ພ້ອມກັນຮ່ຳຮຽນເອົາແບບແຜນການດຳລົງຊີວິດ ແລະບົດຮຽນອັນລໍ້າຄາຂອງປະທານ ສຸພານຸວົງ

06:30 | 14/07/2020

ປະທານ ສຸພານຸວົງ ແມ່ນເຊື້ອ ເຈົ້າ ເປັນໂອລົດຂອງເຈົ້າມະຫາອຸປະລາດ ບຸນຄົງ ແລະ ໝ່ອມຄຳອ້ວນ ໄດ້ຮັບການອົບຮົມສຶກສາເປັນຢ່າງດີທັງຮຽນຢູ່ພາຍໃນ ແລະ ຕ່າງປະເທດ ຢູ່ໃນຖານະດັ່ງກ່າວ ທ່ານ ປະທານ ສາມາດດຳລົງຊີວິດຢ່າງສະໜຸກສຸກສະບາຍໃນສັງຄົມ ແຕ່ ທ່ານ ກໍບໍ່ເລືອກເສັ້ນທາງນັ້ນ.

ພ ອມກ ນຮ ຳຮຽນເອ າແບບແຜນການດຳລ ງຊ ວ ດ ແລະບ ດຮຽນອ ນລ າຄາຂອງປະທານ ສ ພານ ວ ງ ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ
ພ ອມກ ນຮ ຳຮຽນເອ າແບບແຜນການດຳລ ງຊ ວ ດ ແລະບ ດຮຽນອ ນລ າຄາຂອງປະທານ ສ ພານ ວ ງ ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ
ພ ອມກ ນຮ ຳຮຽນເອ າແບບແຜນການດຳລ ງຊ ວ ດ ແລະບ ດຮຽນອ ນລ າຄາຂອງປະທານ ສ ພານ ວ ງ
ປະທານ ສຸພານຸວົງ ແລະ​ປະ​ທານ​ໂຮ່​ຈີ​ມິນ

ໃນຂະນະທີ່ປະເທດຊາດຍັງຖືກຮຸກຮານຈາກພວກຈັກກະພັດລ່າເມືອງຂຶ້ນ ຊຶ່ງພາຍຫລັງການປະຕິວັດ ເດືອນສິງຫາ ຢູ່ຫວຽດນາມ ໄດ້ຮັບໄຊຊະນະ ປະທານໂຮ່ຈີ່ມິງ ກໍໄດ້ເຊີນປະທານສຸພານຸວົງ ທີ່ພວມເຮັດວຽກຢູ່ເມືອງວິງ ໄປນະຄອນຮ່າໂນ້ຍ ເພື່ອພົບປະ ຫລັງຈາກນັ້ນ ເພິ່ນກໍໄດ້ຮັບການຊ່ວຍເຫລືອຈາກຜູ້ນຳຫວຽດນາມ ຈັດຕັ້ງກອງທະຫານປະສົມ ລາວ-ຫວຽດນາມ ຂຶ້ນຢູ່ລາວ ເພື່ອດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາໃຫ້ປະຊາຊົນລາວ ການພົບປະຄັ້ງນັ້ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດໃນຊີວິດການເຄື່ອນໄຫວປະຕິວັດ ຂອງປະທານ ສຸພານຸວົງ. ຫລັງຈາກນັ້ນ ປະທານ ສຸພານຸວົງ ກໍໄດ້ເດີນທາງກັບຄືນປະເທດ ຕາມເສັ້ນທາງເລກທີ 9 ເມື່ອຮອດ ເມືອງເຊໂປນ ແຂວງສະຫວັນນະເຂດ ເພິ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເມືອງ ແລະ ໃນທີ່ ນັ້ນ ປະທານ ສຸພານຸວົງ ໄດ້ກ່າວປາໄສຕໍ່ໜ້າມວນຊົນທີ່ມາເຕົ້າໂຮມກັນຢ່າງຫລວງຫລາຍເປັນຄັ້ງທຳອິດ ໂດຍທ່ານ ໄດ້ກ່າວວ່າ “ແຜ່ນດິນລາວ ຕ້ອງແມ່ນຄົນລາວ ເປັນເຈົ້າຂອງ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດ ອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້" ຄຳເວົ້ານີ້ ໄດ້ກາຍເປັນກຳລັງແຮງມະຫາສານປະກອບສ່ວນເຂົ້າໃນການປຸກລະດົມປະຊາຊົນລາວບັນດາເຜົ່າ ໃຫ້ສາມັກຄີກັນລຸກຂຶ້ນຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນເວລາຕໍ່ມາ.

ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະກິດປະຕິວັດທີ່ຍິ່ງໃຫຍ່ຂອງປະທານ ສຸພານຸວົງ ເປັນບາດລ້ຽວໃຫຍ່ຫລວງທີ່ສຸດໃນຊີວິດຂອງເພິ່ນເປັນ ການເປີດສາກ ໄລຍະແຫ່ງການອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ປີ 1945 ປະຊາຊົນລາວ ໄດ້ລຸກຮືຂຶ້ນຍຶດອຳນາດຢູ່ວຽງຈັນ ແລະ ໄດ້ປະກາດສ້າງຕັ້ງລັດຖະບານລາວ ອິດສະຫລະຂຶ້ນ ປະທານ ສຸພາສຸວົງ ກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ທັງດຳລົງຕຳແໜ່ງຜູ້ບັນຊາການສູງສຸດຂອງກອງກຳລັງປະກອບອາວຸດອິດສະຫລະ ພາຍໃຕ້ການບັນຊາຂອງເພິ່ນແມ່ນມີຫລາຍ ບັ້ນຮົບເດັ່ນ ໃນນັ້ນ ກໍມີບັ້ນຮົບປ້ອງກັນໂຕ ເມືອງທ່າແຂກທີ່ລືຊື່ ເມື່ອພວກລ່າເມືອງຂຶ້ນຝຣັ່ງ ກັບຄືນມາຮຸກຮານປະເທດເຮົາເປັນຄັ້ງທີສອງ ເຖິງວ່າພວກສັດຕູຈະມີກຳລັງພົນ ພ້ອມອາວຸດຍຸດທະພັນຫລາຍກວ່າ ແລະ ທັນສະໄໝກວ່າຫລາຍເທົ່າ ພ້ອມທັງໄດ້ຮັບການສະໜັບສະໜູນ ຈາກເຮືອນບິນຖິ້ມລະເບີດຈຳນວນຫລາຍລຳ ແຕ່ກຳລັງປະກອບອາວຸດປະສົມ ລາວ-ຫວຽດນາມ ພາຍໃຕ້ການບັນຊາຂອງປະທານ ສຸພານຸວົງ ກໍໄດ້ສູ້ຮົບຢ່າງພິລະອາດຫານ ຫລາຍວັນ ສົ່ງຜົນໃຫ້ເພິ່ນໄດ້ຮັບ ບາດເຈັບສາຫັດຈິ່ງຍອມໄປປິ່ນປົວ ແລະ ກັບຄືນມາສືບຕໍ່ນຳພາການ ປະຕິວັດຈົນໄດ້ຮັບໄຊຊະນະ.

ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ ປະທານ ສຸພານຸວົງ ກໍໄດ້ຮັບພາລະໜ້າທີ່ໜັກໜ່ວງ ແລະ ຍິ່ງໃຫຍ່ໃນນາມປະທານປະເທດ ທັງເປັນປະທານສະພາ ປະຊາຊົນສູງສຸດ ເຊິ່ງທ່ານປະທານ ສຸພານຸວົງ ໄດ້ເຮັດວຽກຢ່າງໜັກ ຮ່ວມກັບຄະນະນຳເພື່ອນຳພາປະເທດຊາດທີ່ຍັງອ່ອນນ້ອຍ ແລະ ຖືກສັດຕູບີບຮັດໃນທຸກດ້ານໃຫ້ສາມາດຜ່ານຜ່າພາຍຸລົມແດງມາໄດ້ ແລະ ເຕີບໃຫຍ່ຂຶ້ນຢ່າງໝັ້ນຄົງເຖິງປັດຈຸບັນ. ພາສິດບູຮານລາວເຄີຍສອນໄວ້ວ່າ “ເມື່ອໄດ້ກິນເຂົ້າ ກໍໃຫ້ຄິດເຖິງຄຸນນາ ເມື່ອໄດ້ກິນປາ ກໍໄດ້ຄິດເຖິງຄຸນນ້ຳ” ພວກເຮົາພະນັກງານສະມາຊິກພັກ ທະຫານ ຕຳຫລວດ ກຳມະກອນ ແລະ ປະຊາຊົນບັນດາເຜົ່າ ທີ່ເປັນຜູ້ສືບທອດຄວນສະແດງອອກເຖິງຄວາມກະຕັນຍູ ຮູ້ຄຸນ ໂດຍການ ຮ່ຳຮຽນເອົາແບບຢ່າງການເສຍສະຫລະຄວາມສຸກສ່ວນໂຕ ເພື່ອສ່ວນຮວມນ້ຳໃຈປະຕິວັດສຸດກົດສຸດປາຍ ການດຳລົງຊີວິດທີ່ລຽບງ່າຍປອດໃສຂາວສະອາດ ແລະ ປະຢັດຊັດທ່ຽງຮ່ຳຮຽນເອົານ້ຳໃຈພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈອົດທົນພາກພຽນດຸໝັ່ນໃນການສຶກສາຮ່ຳຮຽນເຖິງແມ່ນຈະຢູ່ໃນສະພາບການໃດ ປະທານ ສຸພານຸວົງ ກໍມີຄວາມທຸ່ນທ່ຽງ ມີຫລັກໝັ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນປະທານ ສຸພານຸວົງ ຢູ່ໃນດວງໃຈຂອງປະຊາຊົນລາວ ເຮົາຕະຫລອດໄປ!.

ພ ອມກ ນຮ ຳຮຽນເອ າແບບແຜນການດຳລ ງຊ ວ ດ ແລະບ ດຮຽນອ ນລ າຄາຂອງປະທານ ສ ພານ ວ ງ ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ປະທານ ສຸພານຸວົງ ແມ່ນເພື່ອນທີ່ມີຄວາມຍິ່ງໃຫຍ່ເປັນກັນເອງ, ຊື່ສັດຈິງໃຈ, ເປັນສະຫາຍຮ່ວມຕໍ່ສູ້ກັບປະຊາຊົນຫວຽດນາມ. ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ມີຄຸນຄ່າໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.

ພ ອມກ ນຮ ຳຮຽນເອ າແບບແຜນການດຳລ ງຊ ວ ດ ແລະບ ດຮຽນອ ນລ າຄາຂອງປະທານ ສ ພານ ວ ງ ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ປະທານ ສຸພານຸວົງ ບໍ່ພຽງແຕ່ມີຂີດໝາຍດ້ວຍບັນດາກິດຈະການເຂື່ອນໄຟຟ້ານໍ້າຕົກເທົ່ານັ້ນ, ຫາກຍັງແມ່ນຜູ້ອອກແບບຂົວແຫ່ງຕ່າງໆທີ່ມີລັກສະນະພິເສດຢູ່ ຫວຽດນາມອີກດ້ວຍ.

ພ ອມກ ນຮ ຳຮຽນເອ າແບບແຜນການດຳລ ງຊ ວ ດ ແລະບ ດຮຽນອ ນລ າຄາຂອງປະທານ ສ ພານ ວ ງ ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

ຍສໝ - ເນື່ອງໃນໂອກາດວັນຄົບຮອບ 110 ປີ ວັນຄ້າຍວັນເກີດທ່ານປະທານາ ສຸພານຸວົງ (1909-2019), ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ປະສານສົມທົບຮ່ວມກັບຄອບຄົວ ນັກປະພັນ ເຈິ່ນ ກົງ ເຕິ໋ນ, ລູກລ້ຽງຂອງ ປະທານ ສຸພານຸວົງ ຈັດງານການພົບປະ ເພື່ອລະນຶກເຖິງ ເພື່ອນຜູ້ຍິ່ງໃຫຍ່ ໃກ້ຊິດ, ...

kpl.gov.la/

ເຫດການ
302 Found

Found

The document has moved here.