ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງ ປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ

06:30 | 25/08/2020

ລັດຖະບານລາວ, ຈະອອກນິຕິກໍາຕື່ມ ອີກຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໄດ້ມີໂອກາດກັບຄືນມາ ສ້າງສາພັດທະນາ ປະເທດຊາດ ອັນແສນຮັກຂອງຕົນຫລາຍຂຶ້ນ. ພາຍໃຕ້ແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ ແລະ ລັດຖະບານ, ໄດ້ເຮັດໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ເປັນຈໍານວນບໍ່ໜ້ອຍ, ລ້ວນແຕ່ຢາກກັບມາລົງທຶນ, ຢ້ຽມຢາມ, ທ່ອງທ່ຽວ ແລະ ກັບມາດໍາລົງຊີວິດແບບຖາວອນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ.

ລາວຈະສ າງເງ ອນໄຂສະດວກ ໃຫ ຄ ນເຊ ອຊາດລາວ ຢ ຕ າງ ປະເທດໄດ ກ ບມາມ ສ ວນຮ ວມສ າງສາພ ດທະນາປະເທດຊາດ ຫວຽດ​ນາມ - ຈ​ີນ​: ສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ
ລາວຈະສ າງເງ ອນໄຂສະດວກ ໃຫ ຄ ນເຊ ອຊາດລາວ ຢ ຕ າງ ປະເທດໄດ ກ ບມາມ ສ ວນຮ ວມສ າງສາພ ດທະນາປະເທດຊາດ ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ
ລາວຈະສ າງເງ ອນໄຂສະດວກ ໃຫ ຄ ນເຊ ອຊາດລາວ ຢ ຕ າງ ປະເທດໄດ ກ ບມາມ ສ ວນຮ ວມສ າງສາພ ດທະນາປະເທດຊາດ
ພາບປະກອບ

ທ່ານ ຫຽມ ພົມມະຈັນ ກໍາມະການສູນກາງ ແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາ ວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ທີ່ໄດ້ລາຍງານຕໍ່ກອງ ປະຊຸມສາມັນຄົບຄະນະ ກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X ທີ່ສໍາເລັດລົງ ເມື່ອບໍ່ດົນມານີ້ ມີຄໍາເຫັນບາງຕອນສຳຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືວ່າພີ່ນ້ອງຊາວລາວ ທີ່ອາໃສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນ, ຊຶ່ງບໍ່ຕັດແຍກອອກຈາກວົງ ຄະນະຍາດແຫ່ງຊາດລາວໄດ້,​ ເປັນແຫລ່ງກໍາລັງແຮງອັນໜຶ່ງ ໃນການສ້າງສາ ພັດທະນາປະເທດຊາດ, ເປັນປັດໄຈສໍາຄັນ ໃນການເປີດກວ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດ ທີ່ເຂົາເຈົ້າອາໃສຢູ່ ແລະ ອົງການຈັດຕັ້ງສາກົນ.

ທ່ານ ຫຽມ ພົມມະຈັນ ກ່າວຕື່ມວ່າ: ຜ່ານການຢ້ຽມຢາມ ແລະ ພົບປະກັບພີ່ນ້ອງເຊື້ອຊາດລາວ ຢູ່ຫລາຍປະເທດ, ຄະນະທີ່ປຶກສາໄດ້ຮັບຮູ້ ຄວາມມຸ້ງມາດປາຖະໜາ ຂອງພີ່ນ້ອງເຊື້ອຊາດລາວ ລຸ້ນຕ່າງໆ ແລະ ໄດ້ສະເໜີຕໍ່ລັດຖະບານ ເພື່ອພິຈາລະນາອອກ ຕິນິກໍາຈໍານວນໜຶ່ງ ແນໃສ່ອໍານວຍຄວາມສະດວກ ໃຫ້ແກ່ພີ່ນ້ອງເຊື້ອຊາດລາວ ໃນການມາຢ້ຽມຢາມ, ແຕ່ງດອງ, ກັບຄືນມາຢູ່ຢ່າງຖາວອນ ແລະ ດໍາເນີນທຸລະກິດ. ພ້ອມນີ້, ຄະນະທີ່ປຶກສາວຽກງານ ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ຍັງເຫັນວ່າ ຄົນເຊື້ອຊາດລາວລຸ້ນໜຸ່ມ ທີ່ເກີດ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ ແມ່ນມີຈໍານວນເພີ່ມຂຶ້ນ, ພວກເຂົາໄດ້ຮັບການສຶກສາ ແລະ ປະກອບອາຊີບທີ່ແຕກຕ່າງກັນ, ຫລາຍຄົນມີວິຊາສະເພາະ ແລະ ປະສົບການສູງ. ຕໍ່ບັນຫານີ້, ແນວລາວສ້າງຊາດ ປະຈໍາແຕ່ລະປະເທດ ຕ້ອງມີສະໂມສອນ ຫລື ສູນສິດສອນຮຽນພາສາລາວ ແລະ ວັດທະນະທໍາລາວ ໃຫ້ແກ່ເຂົາເຈົ້າ. ນອກຈາກນີ້, ວັດລາວ ຢູ່ຕ່າງປະເທດແມ່ນ ເປັນສູນລວມທີ່ສໍາຄັນ ໃນການປະຕິບັດ ທໍາ ແລະ ຮີດຄອງພຸດທະສາສະໜາ, ຊຶ່ງໃນຕໍ່ໜ້າ ພີ່ນ້ອງລາວຢູ່ແຕ່ລະປະເທດ ຈະໄດ້ສາມັກຄີກັນສືບຕໍ່ອຸ້ມຊູ ແລະ ປົກປັກຮັກສາ ໃຫ້ໝັ້ນຄົງຍາວນານ ແລະ ເຊື້ອໝັ້ນວ່າພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດຈະໃຫ້ການ ປະກອບສ່ວນຕາມຄວາມອາດ ສາມາດຂອງແຕ່ລະຄົນ ເພື່ອສ້າງສາພັດທະນາ ວົງຄະນະຍາດໃຫ້ຈະ ເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ ໄປສູ່ຄວາມວັດທະນາຖາວອນ, ຊຶ່ງແມ່ນເປົ້າໝາຍ ສູງສຸດຂອງຊາດລາວ.

ລາວຈະສ າງເງ ອນໄຂສະດວກ ໃຫ ຄ ນເຊ ອຊາດລາວ ຢ ຕ າງ ປະເທດໄດ ກ ບມາມ ສ ວນຮ ວມສ າງສາພ ດທະນາປະເທດຊາດ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ຍສໝ - ວັນທີ 23 ສິງຫາ, ຢູ່ນະຄອນມອງກາຍ, ແຂວງກວາງນິງ, ທ່ານ ຟ້າມບິ່ງບິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ຈະປະທານຮ່ວມ “ການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນ ແລະ 10 ປີແຫ່ງການຜັນຂະຫຍາຍ 3 ເອກະສານນິຕິກຳກ່ຽວກັບຊາຍແດນດິນຕໍ່ແຜ່ນ ຫວຽດນາມ-ຈີນ”.

ລາວຈະສ າງເງ ອນໄຂສະດວກ ໃຫ ຄ ນເຊ ອຊາດລາວ ຢ ຕ າງ ປະເທດໄດ ກ ບມາມ ສ ວນຮ ວມສ າງສາພ ດທະນາປະເທດຊາດ ບັນດາຜູ້ນຳບັນດາປະເທດຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ເພື່ອທົບທວນຄືນໝາກຜົນ ຂອງການຮ່ວມມື ໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015.

ລາວຈະສ າງເງ ອນໄຂສະດວກ ໃຫ ຄ ນເຊ ອຊາດລາວ ຢ ຕ າງ ປະເທດໄດ ກ ບມາມ ສ ວນຮ ວມສ າງສາພ ດທະນາປະເທດຊາດ ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 23,57 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 812.100 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຜູ້ຕິດໂລກລະບາດໂຄວິດ - 19 ແມ່ນກວ່າ 5,87 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 180.000 ຄົນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.