ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ໄດ້ກັບຄືນປະເທດຢ່າງປອດໄພ

16:45 | 25/09/2020

ຍສໝ - ໃນລະຫວ່າງແຕ່ວັນທີ 24-25 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ພາກພື້ນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ ໄດ້ຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກ 30 ກວ່າປະເທດໃນພາພື້ນດັ່ງກ່າວ ໄດ້ກັບຄືນປະເທດຢ່າງປອດໄພ.

ພ ນລະເມ ອງຫວຽດນາມຫ າຍກວ າ 340 ຄ ນຈາກເອ ຣ ບ ອາຟ ກກາ ແລະ ອາເມລ ກາໃຕ ໄດ ກ ບຄ ນປະເທດຢ າງປອດໄພ ພະຍາດ COVID-19: ພົນລະເມືອງຫວຽດນາມຈຳນວນເກືອບ 350 ຄົນຈາກເອີຣົບ ແລະ ອາຟຣິກກາໄດ້ກັບຄືນປະເທດຢ່າງປອດໄພ
ພ ນລະເມ ອງຫວຽດນາມຫ າຍກວ າ 340 ຄ ນຈາກເອ ຣ ບ ອາຟ ກກາ ແລະ ອາເມລ ກາໃຕ ໄດ ກ ບຄ ນປະເທດຢ າງປອດໄພ ນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 280 ຄົນຈາກເອີຣົບ ກັບຄືນປະເທດຢ່າງປອດໄພ

ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ພ ນລະເມ ອງຫວຽດນາມຫ າຍກວ າ 340 ຄ ນຈາກເອ ຣ ບ ອາຟ ກກາ ແລະ ອາເມລ ກາໃຕ ໄດ ກ ບຄ ນປະເທດຢ າງປອດໄພ
ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ໄດ້ກັບຄືນປະເທດຢ່າງປອດໄພ. (ພາບປະກອບ: TTXVN)

ໃນຂະນະທີ່ການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນໃນຫຼາຍປະເທດໃນພາກພື້ນ, ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ສ້າງອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຮອດສະໜາມບິນ ໃນປາຣີ, ຝລັ່ງ. ສະຖານທູດຫວຽດນາມ ປະຈຳປາຣີ, ຝລັ່ງ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ພ ນລະເມ ອງຫວຽດນາມຫ າຍກວ າ 340 ຄ ນຈາກເອ ຣ ບ ອາຟ ກກາ ແລະ ອາເມລ ກາໃຕ ໄດ ກ ບຄ ນປະເທດຢ າງປອດໄພ ເກີ່ນເທີເຊື່ອມຕໍ່ຊຸມຊົນໃນການປ້ອງກັນຄວາມສ່ຽງຂອງ ໂລກລະບາດ Covid-19

ຍສໝ - ເພື່ອເສີມຂະຫຍາຍການສື່ສານ ແລະໃຫ້ຄຳແນະນຳກ່ຽວກັບຂໍ້ມູນການປ້ອງກັນການລະບາດຂອງ Covid-19 ໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກຫລີກ, ສະຫະພັນໄດ້ຮ່ວມມືກັບອົງການອະນຸເຄາະເດັກສາກົນ ຢູ່ປະເທດຫວຽດນາມ ແລະອົງການກາແດງນະຄອນ ຈັດຕັ້ງປະຕິບັດການຊ່ວຍເຫລືອທີ່ບໍ່ແມ່ນໂຄງການ "ສ້າງຄວາມເຂັ້ມແຂງໃນການສື່ສານ ແລະ ເຊື່ອມຕໍ່ຊຸມຊົນໃນການປ້ອງກັນຄວາມສ່ຽງຂອງໂລກລະບາດ Covid-19", ດ້ວຍຈຳນວນທັງໝົດຫຼາຍກວ່າ 1,4 ຕື້ດົ່ງ.

ພ ນລະເມ ອງຫວຽດນາມຫ າຍກວ າ 340 ຄ ນຈາກເອ ຣ ບ ອາຟ ກກາ ແລະ ອາເມລ ກາໃຕ ໄດ ກ ບຄ ນປະເທດຢ າງປອດໄພ ການບິນຂອງຫວຽດນາມ ໄດ້ຟື້ນຕົວຢ່າງແຂງແຮງຫຼັງຈາກການລະບາດຂອງ COVID-19 ໄດ້ຄວບຄຸມເປັນຢ່າງດີ

ຍສໝ - ບັນດາສາຍການບິນໃຫຍ່ຂອງຫວຽດນາມ ໄດ້ຟື້ນຟູເສັ້ນທາງພາຍໃນປະເທດຢ່າງຮອບດ້ານແລ້ວ ຕັ້ງແຕ່ກາງເດືອນກັນຍາ 2020. ປະລິມານການນຳສົ່ງຜູ້ໂດຍສານພາຍໃນປະເທດ ໄດ້ເພີ່ມຂື້ນຢ່າງຫຼວງຫຼາຍເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019.

ພ ນລະເມ ອງຫວຽດນາມຫ າຍກວ າ 340 ຄ ນຈາກເອ ຣ ບ ອາຟ ກກາ ແລະ ອາເມລ ກາໃຕ ໄດ ກ ບຄ ນປະເທດຢ າງປອດໄພ ສະໜາມບິນ ເວີນໂດນ ຕ້ອນຮັບພົນລະເມືອງຫວຽດນາມເກືອບ 350 ຄົນ ກັບຄືນປະເທດ

ວັນທີ 13 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມ ປະຈຳອົດສະຕາລີ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ອົດສະຕາລີ ເພື່ອນໍາສົ່ງພົນລະເມືອງຫວຽດນາມຈຳນວນເກືອບ 350 ຄົນຈາກອົດສະຕາລີມາອົດສະຕາລີ ໄດ້ກັບຄືນປະເທດຢ່າງປອດໄພ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.