ການພົບປະກັບຄອບຄົວ ປະທານ ສຸພານຸວົງ ຢູ່ ແດນດອກຈຳປາ

14:46 | 16/07/2019

ຍສໝ - ໃນຂອບເຂດຂອງລາຍການ “ການພົບປະ ຢູ່ ບ້ານເກີດຂອງປະທານ ສຸພານຸວົງ”, ໃນຕອນຄໍ່າຂອງວັນທີ 15 ກໍລະກົດ, ຄະນະຜູ້ແທນສູນກາງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ບັນດາຜູ້ທີ່ເຄີຍຕິດຕາມ, ໄກ້ສິດ, ຮັບໃຊ້ ປະທານ ສຸພານຸວົງ ແລະ ບັນດາຜູ້ທີ່ຄຸ້ມຄອງບັນດາໂຄງການກໍ່ສ້າງຂອງ ວິສາວະກອນ ສຸພານຸວົງ ອອກແບບ ຢູ່ ຫວຽດນາມ ໄດ້ພົບປະ, ໂອ້ລົມຢ່າງເປັນກັນເອງ ກັບ ຄອບຄົວຂອງປະທານ ສຸພານຸວົງ.

ການພົບປະກັບຄອບຄົວ ປະທານ ສຸພານຸວົງ ຢູ່ ແດນດອກຈຳປາ

ບັນດາສະມາຊິກໃນຄະນະຜູ້ແທນ ສະແດງຄວາມຊາບຊື້ງໃຈທີ່ໄດ້ພົບປະກັບກັບລູກຫຼານຫຼາຍລຸ້ນຂອງຄອບຄົວ ປະທານ ສຸພານຸວົງ

ທີ່ການພົບປະຄັ້ງນີ້, ທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ລູກສາວກົກຂອງທ່ານປະທານ ສຸພານຸວົງ, ຮອງປະທານແນວລາວສ້າງຊາດ, ໄດ້ຕ່າງໜ້າໃຫ້ຄອບຄົວສະແດງຄວາມຕ້ອນຮັບອັນອົບອຸ່ນໃຫ້ແກ່ຄະນະ. ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ສະແດງຄວາມຂອບອົກຂອບໃຈມາຍັງ ສະມາຄົມມິດຕະພາບຫວຽດນາມ-ລາວ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ທີ່ມີແນວຄິດຈັດງານການເຄື່ອນໄຫວອັນມີຄວາມໝາຍສຳຄັນນີ້ຂຶ້ນ.

ທ່ານຍັງເນັ້ນໜັກອີກວ່າ: ຄອບຄົວຂອງເພິ່ນຍາມໃດກໍ່ຍັງຈົດຈຳໄດ້ເຖິງຄຳສັ່ງສອນຂອງ ທ່ານປະທານ ສຸພານຸວົງ, ເຖິງວ່າຈະຢູ່ແຫ່ງຫົນໃດ, ໃນບົດບາດໃດໆ ກໍ່ຫ້າມລືມຄຸນງາມຄວາມດີຂອງປະຊາຊົນຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນ ເພື່ອນຳມາແຫ່ງ ເສລີພາບ ໃຫ້ແກ່ປະເທດລາວ. ທ່ານກ່າວຕື່ມອີກວ່າ: ສະໄໝ ທ່ານປະທານ ສຸພານຸວົງ ຍັງມີຊີວິດຢູ່ ທ່ານໄດ້ເລົ່າເຖິງຄົນທີ່ເຮັດການປະຕິວັດ, ທະຫານລຸງ ໂຮ່ ໃນນັ້ນມີວິລະຊົນ ເລທ້ຽວຮຸຍ, ຜູ້ທີ່ປົກປ້ອງ ປະທານ ສຸພານຸວົງ ໃນໄລຍະເວລາຂອງການເຄື່ອນໄຫວເຮັດປະຕິວັດ.

ການພົບປະກັບຄອບຄົວ ປະທານ ສຸພານຸວົງ ຢູ່ ແດນດອກຈຳປາ

ທ່ານ ເລ ເທື້ອງ ກວີງ ໄດ້ມອບສາລະຄະດີປະຫວັດສາດ ອັນລ້ຳຄ່າ ກ່ຽວກັບ ສະເດັດເຈົ້າ ສຸພານຸວົງ ແລະ ນັກຮົບສະລະຊີວິດເພື່ອຊາດ ເລທ້ຽວຮຸຍ ໃຫ້ແກ່ ອະນຸສາວະລີ ສວນສາທາລະນະ 21 ມີນາ

ບັນດາສະມາຊິກໃນຄະນະຜູ້ແທນສະແດງຄວາມຊາບຊື້ງໃຈທີ່ໄດ້ມາຢ້ຽມຢາມປະເທດລາວ ແລະ ພົບປະກັບກັບລູກຫຼານຫຼາຍລຸ້ນຂອງຄອບຄົວ ປະທານ ສຸພານຸວົງ. ທ່ານ ເລເທື້ອງກວິງ, ນ້ອງຊາຍ ວິລະຊົນ-ກຳລັງປະກອບອາວຸດ ປະຊາຊົນ ເລທ້ຽວຮຸຍ - ຜູ້ທີ່ໄດ້ເອົາຕົນບັງລູກປືນໃຫ້ແກ່ ປະທານ ສຸພານຸວົງ ໃນບັ້ນ ຮົບ ທ່າແຂກ ວັນທີ 21 ມີນາ 1946, ຊາບຊື້ງ ແລະ ສະອື້ນໃຈຫຼາຍ ຕໍ່ການຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຈິງໃຈຂອງ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ແລະ ສະມາຊິກໃນຄອບຄົວຂອງປະທານສຸພານຸວົງ ອີກດ້ວຍ. ທ່ານໄດ້ມອບຂອງຂວັນໃຫ້ຄອບຄົວຂອງປະທານສຸພານຸວົງ ເອກະສານຫຼາຍຢ່າງ ໃນນັ້ນປະກອບມີຈົດໝາຍຂອງ ປະທານ ສຸພານຸວົງ ສົ່ງເຖິງ ພໍ່ຂອງທ່ານ ເລເທື້ອງກວິງ ແຈ້ງຂ່າວກ່ຽວກັບ ການເສຍສະຫຼະຊີວິດອັນອົງອາດກ້າຫານຂອງ ວິລະຊົນ ເລທ້ຽວຮຸຍ.

ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ, ປະທານສະມາຄົມມິດຕະພາບ ລາວ - ຫວຽດ ແຂວງ ຄໍາມ່ວນ ທ່ານ ສົມໃຈ ເພັດສີນວນ ຕາງໜ້າການນໍາແຂວງຄໍາມ່ວນ ໄດ້ໃຫ້ການຕ້ອນຮັບຄະນະ. ໃນໄລຍະເວລາທີ່ແຂວງຄໍາມ່ວນ, ຄະນະໄດ້ໄປຢ້ຽມຢາມເຂດອະນຸສອນສະຖານ ປະທານ ໂຮ່ຈີ໋ມີງ ທີ່ ບ້ານຊຽງວາງ, ເມືອງ ໜອງບົກ; ຢ້ຽມຢາມກອງບັນຊາການທະຫານການປະຕິວັດ ລາວ ແລະ ກອງທະຫານປະສົມສູ້ຮົບ ລາວ - ຫວຽດ, ສະຖານທີ່ຕັ້ງທັບຂອງຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດປະຕິວັດລາວ ສຸພານຸວົງ ແລະ ບັນດານັກຮົບ ລາວ ແລະ ຫວຽດນາມ ເຊິ່ງໃນນັ້ນມີຫົວໜ້າເສນາທິການ ເລຖ້ຽວຮຸຍ; ຢ້ຽມຢາມອະນຸສາວະລີບັ້ນຮົບປົກປ້ອງ ທ່າແຂກ ວັນທີ 21 ມີນາ 1946; ຖະຫວາຍທູບທຽນ ທີ່ ອະນຸສາວະລີ ປະທານ ສຸພານຸວົງ 21 ມີນາ ແລະ ຢ້ຽມຢາມ ອະນຸສາວະລີ ສວນສາທາລະນະ 21 ມີນາ.

ທີ່ນີ້, ທ່ານ ເລເທື້ອງກວີງ, ນ້ອງຊາຍຂອງນັກຮົບສະລະຊີວິດເພື່ອຊາດ ເລທ້ຽວຮຸຍ ມີຄວາມສະເທືອນໃຈຫຼາຍ ທີ່ໄດ້ມາຢ້ຽມຢາມສະຖານທີ່ການສູ້ຮົບຂອງອ້າຍເພິ່ນ ພ້ອມດ້ວຍ ສະເດັດເຈົ້າ ສຸພານຸວົງ ແລະ ເພື່ອນຮ່ວມກົມກອງ ໄດ້ມີການສູ້ຮົບຢ່າງພິລະອາດຫານ ເພື່ອປົກປ້ອງ ທ່າແຂກ. ໂດຍສະເພາະແມ່ນສະຖານທີ່ເຊິ່ງນັກຮົບສະລະຊີວິດເພື່ອຊາດ ເລທ້ຽວຮຸຍ ປ້ອງກັນລູກປືນໃຫ້ ສະເດັດເຈົ້າ ສຸພານຸວົງ.

ການພົບປະກັບຄອບຄົວ ປະທານ ສຸພານຸວົງ ຢູ່ ແດນດອກຈຳປາ

ຄະນະໄດ້ໄປຢ້ຽມຢາມເຂດອະນຸສອນສະຖານ ປະທານ ໂຮ່ຈີ໋ມີງ ທີ່ ບ້ານຊຽງວາງ

ທ່ານ ເລເທື້ອງກວີງ ໄດ້ມອບສາລະຄະດີປະຫວັດສາດອັນລ້ຳຄ່າກ່ຽວກັບ ສະເດັດເຈົ້າ ສຸພານຸວົງ ແລະ ນັກຮົບສະລະຊີວິດເພື່ອຊາດ ເລທ້ຽວຮຸຍ ໃຫ້ແກ່ ອະນຸສາວະລີ ສວນສາທາລະນະ 21 ມີນາ. ຕາແສງ ທ່າແຂກ ແມ່ນຕັ້ງຢູ່ໃນເມືອງ ໜອງບົກ, ແຂວງ ຄໍາມ່ວນ. ຊາວຫວຽດນາມ ອາໄສຢູ່ທ່າແຂກ ເປັນເວລາດົນນານ, ຮອດ ປີ 1945 ມີຫລາຍພັນຄົນດໍາລົງຊິວິດ ຢູ່ ຕາແສງ ທ່າແຂກ ແລະ ບ້ານໃກ້ຄຽງ. ຫຼັງຈາກທີ່ລັດຖະບານ ອິດສະຫຼະ ໄດ້ສ້າງຕັ້ງຂຶ້ນໃນເມື່ອວັນທີ 12 ຕຸລາ 1946, ສະເດັດເຈົ້າ ສຸພານຸວົງ ກໍາລັງເຮັດວຽກ ຢູ່ ຫວຽດນາມ ໃນເວລານັ້ນ, ໄດ້ກັບຄືນປະເທດລາວເພື່ອດໍາລົງຕໍາແໜ່ງລັດຖະມົນຕີການຕ່າງປະເທດ ທັງເປັນ ຜູ້ບັນຊາການສູງສຸດ ບັນດາກໍາລັງປະກອບອາວຸດປະຕິວັດລາວ.

ໃນຕອນເຊົ້າຂອງວັນທີ 21 ມີນາ 1945, ເຮືອບິນຝຣັ່ງ ໄດ້ຖິ້ມລະເບີດ ຕາແສງ ທ່າແຂກ. ສະເດັດເຈົ້າ ສຸພານຸວົງ ແລະ ບັນດານັກຮົບຫວຽດນາມ ໄດ້ມີການຕໍ່ສູ້ຢ່າງພິລະອາດຫານ ເພື່ອປົກປ້ອງ ຕາແສງ ທ່າແຂກ ແລະ ປະຊາຊົນ. ປີ 1991, ລັດຖະບານລາວ ໄດ້ມອບຫຼຽນໄຊ ຂັ້ນ 1 ໃຫ້ແກ່ ນັກຮົບສະລະຊີວິດເພື່ອຊາດ ເລທ້ຽວຮຸຍ. ປີ 2011, ປະທານປະເທດ ຫວຽດນາມ ໄດ້ເຊັນມອບໃບຂໍ້ຕົກລົງນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ແກ່ ນັກຮົບສະລະຊີວິດເພື່ອຊາດ ເລທ້ຽວຮຸຍ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.