ສະຖານທູດຫວຽດນາມປະຈຳ ການາດາຮ່ວມ​ເດີນ​ທາງ​ກັບພົນລະເມືອງໃນ​ການປ້ອງກັນ ແລະ ຕ້ານ​ໂລກ​ລະ​ບາດ Covid-19

17:11 | 05/08/2020

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຟ້າມເຟືອກຟອງ ໃຫ້ຮູ້ວ່າ, ໃນໄລຍະເບື້ອ​ງ​ຕົ້ນຂອງໂລກລະບາດ, ສະຖານທູດໄດ້ມອບວຽກໃຫ້ພະນັກງານ, ລັດຖະກອນຢ່າງ ເໝາະສົມ, ຕັ້ງໂທລະສັບສາຍດ່ວນ (3 ສາຍ) ແລະ ກ່ອງຈົດໝາຍເອ​ເລັກ​ໂຕ​ນິກ 24/24 ຊົ່ວ​ໂມງ ແລະ 7 ວັນ/ອາທິດເພື່ອຮັກ​ສາ​ການຕິດຕໍ່ພົວພັນໃນ​ການສະໜັບສະໜູນ ພົນລະເມືອງໃຫ້ດີທີ່ສຸດໃນສະພາບການອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ປະ​ຕິ​ບັດ​ການ​ແຍກ​ຫ່າງໃນສັງຄົມ.

ສະຖານທ ດຫວຽດນາມປະຈຳ ການາດາຮ ວມ ເດ ນ ທາງ ກ ບພ ນລະເມ ອງໃນ ການປ ອງກ ນ ແລະ ຕ ານ ໂລກ ລະ ບາດ covid 19 ນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 280 ຄົນຈາກເອີຣົບ ກັບຄືນປະເທດຢ່າງປອດໄພ
ສະຖານທ ດຫວຽດນາມປະຈຳ ການາດາຮ ວມ ເດ ນ ທາງ ກ ບພ ນລະເມ ອງໃນ ການປ ອງກ ນ ແລະ ຕ ານ ໂລກ ລະ ບາດ covid 19 ນໍາສົ່ງພົນລະເມືອງຫວຽດນາມຈຳນວນ 230 ຄົນ ຢູ່ ສ.ກົາຫຼີ ກັບຄືນປະເທດດ້ວຍຄວາມປອດໄພ
ສະຖານທ ດຫວຽດນາມປະຈຳ ການາດາຮ ວມ ເດ ນ ທາງ ກ ບພ ນລະເມ ອງໃນ ການປ ອງກ ນ ແລະ ຕ ານ ໂລກ ລະ ບາດ covid 19
​ພົນ​ລະ​ເມືອງ​ຫ​ວຽດ​ນາມ​ກັບ​ມາ​ປະ​ເທດ (ພາບ: ສະ​ຖານ​ທູດ​ຫວຽດ​ນາມ​ປະຈຳ​ກາ​ນາ​ດາ)

ຕາມທ່ານ ພ້າມ​ກາວ​ຟອງ ເອກອັກຄະລັດຖະທູດຫວຽດນາມປະຈຳ ການາດາ ແລ້ວ, ປະຊາຄົມຊາວຫວຽດນາມ​ອາ​ໄສການາດາປະຈຸບັນມີຫຼາຍກ່ວາ 250.000 ຄົນ, ​ມີຈຳນວນນັກຮຽນແມ່ນກວ່າ 21.000 ຄົນ. ກຳນົດໄດ້ຄວາມສຳຄັນຂອງການປົກປ້ອງພົນລະເມືອງ, ນັ​ບ​ແຕ່​ຫົ​ວ​ທີ, ສະຖານທູດກຳນົດໄດ້ໜ້າທີ່ວຽກງານສຳຄັນໃນແຕ່ລະໄລ​ຍະ, ເຊື່ອມ​ຊຶມຈິດໃຈຜ່ານ​ຜ່າ​ຄວາມຫຍຸ້ງຍາກເພື່ອປະຕິບັດໃຫ້ສຳເລັດໜ້າ​ທີ່​ໃຫ້ເປັນຢ່າງດີ​ທີ່​ສຸດ ຮັບປະກັນຄວາມປອດໄພໃຫ້ແກ່ພໍ່​ແມ່​ປະຊາ​ຊົນ.

ທ່ານເອກອັກຄະລັດຖະທູດ ຟ້າມເຟືອກຟອງ ໃຫ້ຮູ້ວ່າ, ໃນໄລຍະເບື້ອ​ງ​ຕົ້ນຂອງໂລກລະບາດ, ສະຖານທູດໄດ້ມອບວຽກໃຫ້ພະນັກງານ, ລັດຖະກອນຢ່າງເໝາະສົມ, ຕັ້ງໂທລະສັບສາຍດ່ວນ (3 ສາຍ) ແລະ ກ່ອງຈົດໝາຍເອ​ເລັກ​ໂຕ​ນິກ 24/24 ຊົ່ວ​ໂມງ ແລະ 7 ວັນ/ອາທິດເພື່ອຮັກ​ສາ​ການຕິດຕໍ່ພົວພັນໃນ​ການສະໜັບສະໜູນ ພົນລະເມືອງໃຫ້ດີທີ່ສຸດໃນສະພາບການອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ປະ​ຕິ​ບັດ​ການ​ແຍກ​ຫ່າງໃນສັງຄົມ.

ສະຖານທູດໄດ້ຕັ້ງ​ໜ້າເຮັດວຽກກັບ​ບັນ​ດາ​ອົງ​ການ​ເຈົ້າ​ໜ້າ​ທີ່​ຂອງການາດາເພື່ອແນ​ໃສ່ຊ່ວຍເຫຼືອພົນລະເມືອງອາໄສຢ່າງຖືກຕ້ອງຕາມກົດໝາຍ (ເນື່ອງຈາກໝົດອາຍຸວີຊາທ່ອງທ່ຽວ ແລະ ບໍ່ມີສາຍ​ການບິນການຄ້າ). ພິເສດ, ສະຖານທູດໄດ້ເຮັດວຽກກັບສະມາຄົມບັນ​ດາມະຫາວິທະຍາໄລເພື່ອສະ​ເໜີບັນດາໂຮງຮຽນເປີດຫໍພັກໃຫ້​ແກ່ນັກສຶກສາຫວຽດນາມ, ຂົນ​ຂວາຍປະ​ຊາ​ຄົມຊາວຫວຽດນາມ ໜູນຊ່ວຍ ບ່ອນທີ່ຢູ່ອາໄສ​ໃຫ້​ແກ່ນັກສຶກ​ສາຖ້າພວກເຂົາປະສົບກັບຄວາມຫຍຸ້ງຍາກ.

ກ່ຽວກັບການໜູນຊ່ວຍພົນລະເມືອງທີ່ຕິດເຊື້ອ, ຕາມທ່ານເອກອັກຄະລັດຖະທູດ ພ້າມ​ກາວ​ຟອງ ​ແລ້ວ, ໃນໄລຍະທີ່ຜ່ານມາ, ມີຄົນງານຫວຽດນາມຕິດເຊື້ອ Covid-19. ຕໍ່ໜ້າ​ສະ​ພາ​ບ​ການນີ້, ສະຖານທູດໄດ້ຂົນ​ຈ​ວາຍພົນລະເມືອງປະຕິບັດຢ່າງ​ຖືກ​ຕ້ອງຕາມການ​ແນະ​ນຳທາງການແພດຂອງລັດຖະບານປະ​ຈຳຖິ່ນ, ພ້ອມທັງເຮັດວຽກກັບກະຊວງການຕ່າງປະເທດການາດາ ແລະ ບໍລິສັດວ່າຈ້າງຄົ​ນ​ງານ ເພື່ອ​ຮັບ​ປະ​ກັນ​ການ​ກວດ​ສຸ​ຂະ​ພາບໃຫ້ແກ່ຄົນງານຫວຽດນາມ 7 ຄົນ ແລະ ພ້ອມທັງ​ສະ​ເໜີ​ໃຫ້ບັນ​ດາ​ອົງ​ການ​ທີ່​ມີໜ້າທີ່ຄວາມ​ຮັບ​ຜິດ​ຊອບ​ຂອງຫວຽດນາມປະສານງານ,ຮຽກຮ້ອງໃຫ້ບໍລິສັດທີ່ສົ່ງ​ຜູ້ອອກແຮງງານມີ​ບັນ​ດາ​ມາດ​ຕະ​ການເພື່ອສະໜັບສະໜູນຄົນງານໃນການກວດແລະປິ່ນປົວພະຍາດ. ອີ່ງ​ໃສ່​ບັນ​ດາ​ມາດ​ຕະ​ການ​ຕັ້ງ​ໜ້າ, ບັນ​ດາພົນລະເມືອງທີ່ໄດ້ຮັບ​ການ​ປິ່ນ​ປົວຫາຍດີ ແລະ ກັບມາເຮັດວຽກຄືປົກກະຕິ.

ສະຖານທ ດຫວຽດນາມປະຈຳ ການາດາຮ ວມ ເດ ນ ທາງ ກ ບພ ນລະເມ ອງໃນ ການປ ອງກ ນ ແລະ ຕ ານ ໂລກ ລະ ບາດ covid 19 ນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 280 ຄົນຈາກເອີຣົບ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນລະຫວ່າງແຕ່ວັນທີ 1 - 2 ສິງຫາ, ສະຖານທູດຫວຽດນາມ ປະຈຳ ຝລັ່ງ ໄດ້ປະສານສົມທົບກັບບັນດາອົງການຕົວແທນຂອງຫວຽດນາມຢູ່ເອີຣົບ ແລະ ອາຟຼິກກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງຂອງຝຣັ່ງ ໄດ້ຈັດຕັ້ງຖ້ຽວບິນດັ່ງກ່າວເພື່ອນຳເອົາພົນລະເມືອງຫວຽດນາມຈຳນວນ 280 ຄົນຈາກ 24 ປະເທດໃນເອີຣົບ ແລະ ອາຟຣິກກາກັບຄືນປະເທດຢ່າງປອດໄພ.

ສະຖານທ ດຫວຽດນາມປະຈຳ ການາດາຮ ວມ ເດ ນ ທາງ ກ ບພ ນລະເມ ອງໃນ ການປ ອງກ ນ ແລະ ຕ ານ ໂລກ ລະ ບາດ covid 19 ນໍາສົ່ງພົນລະເມືອງຫວຽດນາມຈຳນວນ 230 ຄົນ ຢູ່ ສ.ກົາຫຼີ ກັບຄືນປະເທດດ້ວຍຄວາມປອດໄພ

ຍສໝ - ໃນວັນທີ 2 ສິງຫາ, ພົນລະເມືອງຫວຽດນາມຈຳນວນ 230 ຄົນທີ່ຖືກຄ້າງຢູ່ ສ.ເກົາຫຼີ ຍ້ອນການລະບາດຂອງພະຍາດ Covid-19 ໄດ້ກັບຄືນປະເທດດ້ວຍຄວາມປອດໄພ.

ສະຖານທ ດຫວຽດນາມປະຈຳ ການາດາຮ ວມ ເດ ນ ທາງ ກ ບພ ນລະເມ ອງໃນ ການປ ອງກ ນ ແລະ ຕ ານ ໂລກ ລະ ບາດ covid 19 ນໍາສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນ ຈາກມຽນມາ ກັບຄືນປະເທດ

ຍສໝ - ຫວ່າງແລ້ວນີ້, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈໍາມຽນມາ ແລະບໍລິສັດການບິນ VietJet ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງມຽນມາ ຈັດສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນ ຈາກມຽນມາ ກັບຄືນປະເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.