ນໍາສົ່ງພົນລະເມືອງຫວຽດນາມ ຈາກຕ່າງປະເທດ ກັບຄືນປະເທດ

17:10 | 13/08/2020

ຍສໝ - ເມື່ອບໍ່ດົນມານີ້, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ແລະບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລັດເຊຍ ຈັດສົ່ງ ພົນລະເມືອງຫວຽດນາມ ກວ່າ 340 ຄົນກັບຄືນປະເທດ ຢ່າງປອດໄພ.

ນ າສ ງພ ນລະເມ ອງຫວຽດນາມ ຈາກຕ າງປະເທດ ກ ບຄ ນປະເທດ ໂທລະສັບສາຍດ່ວນຈະໄດ້ຮັບການສ້າງຕັ້ງຂຶ້ນເພື່ອສະໜັບສະໜູນ ນັກເຝິກງານ ຫວຽດນາມ ຢູ່ ຍີ່ປຸ່ນ
ນ າສ ງພ ນລະເມ ອງຫວຽດນາມ ຈາກຕ າງປະເທດ ກ ບຄ ນປະເທດ ນີງຖ້ວນ: ຊາວປະມົງ 11 ຄົນ ຖືກຈີນຈັບກຸມໃນຂະນະພວມດຳເນີນອາຊີບຫາປາຢູ່ເຂດອ່າວພາກເໜືອຫວຽດນາມ
ນ າສ ງພ ນລະເມ ອງຫວຽດນາມ ຈາກຕ າງປະເທດ ກ ບຄ ນປະເທດ
ພາບປະກອບ

ສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງປະເທດປະຈຳຖິ່ນເພື່ອໜູນຊ່ວຍບັນດາລະບຽບການ, ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງໄປສະໜາມບິນ; ຈັດສົ່ງພະນັກງານໄປສະໜາມບິນເພື່ອໜູນຊ່ວຍພົນລະເມືອງໃນການເຮັດລະບຽບການຂຶ້ນເຮືອບິນ. ໃນຕະຫຼອດຖ້ຽວບິນ, ຜູ້ໂດຍສານ ແລະຈຸບິນໄດ້ປະຕິບັດບັນດາຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະອະນາໄມກັນພະຍາດຢ່າງເຂັ້ມງວດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນເວິນດົ່ນ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະປະຕິບັດການແຍກປ່ຽວຖືກຕາມຂໍ້ກໍານົດ.

ໃນວັນທີ 10 – 11 ສິງຫາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງອາເມລິການຳສົ່ງພົນລະເມືອງຫວຽດນາມ 340 ຄົນກັບເມື່ອປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢ່າງປອດໄພ, ບັນດາຜູ້ໂດຍສານໄດ້ຮັບການກວດສຸຂະພາບແລະ ສົ່ງໄປຍັງຮາກຖານແຍກຕົວຕາມຂໍ້ກຳນົດ. ຜູ້ໂດຍສານໃນຖ້ຽວບິນລວມມີ: ເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ມີອາຍຸສູງ, ຜູ້ມີໂລກປະຈຳຕົວ ແລະ ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກເປັນພິເສດຕ່າງໆ.

ລາຍຊື່ 5 ປະເທດຢູ່ແຖວໜ້າຕາຕະລາງສະຖິຕິໂລກລະບາດ Covid – 19 ລວມມີ: ອາເມລິກາ, ບຣາຊິນ, ອິນເດຍ, ລັດເຊຍ ແລະ ອາຟຼິກກາໃຕ້ ໃນນັ້ນອິນເດຍແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃນ 24 ຊົ່ວໂມງບັນລຸລະດັບສະຖິຕິ. ອັດຕາການຕິດເຊື້ອໃນທົ່ວໂລກບໍ່ມີສັນຍານຫຼຸດລົງ. ໃນໂລກ, ນັບທັງບັນດາປະເທດປະສົບຜົນສຳເລັດໃນໄລຍະທຳອິດ ປັດຈຸບັນກໍ່ພວມຮັບມືກັບການແຜ່ລະບາດຮອບທີ 2 ແລະ ທີ 3 . ໃນສະພາບການໂລກລະບາດພວມມີການຜັນແປຢ່າງສັບສົນນັ້ນ, ຫຼາຍປະເທດພວມແຂ່ງຂັນກັນຜະລິດວັກຊີນປ້ອງກັນ, ຕ້ານເຊື້ອພະຍາດ Covid – 19.

ໃນຕອນບ່າຍວັນທີ 11 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ໄດ້ມີການເຮັດວຽກກັບກອງບັນຊາການທະຫານຊາຍແດນ ກ່ຽວກັບວຽກງານປົກປັກຮັກສາເຂດຊາຍແດນ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢືນຢັນເຖິງບົດບາດຫຼັກແຫຼ່ງຂອງກຳລັງກອງທັບ, ໃນນັ້ນມີກຳລັງທະຫານປ້ອງກັນຊາຍແດນ, ໃນການປະຕິບັດການຊີ້ນຳນຳພາຂອງພັກ, ລັດຢ່າງເຂັ້ມງວດ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໃນການຮັກສາເສັ້ນຊາຍແດນໃຫ້ສຳເລັດເວົ້າລວມ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເວົ້າສະເພາະ.

ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຳລັງກອງທັບຕ້ອງເພີ່ມທະວີວຽກງານກວດກາ, ຄຸ້ມຄອງວຽກງານຈຳກັດບໍລິເວນບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ຜູ້ອອກແຮງງານທີ່ມີຄຸນນະພາບສູງ ຢູ່ ບັນດາທ້ອງຖິ່ນ, ບົນຈິດໃຈຮັບປະກັນເປົ້າໝາຍ “ຄວບຄູ່” ແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດຂອງປະເທດຊາດ.

ນ າສ ງພ ນລະເມ ອງຫວຽດນາມ ຈາກຕ າງປະເທດ ກ ບຄ ນປະເທດ ກອງປະຊຸມທາງອອນລາຍ ການເຄືອຂ່າຍປະຕິບັດກົດລະບຽບ ອາຊຽນ - OECD

ຍສໝ - ຕອນບ່າຍວັນທີ 11 ສິງຫາ ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ບັນດາສຳນັກ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງໄດ້ຈັດກອງປະຊຸມຄັ້ງທຳອິດຂອງກອງປະຊຸມ ດ້ວຍຮູບການອອນລາຍກ່ຽວກັບເຄືອຂ່າຍການປະຕິບັດກົດລະບຽບອາຊຽນ - OECD ຄັ້ງທີ 6 ດ້ວຍຫົວຂໍ້ "ລະບຽບການທີ່ດີກວ່າສຳລັບການຟື້ນຕົວພາຍຫຼັງການລະບາດຂອງ COVID-19".

ນ າສ ງພ ນລະເມ ອງຫວຽດນາມ ຈາກຕ າງປະເທດ ກ ບຄ ນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17

ຍສໝ - ວັນທີ 11 ສິງຫາ, ອົງການອາຊຽນ ແລະ ປະເທດການາດາ ໄດ້ຈັດກອງປະຊຸມສົນທະນາທາງອອນລາຍຄັ້ງທີ 17. ນີ້ແມ່ນກອງປະຊຸມປະຈຳປີ ໃນຂອບການພົວພັນຄູ່ເຈລະຈາອາຊຽນ - ການາດາ ເພື່ອແລກປ່ຽນ ແລະ ກຳນົດທິດທາງການຮ່ວມມືອາຊຽນ - ການາດາ, ແລກປ່ຽນການປະເມີນຜົນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈເຊິ່ງກັນ ແລະ ກັນ, ແລະ ...

ນ າສ ງພ ນລະເມ ອງຫວຽດນາມ ຈາກຕ າງປະເທດ ກ ບຄ ນປະເທດ ທະນາຄານຕ່າງປະເທດຫຼາຍແຫ່ງ ໄດ້ລົງທຶນເຂົ້າປະເທດຫວຽດນາມ

ຍສໝ - ຊຸດອຸປະຖຳການເງິນຂອງ IFC ໄດ້ຖືວ່າເປັນການລົງທືນຄັ້ງທຳອິດ ໃນຂະແໜງການເກັບທ້ອນໄວ້ສິນຄ້າຂອງຫວຽດນາມ, ແລະ ຈະຊ່ວຍໃຫ້ ITL Corp ຫັນປ່ຽນ ແລະ ເຕີບໃຫຍ່ຜ່ານການເພີ່ມເຕີມຊັບສິນ.

ໄຊພອນ

ເຫດການ
302 Found

Found

The document has moved here.