ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ

16:22 | 04/10/2020

ຍສໝ - ໃນເວລາ 2 ວັນທີ 3-4 ເດືອນຕຸລາ, ຫ້ອງການຜູ້ຕາງໜ້າຂອງຫວຽດນາມຢູ່ເອີຣົບ ແລະ ອາຟຣິກກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງປະເທດເຈົ້າພາບ ໄດ້ຈັດຕັ້ງຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມຈໍາ​ນວນ 340 ຄົນກັບຄືນປະເທດຢ່າງປອດໄພ.

ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ໄດ້ກັບຄືນປະເທດຢ່າງປອດໄພ
ໂລກມີຜູ້ຕິດໂລກລະບາດໃໝ່ແມ່ນ 212.700 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.862 ຄົນ

ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ
ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນ ຈາກຢູໂຣບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ. (ພາບ: TTXVN)

ໃນຂະນະທີ່ການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນໃນຫຼາຍປະເທດໃນພາກພື້ນ, ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ສ້າງອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຮອດສະໜາມບິນ ໃນປາຣີ, ຝລັ່ງ. ສະຖານທູດຫວຽດນາມ ປະຈຳປາຣີ, ຝລັ່ງ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ສະມາຄົມມິດຕະພາບຫວຽດນາມ - ມຽນມາ ຂົນຂວາຍຊ່ວຍເຫຼືອ ປະຊາຊົນມຽນມາ ໃນການຕໍ່ຕ້ານພະຍາດ COVID-19

ຍສໝ - ເພື່ອແບ່ງປັນບັນດາຄວາມຫຍຸ້ງຍາກທີ່ປະຊາຊົນມຽນມາ ພວມປະເຊີນໜ້າ, ສະມາຄົມມິດຕະພາບຫວຽດນາມ - ມຽນມາໄດ້ເປີດໂຄງການຮ່ວມເພື່ອສະໜັບສະໜູນປະຊາຊົນມຽນມາ ໃນການຕ້ານການລະບາດຂອງພະຍາດ COVID-19. ແລະໃນເວລາສັ້ນໆ, ສະມາຄົມໄດ້ຮັບການສະໜັບສະໜູນຢ່າງໃຫຍ່ຫຼວງຈາກຊາວຫວຽດນາມທີ່ຮັກແພງປະເທດມຽນມາ.

ຖ້ຽວບິນການຄ້າສາກົນຖ້ຽວທຳອິດເລີ່ມເຄື່ອນໄຫວປົກກະຕິພາຍຫຼັງຢຸດຕິຊົ່ວຄາວມາເປັນເວລາຫຼາຍເດືອນຍ້ອນໂລກລະບາດໂຄວິດ-19

ຍສໝ - ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ.

ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.