​ໂລກ​ລະ​ບາດ Covid-19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຟ້າມເຟືອກຟອງ ໃຫ້ຮູ້ວ່າ, ໃນໄລຍະເບື້ອ​ງ​ຕົ້ນຂອງໂລກລະບາດ, ສະຖານທູດໄດ້ມອບວຽກໃຫ້ພະນັກງານ, ລັດຖະກອນຢ່າງ ເໝາະສົມ, ຕັ້ງໂທລະສັບສາຍດ່ວນ (3 ສາຍ) ແລະ ກ່ອງຈົດໝາຍເອ​ເລັກ​ໂຕ​ນິກ 24/24 ຊົ່ວ​ໂມງ ແລະ 7 ວັນ/ອາທິດເພື່ອຮັກ​ສາ​ການຕິດຕໍ່ພົວພັນໃນ​ການສະໜັບສະໜູນ ພົນລະເມືອງໃຫ້ດີທີ່ສຸດໃນສະພາບການອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ປະ​ຕິ​ບັດ​ການ​ແຍກ​ຫ່າງໃນສັງຄົມ.

ການາດາ ຢ ງຢ ນການພ ວພ ນດ ານການຄ າຢ າງແໜ ນແຟ ນກ ບ ຫວຽດນາມ ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19

ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vancouver, ການາດາໄດ້ຈັດພິທີມອບຜ້າອັດປາກຂອງລັດຖະບານໃຫ້ແກ່ຊາວຫວຽດນາມ ຢູ່ ບັນດາແຂວງທາງທິດຕາເວັນຕົກຂອງການາດາ.

ການາດາ ຢ ງຢ ນການພ ວພ ນດ ານການຄ າຢ າງແໜ ນແຟ ນກ ບ ຫວຽດນາມ ໜັງສືພິມການາດາ: ຄົນເຈັບທີ 91 - ສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ຍສໝ - ບົດຂຽນຊີ້ແຈ້ງວ່າສະພາບການ “ເຈັບປ່ວຍໜັກຍາກທີ່ຈະລອດ” ຂອງນັກບິນຄົນອັງກິດ Cameron ແລະ ຄວາມບຸກບືນຂອງບັນດາແພດໝໍຫວຽດນາມ ເພື່ອຊ່ວຍຊູຊີວິດຂອງຄົນເຈັບທີ 91 ນີ້ ເຊິ່ງໄດ້ກາຍເປັນສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.