ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ

15:27 | 23/06/2026

ຍສໝ - ຕາມນັກຂ່າວ TTXVN ປະຈຳ ຍີ່ປຸ່ນ, ວັນທີ 22 ມິຖຸນາ, ຢູ່ທີ່ໂຕກຽວ, ໂຮງໝໍສູນກາງກອງທັບ 108 ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຮ່ວມກັບ ຄະນະແພດສາດ ຂອງມະຫາວິທະຍາໄລ Toho.

ເພີ່ມທະວີການຮ່ວມມືດ້ານສື່ມວນຊົນ ຫວຽດນາມ -ສ.ເກົາຫຼີໃຕ້ ຢູ່ພາຍໃດຍຸກສະໄໝດິຈິຕອນ
ສາມທາງເລືອກຍຸດທະສາດສຳລັບຫວຽດນາມ ຢູ່ພາຍໃດການແຂ່ງຂັນທາງດ້ານເຕັກໂນໂລຊີ
ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ
ຜູ້ຕາງໜ້າ ໂຮງໝໍສູນກາງກອງທັບ 108 ແລະ ໂຮງໝໍ Toho ແລກປ່ຽນບົດບັນທຶກຄວາມເຂົ້າໃຈການຮ່ວມມື. ພາບ: ບຸຍຮ່າ/ນັກຂ່າວ TTXVN ປະຈຳ ຍີ່ປຸ່ນ

ນີີ້ແມ່ນບາດກ້າວຂະຫຍາຍຕົວ ແນໃສ່ເຮັດໃຫ້ບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງຂອງການນຳຂັ້ນສູງ ຫວຽດນາມ - ຍີ່ປຸ່ນ ປະກົດຜົນເປັນຈິງ ກ່ຽວກັບການຮ່ວມມືທະວິພາຄີ, ພາຍໃດນັ້ນມີການຮ່ວມມືດ້ານສາທາລະນະສຸກ. ໂດຍຜ່ານຂໍ້ຕົກລົງສະບັບນີ້, ທັງສອງຝ່າຍຈະສືບຕໍ່ຊຸກຍູ້ບັນດາແຜນງານແລກປ່ຽນຄູອາຈານ ແລະ ນັກສຶກສາ, ຜັນຂະຫຍາຍການວິໄຈວິທະຍາສາດຮ່ວມກັນ, ຈັດກອງປະຊຸມວິທະຍາສາດ, ແບ່ງປັນຂໍ້ມູນທາງດ້ານວິຊາການ ກໍຄືແລກປ່ຽນຄວາມຮູ້ ແລະ ເຕັກໂນໂລຊີທາງດ້ານການແພດທີ່ກ້າວໜ້າ.

ກ່າວປາໄສຢູ່ພາຍໃດພິທີລົງນາມ, ທ່ານ ພົນຕີ, ສາດສະດາຈານ, ປອ ເລຫຶວຊອງ, ຫົວໜ້າໂຮງໝໍສູນກາງກອງທັບ 108 ຕີລາຄ່ວາ ເຫດການຄັ້ງນີ້ ແມ່ນໝາກຜົນຂອງວິວັດທະນາການແຫ່ງການຮ່ວມມືຢ່າງແທດຕົວ ກ່ຽວກັບການແລກປ່ຽນທາງດ້ານວິຊາການ, ການວິນິດໄສພະຍາດຮ່ວມກັນ, ການວິໄຈວິທະຍາສາດ ແລະ ການກໍ່ສ້າງບຳລຸງສ້າງພະນັກງານການແພດ.

ຜູ້ຢືນໜາ້ຂອງໂຮງໝໍສູນກາງກອງທັບ 108 ຢັ້ງຢືນວ່າ ໂດຍຜ່ານຂໍ້ຕົກລົງທີ່ໄດ້ຮັບການລົງນາມນັ້ນ, ໂຮງໝໍທັງສອງແຫ່ງຈະມີໂອກາດຊຸກຍູ້ບັນດາແຜນງານແລກປ່ຽນຄູອາຈານ ແລະ ນັກສຶກສາ, ຜັນຂະຫຍາຍການວິໄຈວິທະຍາສາດຮ່ວມກັນ, ຈັດກອງປະຊຸມວິທະຍາສາດ, ແບ່ງປັນຂໍ້ມູນທາງດ້ານວິຊາການ ກໍຄືແລກປ່ຽນຄວາມຮູ້ ແລະ ເຕັກໂນໂລຊີທາງດ້ານການແພດທີ່ກ້າວໜ້າ. ທ່ານຫົວໜ້າໂຮງໝໍ ເລ ຫຶວ ຊອງ ກໍໄດ້ເນັ້ນຢ້ຳເຖິງຄວາມໝາຍຂອງການຮ່ວມມືຢູ່ພາຍໃດຂົງເຂດສາທາລະນະສຸກ ວ່າແມ່ນການປະກອບສ່ວນຢ່າງແທດຕົວ ເຂົ້າພາຍໃດການຂະຫຍາຍຕົວຂອງສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ພາຍໃດຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ທາງດ້ານຝ່າຍຕົນ, ສາດສະດາຈານ Yoshimori Watanabe, ອະທິການບໍດີມະຫາວິທະຍາໄລ Toho ໄດ້ສະແດງທັດສະນະວ່າ ໂດຍຜ່ານການຮ່ວມມືທີ່ໄດ້ຮັບການຫັນເປັນຮູບປະທຳນີ້, ທາງມະຫາວິທະຍາໄລ ແລະ ຄະນະແພດສາດ - ມະຫາວິທະຍາໄລ Toho ມຸ່ງຫວັງຢາກເພີ່ມທະວີສາຍພົວພັນຮ່ວມກັບຝ່າຍຫວຽດນາມ, ເປັນຕົ້ນແມ່ນຢູ່ພາຍໃດຂົງເຂດສາທາລະນະສຸກ, ການກໍ່ສ້າງບຳລຸງສ້າງຊັບພະຍາກອນມະນຸດ ແລະ ການແລກປ່ຽນວິຊາສະເພາະ. ທ່ານ Watanabe ເຊື່ອໝັ້ນວ່າ, ການຮ່ວມມືຈະບໍ່ຢຸດຢູ່ພຽງແຕ່ການລົງນາມເທົ່ານັ້ນ, ແຕ່ຈະສ້າງໃຫ້ມີບັນດາກິດຈະກຳທີ່ເປັນຈິງ ພາຍໃດການປິ່ນປົວ, ວິໄຈ ແລະ ການກໍ່ສ້າງບຳລຸງສ້າງແພດໝໍ, ພະນັກງານການແພດ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ
ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ແມ່ນໝາກຜົນຂອງວິວັດທະນາການແຫ່ງການຮ່ວມມື ພາຍໃດໄລຍະເວລາອັນຍາວນານຜ່ານມາ. ພາບ: ບຸຍຮ່າ/ນັກຂ່າວ TTXVN ປະຈຳ ຍີ່ປຸ່ນ

ໂດຍສະແດງຄວາມປີຕິຊົມຊື່ນທີ່ໄດ້ເຂົ້າຮ່ວມພິທີລົງນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮ້ຽວ ໄດ້ຢ້ຳຄືນວ່າ ໃນການຢ້ຽມຢາມຂອງທ່າມນາຍົກລັດຖະມົນຕີຍີ່ປຸ່ນ Takaichi Sanae ທີ່ມາຫວຽດນາມ ໃນເດືອນພຶດສະພາຜ່ານມາ, ການນຳຂັ້ນສູງຂອງສອງປະເທດໄດ້ມີຄວາມເປັນເອກະພາບກັນຕໍ່ກັບຫຼາຍທິດທາງ ແລະ ເນື້ອໃນການຮ່ວມມືທີ່ສຳຄັນພາຍໃດໄລຍະຕໍ່ໄປ, ໂດຍເນັ້ນຢ້ຳເປັນພິເສດເຖິງບຸລິມະສິດຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການກໍ່ສ້າງບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຢູ່ພາຍໃດຫຼາຍຂົງເຂດ, ພາຍໃດນັ້ນມີຂົງເຂດສາທາລະນະສຸກ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ເຫດການລົງນາມລະຫວ່າງ ໂຮງໝໍສູນກາງກອງທັບ 108 ແລະ ຄະນະແພດສາດ - ມະຫາວິທະຍາໄລ Toho ແມ່ນໜຶ່ງພາຍໃດຂໍ້ພິສູດໃຫ້ເຫັນເຖິງຄວາມພະຍາຍາມຂອງທັງສອງຝ່າຍ ພາຍໃດການເຮັດໃຫ້ບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດປະກົດຜົນເປັນຈິງ ໂດຍຜ່ານບັນດາແຜນງານການຮ່ວມມືທີ່ແທດຕົວ ລະຫວ່າງ ບັນດາຮາກຖານການແພດ ແລະ ການກໍ່ສ້າງບຳລຸງສ້າງຊັ້ນນຳຂອງ ຫວຽດນາມ ແລະ ຍີ່ປຸ່ນ.

ໂຮງໝໍສູນກາງກອງທັບ 108 ແລະ ຄະນະແພດສາດ - ມະຫາວິທະຍາໄລ Toho ໄດ້ມີວິວັດທະນາການແຫ່ງການຮ່ວມມືມາຕັ້ງແຕ່ປີ 2024 ໂດຍຜ່ານບັນດາກິດຈະກຳແລກປ່ຽນທາງດ້ານວິຊາການ, ການວິນິດໄສພະຍາດຮ່ວມກັນ, ການວິໄຈວິທະຍາສາດ ແລະ ການກໍ່ສ້າງບຳລຸງສ້າງພະນັກງານການແພດ. ຄະນະແພດສາດ - ມະຫາວິທະຍາໄລ Toho ໄດ້ຈັດສົ່ງບັນດາສາດສະດາຈານ ແລະ ຊ່ຽວຊານ ມາຢັງໂຮງໝໍສູນກາງກອງທັບ 108 ຫຼາຍຄັ້ງ ເພື່ອປະສານງານພາຍໃດບັນດາກິດຈະກຳການກໍ່ສ້າງບຳລຸງສ້າງ, ການຈັດກອງປະຊຸມວິທະຍາສາດ ແລະ ການເບິ່ງແຍງຮັກສາຜູ້ປ່ວຍ.

ໂຮງໝໍສູນກາງກອງທັບ 108 ແມ່ນໂຮງໝໍລະດັບພິເສດ, ເປັນສູນກາງການແພດແບບເຈາະເລິກ ແລະ ທັງເປັນສູນກາງການວິໄຈວິທະຍາສາດ, ການກໍ່ສ້າງບຳລຸງສ້າງຫຼັງປະລິນຍາຕີຊັ້ນນຳ ຢູ່ພາຍໃດຫວຽດນາມ. ໃນຂະນະດຽວກັນ, ມະຫາວິທະຍາໄລ Toho ແມ່ນໜຶ່ງພາຍໃດຮາກຖານການກໍ່ສ້າງບຳລຸງສ້າງ ແລະ ວິໄຈທາງດ້ານການແພດທີ່ມີປະຫວັດສາດອັນຍາວນານ ຢູ່ພາຍໃດຍີ່ປຸ່ນ, ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1925, ໂດຍມີທ່າແຮງຢູ່ພາຍໃດບັນດາຂົງເຂດແພດສາດ, ເພສັດຊະສາດ, ການພະຍາບານ, ວິທະຍາສາດທຳມະຊາດ ແລະ ວິທະຍາສາດສຸຂະພາບ.

ປັດຈຸບັນ, ທາງມະຫາວິທະຍາໄລມີລະບົບໂຮງໝໍ ແລະ Clinic ທີ່ຂຶ້ນກັບ, ພາຍໃດນັ້ນມີຄະນະແພດສາດ ຢູ່ໂຕກຽວ ຊຶ່ງຊ່ຽວຊານພາຍໃດການສະໜອງບໍລິການທາງດ້ານການແພດແບບເຈາະເລິກ ຢູ່ພາຍໃດຫຼາຍຂົງເຂດ. ດ້ວຍພື້ນຖານດ້ານການກໍ່ສ້າງບຳລຸງສ້າງ, ການວິໄຈ ແລະ ການປະຕິບັດຕົວຈິງໃນຄລີນິກນີ້, ການຮ່ວມມືລະຫວ່າງ ໂຮງໝໍສູນກາງກອງທັບ 108 ແລະ ຄະນະແພດສາດ - ມະຫາວິທະຍາໄລ Toho ບໍ່ພຽງແຕ່ເປີດໂອກາດການຮ່ວມມື, ແລກປ່ຽນວິຊາສະເພາະຢູ່ພາຍໃດຂົງເຂດສາທາລະນະສຸກເທົ່ານັ້ນ, ແຕ່ຍັງປະກອບສ່ວນຊຸກຍູ້ສາຍພົວພັນທະວິພາຄີ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ອີກດ້ວຍ.

ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ

ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ ...

ບຳລຸງສ້າງບົດຮຽນການຄຸ້ມຄອງບໍລິຫານວິສາຫະກິດລັດ ໃຫ້ແກ່ພະນັກງານລາວ ບຳລຸງສ້າງບົດຮຽນການຄຸ້ມຄອງບໍລິຫານວິສາຫະກິດລັດ ໃຫ້ແກ່ພະນັກງານລາວ

ຍສໝ - ວັນທີ 22 ມິຖຸນາ, ມະຫາວິທະຍາໄລການເງິນ - ການທະນາຄານ ຮານ້ອຍ ໄດ້ຈັດພິທີໄຂຊຸດອົບຮົມ, ບຳລຸງສ້າງກ່ຽວກັບ “ການຄຸ້ມຄອງບໍລິຫານວິສາຫະກິດລັດ: ບົດຮຽນຂອງຫວຽດນາມ” ໃຫ້ແກ່ພະນັກງານ ແລະ ການນຳຂອງບັນດາບໍລິສັດໃຫຍ່, ວິສາຫະກິດລັດ ຈຳນວນ 27 ທ່ານ ທີ່ສັງກັດຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ. ແຜນງານດັ່ງກ່າວ ແມ່ນດຳເນີນໄປຕັ້ງແຕ່ວັນທີ ...

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ