ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

07:07 | 18/07/2019

ຍສໝ - ເນື່ອງໃນໂອກາດວັນຄົບຮອບ 110 ປີ ວັນຄ້າຍວັນເກີດທ່ານປະທານາ ສຸພານຸວົງ (1909-2019), ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ປະສານສົມທົບຮ່ວມກັບຄອບຄົວ ນັກປະພັນ ເຈິ່ນ ກົງ ເຕິ໋ນ, ລູກລ້ຽງຂອງ ປະທານ ສຸພານຸວົງ ຈັດງານການພົບປະ ເພື່ອລະນຶກເຖິງ ເພື່ອນຜູ້ຍິ່ງໃຫຍ່ ໃກ້ຊິດ, ຊື່ສັດຈິງໃຈ ຂອງປະຊາຊົນຫວຽດນາມ.

ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

ບັນດາຜູ້ແທນໄດ້ຖ່າຍຮູບເປັນທີ່ລະນຶກຮ່ວມກັບ ນັັກປະພັນ ເຈິ່ນ ກົງ ເຕິ໋ນ ລູກລ້ຽງຂອງ ປະທານ ສຸພານຸວົງ (ຢືນຢູ່ລະຫວ່າງກາງຖືໄມ້ເທົ້າ).

ເຂົ້າຮ່ວມໃນງານພົບປະສະເຫຼີມສະຫຼອງ ປະກອບມີ ທ່ານນາງ ພິມພາ ແກ້ວມີໄຊ- ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິ໋ມິນ (HUFO), ທ່າ ກວິ່ງ ແກັກ ມ້າງ-ປະທານ ສະມາຄົມມິດຕະພາບ ຫວຽດ-ລາວ ນະຄອນໂຮ່ຈິ໋ມິນ, ພະອາຈານ ປອ ທິກ ທ້ຽນ ເຕິມ-ຮອງເຈົ້າຄະນະອົງການພຸດທະສາດສະໜາຫວຽດນາມ ແລະ ຄອບຄົວຂອງ ນັກປະພັນ ເຈິ່ນ ກົງ ເຕິ໋ນ.

ກ່າວຄໍາເຫັນໃນພິທີຄັ້ງນີ້, ທ່ານ ຮວິ່ງ ແກັກ ມ້າງ ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈິ໋ມິນ ໄດ້ສະແດງຄວາມກະຕັນຍູ ລະນຶກເຖິງປະທານ ສຸພານຸວົງ ລູກຮັກຫຼາຍແພງຂອງປະຊາຊົນລາວບັນດາເຜົ່າ.

"ປະທານ ສຸພານຸວົງ ແມ່ນເພື່ອນທີ່ມີຄວາມຍິ່ງໃຫຍ່ເປັນກັນເອງ, ຊື່ສັດຈິງໃຈ, ເປັນສະຫາຍຮ່ວມຕໍ່ສູ້ກັບປະຊາຊົນຫວຽດນາມ. ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ມີຄຸນຄ່າໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ. ໃນເດືອນກໍລະກົດ, ພວກເຮົາໄດ້ຮໍາລຶກເຖິງຜູ້ນໍາການປະຕິວັດ, ບັນດາວິລະຊົນ ແລະ ວິລະບຸລຸດ ຜູ້ທີ່ໄດ້ເສຍສະຫຼະ ເພື່ອພາລະກິດປະຕິວັດປະຊາຊົນ ຫວຽດນາມ-ລາວ ". ທ່ານ ຮວິ່ງ ແກັກ ມ້າງ - ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈິ໋ມິນ ໄດ້ແບ່ງປັນ.

ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

ທ່ານ ຮວິ່ງ ແກັກ ມ້າງ - ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈິ໋ມິນ ໄດ້ກ່າວໃນພິທີດັ່ງກ່າວ.

ທ່ານນາງ ພິມພາ ແກ້ວມີໄຊ - ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນໂຮ່ຈີມິນ ມີຄວາມຕື້ນຕັນ ຕໍ່ກັບນຳ້ໃຈ ທີ່ປະຊາຊົນຫວຽດນາມມອບໃຫ້ ທ່ານປະທານ ສຸພານຸວົງ ທີ່ລ່ວງລັບໄປແລ້ວ. ທ່ານໄດ້ຝາກຄຳຂອບອົກຂອບໃຈເຖິງ ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຄອບຄົວຂອງນັກຂຽນ ເຈິ່ນ ກົງ ເຕິ໋ນ ທີ່ໄດ້ຈັດພິທີງານສະເຫລີມສະຫລອງຢ່າງອົບອຸ່ນ ແລະ ເຕັມໄປດ້ວຍມິດຕະພາບ-ໄມຕີຈິດ, ພ້ອມດຽວກັນນັ້ນ, ທ່ານນາງ ພິມພາ ແກ້ວມີໄຊ ຍັງຢືນຢັນວ່າ: ສາຍພົວພັນພິເສດ ລະຫວ່າງ ຫວຽດນາມ-ລາວ ໄດ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະ ຍືນຍົງຍາວນານ.

ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

ທ່ານນາງ ພິມພາ ແກ້ວມີໄຊ - ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນໂຮ່ຈີມິນ ຕື້ນຕັນໃຈ ຕໍ່ກັບຄວາຮັກກໍ່ຄືນຳ້ໃຈຂອງປະຊາຊົນຫວຽດນາມ ມອບໃຫ້ ປະທານ ສຸພານຸວົງ.

ໃນພິທີສະເຫຼີມສະຫຼອງ, ຄະນະຜູ້ແທນໄດ້ມີໂອກາດ ຢ້ຽມຢາມ "ພື້ນທີ່ມິດຕະພາບຫວຽດນາມ - ລາວ" ຂອງນັກຂຽນ ເຈິ່ນ ກົງ ເຕິ໋ນ ເຊິ່ງເຕັມໄປດ້ວຍຮູບພາບ, ວັດຖຸເຊິ່ງສະແດງໃຫ້ເຫັນເຖິງມິດຂອງຫວຽດນາມ - ລາວ.

ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

ພື້ນທີ່ມິດຕະພາບຫວຽດນາມ - ລາວ ຢູ່ທີ່ ເຮືອນຂອງນັກຂຽນ, ອາດີດທະຫານສາຍລັບ ເຈີ່ນ ກົງ ເຕີ໋ນ ລູກລ້ຽງຂອງປະທານ ສຸພານຸວົງ.

ປະທານ ສຸພານຸວົງ ມາຈາກຄອບຄົວພະລາດສະວົງຂອງລາວ. ໃນໄລຍະເວລາທີ່ເຮັດວຽກ ຢູ່ໃນປະເທດຫວຽດນາມ, ພະອົງໄດ້ອຸທິດຕົນທັງຫມົດໃນການອອກແບບ ແລະ ຮັບຜິດຊອບການກໍ່ສ້າງໂຄງການຊົນລະປະທານຢ່າງຫຼວງຫຼາຍທົ່ວພາກເຫນືອ, ພາກກາງ ແລະ ພາກໃຕ້. ໃນນັ້ນ, ມີຈຳນວນ 7 ໂຄງການ ທີ່ຍັງຄົງໃຊ້ຢູ່ເຊັ່ນ: ເຂື່ອນ ບ໋າຍເທື້ອງ ຢູ່ ແທັງຫວ໋າ, ບໍ່ພຽງແຕ່ເປັນປະໂຫຍດໃນການຄວບຄຸມແຫຼ່ງນ້ໍາ ສໍາລັບການຜະລິດ, ດໍາລົງຊີວິດ ແລະ ການຜະລິດກະສິກໍາ, ແຕ່ຍັງເປັນສະຖານທີ່ທີ່ສວຍງາມ ຫນ້າສົນໃຈສໍາລັບນັກທ່ອງທ່ຽວ. ໂຄງການ ນຳ້ຕົກ ຟານທຽດ ໄດ້ຮັການຕີລາຄາຈາກນັກວະຊາວະກອນ ວ່າແມ່ນໂຄງກາານທີ່ສວຍສົດງົດງາມ ແລະ ມີຄວາມເປັນເອກກະລັກສະເພາະຕົວ ໃນບັນດານຳ້ຕົກຕາດທີ່ໄດ້ສ້າງຂື້ນຢູ່ ຫວຽດນາມ ແລະ ໄດ້ກາຍເປັນສັນຍາລັກພິເສດໃຫ້ແກ່ແຂວງ ບິ່ງທົ້ນ ຢ່າງເປັນທາງການ. ນີ້ແມ່ນໂຄງການທີ່ມີປະຫວັດສາດ, ທີ່ສະແດງເຖິງ, ສາຍພົວພັນຢ່າງເລິກເຊິ່ງ ລະຫວ່າງ ປະຊາຊົນສອງປະເທດຂອງຫວຽດນາມ-ລາວ.

ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

ນັກຂຽນ ເຈີ່ນ ວັນ ກົງ ສົນທະນາກັບ ກົງສຸນໃຫຍ່ ແຫ່ງ ສປປ ລາວ.

ໃນປີ 1945, ປະທານໂຮ່ຈີມິນ ໄດ້ເຊື້ອເຊີນ ສົມເດັດ ສຸພານຸວົງ ໄປຢ້ຽມຢາມ ຮ່າໂນ້ຍ ເພື່ອປຶກສາຫາລືກ່ຽວກັບ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງຫວຽດນາມ-ລາວ. ຍ້ອນພົບປະຄັ້ງປະຫວັດສາດຄັ້ງນັ້ນ, ໄດ້ເປັນຂີດໝາຍກ້າວກະໂດດສຳຄັນໃນຊີວິດ ແລະ ການເຮັດການປະຕິວັດຂອງສົມເດັດ ສຸພານຸວົງ. ໃນເວລາດຽວກັນ, ເປີດຫນ້າໃຫມ່ໃນປະຫວັດສາດຂອງຄວາມສາມັກຄີ ລະຫວ່າງ ຫວຽດນາມ-ລາວ ຕໍ່ຕ້ານສັດຕູໂຕດຽວກັນ

ແນວຄິດ ປະທານ ໂຮ່ຈີມິນ ໄດ້ມີຜົນກະທົບຢ່າງເລິກເຊິ່ງ ກ່ຽວກັບແນວຄິດ ແລະ ການເຄື່ອນໄຫວປະຕິວັດຂອງ ສົມເດັດ ສຸພານຸວົງ, ປ່ຽນແປງພະອົງຈາກເຈົ້າຊາຍຂອງພະລາດສະວົງລາວ ກາຍມາເປັນນັກຮົບປະຕິວັດ ທີ່ເຕັມໄປດ້ວຍຄວາມມຸ້ງໝັ້ນ, ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ສູງກ່ວາ ຜົນປະໂຫຍດຂອງຕົນເອງ ແລະ ຄອບຄົວ.

ເພື່ອນມິດສະຫາຍຫວຽດນາມ ພົບປະກັນລະນຶກເຖິງ ປະທານ ສຸພານຸວົງ

ບັນຍາກາດການພົບປະໂອ້ລົມກັນຂອງຜູ້ແທນທັງສອງຝ່າຍ.

ໃນຊົ່ວຊີວິດຂອງການເຄື່ອນໄຫວປະຕິວັດ, ພະອົງຍາມໃດກໍ່ມີຄວາມເອົາໃຈໃສ່, ດຸໝັ່ນກໍ່ສ້າງ, ເສີມຂະຫຍາຍ ນຳ້ຈສາມັກຄີ ຫວຽດນາມ - ລາວ ໃຫ້ນັບມື້ນນັບເກີດດອກອອກຜົນ ແລະ ຍືນຍົງຍາວນານ. ຈິດໃຈດັ່ງກ່າວນັ້ນນັບມື້ນັບເພີ່ມຂື້ນໂດຍທະວີຄູນ ແລະ ຍືນຍົງ ເມື່ອທັງສອງປະເທດໄດ້ເຊັນສັນຍາລົງນາມ "ສົນທິສັນຍາມິດຕະພາບຮອບດ້ານ " ດ້ວຍຄຳໝັ້ນສັນຍາ ມີການສະຫນັບສະຫນູນ ແລະ ການຊ່ວຍເຫຼືອຮ່ວມຮັດແໜ້ນໃນທຸກໆຂົງເຂດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.