ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

08:54 | 22/07/2019

ປະທານ ສຸພານຸວົງ ບໍ່ພຽງແຕ່ມີຂີດໝາຍດ້ວຍບັນດາກິດຈະການເຂື່ອນໄຟຟ້ານໍ້າຕົກເທົ່ານັ້ນ, ຫາກຍັງແມ່ນຜູ້ອອກແບບຂົວແຫ່ງຕ່າງໆທີ່ມີລັກສະນະພິເສດຢູ່ ຫວຽດນາມອີກດ້ວຍ.

ນີ້ແມ່ນບັນດາຈຸດທີ່ເປັນເອກະລັກເຊິ່ງຫາກໍ່ໄດ້ປະກາດໃນວັນທີ 19 ກໍລະກົດ ທີ່ງານວາງສະແດງ “ປະທານສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນຫວຽດນາມ”. ງານວາງສະແດງນອນໃນຂອບເຂດການຮ່ວມມືລະຫວ່າງຫໍພິພິທະພັນ ໂຮ່ຈີມິນ ແລະຫໍໍພິພິທະພັນ ໄກສອນ ພົມວິຫານ (ສປປ. ລາວ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 110 ປີ (13-07-1909 / 13-07-2019).

ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ປະທານໂຮ່ຈີມິນ (ເບື້ອງຂວາ) ແລະສະເດັດເຈົ້າ ສຸພານຸວົງ.

ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ

ທ່ານ ຫງວຽນກ໊ວກຮືວ, ຫົວໜ້າຫ້ອງວາງສະແດງ, ຫໍພິພິທະພັນໂຮ່ຈີມິນ, ໃຫ້ຮູ້ວ່າ, ເຖິງວ່າເອກະສານກ່ຽວກັບປະທານ ສຸພານຸວົງ ຢູ່ຫໍພິພິທະພັນໂຮ່ຈີມິນ ອຸດົມສົມບຸນກໍ່ຕາມ, ແຕ່ວ່າເພື່ອໃຫ້ເໝາະສົມກັບຫົວຂໍ້ຂອງງານວາງສະແດງດັ່ງກ່າວ, ບັນດາພະນັກງານຢູ່ຫໍພິພິທະພັນໂຮ່ຈີມິນ ໄດ້ຊອກຫາ, ເອົາເອກະສານອື່ນຕື່ມອີກ, ໃນນັ້ນ, ພິເສດແມ່ນໄດ້ເອົາໃຈໃສ່ເຖິງໄລຍະເວລາທີ່ປະທານ ສຸພານຸວົງ ເຮັດວຽກຢູ່ພະແນກໂຍທາທິການພາກກາງ (ນະຄອນຍາຈາງ- ແຂວງແຄ໊ງຮວ່າ).

ທ່ານ ຫງວຽນກ໊ວກຮືວ ເວົ້າຕື່ມອີກວ່າ, “ຜ່ານການຄົ້ນຄວ້າ, ພວກຂ້າພະເຈົ້າໄດ້ຮູ້ບາງກິດຈະການຄົມມະນາຄົມ, ຊົນລະປະທານໂດຍປະທານ ສຸພານຸວົງ ໄດ້ອອກແບບ ແລະຮັບຜິດຊອບການກໍ່ສ້າງເຊິ່ງໄດ້ສ້າງເປັນຂີດໝາຍມິດຕະພາບພິເສດທີ່ສຸດລະຫວ່າງຫວຽດນາມ ແລະລາວ...”.

ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ຮູບພາບກ່ຽວກັບຂົວ ຣ່ອນ ຂ້າມແມ່ນໍ້າລວານຢູ່ ແຂວງກວ໋າງບີ່ງ ແມ່ນຫາຍາກທີ່ສຸດ - ເຊິ່ງແມ່ນໜຶ່ງໃນບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ.

ໃນວິວັດການຊອກຮູ້ກ່ຽວກັບບັນດາກິດຈະການຊົນລະປະທານໂດຍປະທານ ສຸພານຸວົງ ໄດ້ອອກແບບນັ້ນ, ນອກຈາກກິດຈະການທີ່ມີຊື່ສຽງຄືອ່າງ ບ໊າຍເຖື້ຶອງ ຢູ່ແຂວງແທັງຮວ໊າ, ອ່າງຊົນລະປະທານຢູ່ໂດເລືອງ, ແຂວງເງະອານ ແລ້ວ, ຍັງມີຂົວພິເສດອີກຈໍານວນໜຶ່ງຄືຂົວຂ້າມເຂື່ອນໄຟຟ້ານໍ້າຕົກ Sêrêpốk ຢູ່ ໄຕງວຽນ ຫຼື ຂົວ ຣ່ອນ ຂ້າມແມ່ນໍ້າລວານ ຢູ່ແຂວງກວ໋າງບີ່ງ ອີກດ້ວຍ.

ການວິວາທີ່ຜາສຸກກັບນາງສາວຊາວຫວຽດນາມ

ນີ້ແມ່ນຈຸດພິເສດໜຶ່ງອີກໃນຄວາມຮັກແພງຢ່າງເລິກເຊິ່ງ ແລະສະໜິດສະໜົມຂອງປະທານ ສຸພານຸວົງ ກັບ ຫວຽດນາມ, ນັ້ນແມ່ນທ່ານໄດ້ແຕ່ງງານກັບນາງສາວຊາວຫວຽດນາມ ຄົນໜຶ່ງ. ປີ 1937, ພາຍຫຼັງສິ້ນສຸດການຮໍ່າຮຽນຢູ່ຝະລັ່ງ, ສະເດັດເຈົ້າ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງຈາກຜູ້ມີອຳນາດເຕັມແຫ່ງອິນດູຈີນ ໃຫ້ໄປເປັນລັດຖະກອນພະແນກໂຍທາທິການ ອານນາມ ທາງພາກກາງ ຢູ່ ຍາຈາງ.

ເມື່ອມາຮອດ ຍາຈາງ, ເພິ່ນໄດ້ເຂົ້າໄປພັກຢູ່ໂຮງແຮມ Bon Air, ສະເດັດເຈົ້າ ສຸພານຸວົງ ໄດ້ພົບກັບນາງສາວຄົນໜຶ່ງນຸ່ງຊຸດເສື້ອສີບົວ, ເຊິ່ງຫຼັງຈາກນີ້ທ່ານຈຶ່ງໄດ້ຮູ້ວ່ານາງສາວຄົນນັ້ນແມ່ນ ກີ່ນາມ - ລູກຮັກຂອງເຈົ້າຂອງໂຮງແຮມ ແລະກໍ່ແມ່ນນາງງາມທີ່ມີຊື່ສຽງຂອງພາກກາງ.

ບັນດາຂີດໝາຍພິເສດຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ພາບທ່ານນາງ ກີ່ນາມ ແລະພວກລູກໆຖ່າຍຮູບກັບລຸງໂຮ່, ປີ 1960.

ເຖິງວ່າໃນຕອນນັ້ນ, ທ່ານນາງ ກີ່ນາມ ບໍ່ຮູ້ວ່າ ສະເດັດເຈົ້າ ສຸພານຸວົງ ແມ່ນໃຜ, ແຕ່ວ່າ ນາງ ຍັງມີຄວາມຮັກກັບສະເດັດເຈົ້າ ສຸພານຸວົງ ແລະສະເດັດເຈົ້າ ສຸພານຸວົງ ກໍ່ຍອມຮັບວ່າ “ຂ້າພະເຈົ້າຫຼົງສະເໜຄວາມສວຍງາມຂອງນາງ ກີ່ນາມ ແລ້ວ”. ພາຍຫຼັງ 6 ເດືອນທີ່ພົບກັນເປັນເທື່ອທໍາອິດ, ທັງສອງຄົນໄດ້ແຕ່ງງານກັນ. ເພື່ອເປັນຂີດໝາຍຂອງການວິວາທີ່ຜາສຸກນີ້, ສະເດັດເຈົ້າ ສຸພານຸວົງ ໄດ້ຕັ້ງຊື່ ວຽງຄໍາ ສຸພານຸວົງ ໃຫ້້ນາງ ກີ່ນາມ - ໝາຍຄວາມວ່າແມ່ນກໍາແພງຄຳທີ່ລໍ້າຄ່າທີ່ສຸດຂອງວົງຕະກຸນ ສຸພາ.

ເຂົ້າຮ່ວມງານວາງສະແດງດັ່ງກ່າວ, ທ່ານ ວຽງໄຊ ດາລາແສນ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຖືວ່າ, ການວິວາທີ່ຜາສຸກພິເສດລະຫວ່າງ ສະເດັດເຈົ້າ ສຸພານຸວົງ ແລະທ່ານນາງ ກີ່ນາມ ໄດ້ປະກອບສ່ວນກະຕຸກຊຸກຍູ້ປະທານ ສຸພານຸວົງ ມານະພະຍາຍາມເຂົ້າຮ່ວມການສ້າງພື້ນຖານ ແລະເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ ຢ່າງໃຫຍ່ຫຼວງ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

302 Found

Found

The document has moved here.