ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

09:54 | 22/07/2019

ປະທານ ສຸພານຸວົງ ແມ່ນເພື່ອນທີ່ມີຄວາມຍິ່ງໃຫຍ່ເປັນກັນເອງ, ຊື່ສັດຈິງໃຈ, ເປັນສະຫາຍຮ່ວມຕໍ່ສູ້ກັບປະຊາຊົນຫວຽດນາມ. ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ມີຄຸນຄ່າໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.

ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ປະທານ ສຸພານຸວົງ

ປະທານ ສຸພານຸວົງ ມາຈາກຄອບຄົວພະລາດສະວົງຂອງລາວ. ໃນໄລຍະເວລາທີ່ເຮັດວຽກ ຢູ່ ໃນປະເທດຫວຽດນາມ, ພະອົງໄດ້ອຸທິດຕົນທັງຫມົດໃນການອອກແບບ ແລະ ຮັບຜິດຊອບການກໍ່ສ້າງໂຄງການຊົນລະປະທານຢ່າງຫຼວງຫຼາຍທົ່ວພາກເຫນືອ, ພາກກາງ ແລະ ພາກໃຕ້. ໃນນັ້ນ, ມີຈຳນວນ 7 ໂຄງການ ທີ່ຍັງຄົງໃຊ້ຢູ່ເຊັ່ນ: ເຂື່ອນ ບ໋າຍເທື້ອງ ຢູ່ ແທັງຫວ໋າ, ບໍ່ພຽງແຕ່ເປັນປະໂຫຍດໃນການຄວບຄຸມແຫຼ່ງນ້ໍາ ສໍາລັບການຜະລິດ, ດໍາລົງຊີວິດ ແລະ ການຜະລິດກະສິກໍາ, ແຕ່ຍັງເປັນສະຖານທີ່ທີ່ສວຍງາມ ຫນ້າສົນໃຈສໍາລັບນັກທ່ອງທ່ຽວ. ໂຄງການ ນໍ້າຕົກ ຟານທຽດ ໄດ້ຮັການຕີລາຄາຈາກນັກວະຊາວະກອນ ວ່າແມ່ນໂຄງກາານທີ່ສວຍສົດງົດງາມ ແລະ ມີຄວາມເປັນເອກກະລັກສະເພາະຕົວ ໃນບັນດານຳ້ຕົກຕາດທີ່ໄດ້ສ້າງຂື້ນຢູ່ ຫວຽດນາມ ແລະ ໄດ້ກາຍເປັນສັນຍາລັກພິເສດໃຫ້ແກ່ ແຂວງ ບິ່ງທ້ວນ ຢ່າງເປັນທາງການ. ນີ້ແມ່ນໂຄງການທີ່ມີປະຫວັດສາດ, ທີ່ສະແດງເຖິງ ສາຍພົວພັນຢ່າງເລິກເຊິ່ງ ລະຫວ່າງ ປະຊາຊົນສອງປະເທດຂອງຫວຽດນາມ-ລາວ.

ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ໂຄງການ ນຳ້ຕົກ ຟານທຽດ.(ພາບ: baobinhthuan.com.vn)

ໃນນັ້ນ, ພິເສດແມ່ນໄດ້ເອົາໃຈໃສ່ເຖິງໄລຍະເວລາທີ່ປະທານ ສຸພານຸວົງ ເຮັດວຽກຢູ່ພະແນກໂຍທາທິການພາກກາງ (ນະຄອນຍາຈາງ- ແຂວງແຄ໊ງຮວ່າ). ບາງກິດຈະການຄົມມະນາຄົມ, ຊົນລະປະທານໂດຍປະທານ ສຸພານຸວົງ ໄດ້ອອກແບບ ແລະ ຮັບຜິດຊອບການກໍ່ສ້າງເຊິ່ງໄດ້ສ້າງເປັນຂີດໝາຍມິດຕະພາບພິເສດທີ່ສຸດລະຫວ່າງຫວຽດນາມ ແລະ ລາວ... ໃນວິວັດການຊອກຮູ້ກ່ຽວກັບບັນດາກິດຈະການຊົນລະປະທານໂດຍປະທານ ສຸພານຸວົງ ໄດ້ອອກແບບນັ້ນ, ນອກຈາກກິດຈະການທີ່ມີຊື່ສຽງຄືອ່າງ ບ໊າຍເຖື້ຶອງ ຢູ່ແຂວງແທັງຮວ໊າ, ອ່າງຊົນລະປະທານຢູ່ໂດເລືອງ, ແຂວງເງະອານ ແລ້ວ, ຍັງມີຂົວພິເສດອີກຈໍານວນໜຶ່ງຄືຂົວຂ້າມເຂື່ອນໄຟຟ້ານໍ້າຕົກ Sêrêpốk ຢູ່ ໄຕງວຽນ ຫຼື ຂົວ ຣ່ອນ ຂ້າມແມ່ນໍ້າລວານ ຢູ່ແຂວງກວ໋າງບີ່ງ ອີກດ້ວຍ.

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9. ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະ​ຖາ​ບັນ​ລີ​ເຊ​ອັນ​ແບ​ຊາ​ໂຣ ທີ່ ຮ່າ​ໂນ້ຍເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາ​ສາ​ຝ​ຣັ່ງ, ພາ​ສາ​ຫວຽດ​ນາມ ແລະ ພາ​ສາ​ອັງ​ກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາ​ຣີ ປ​ເທດຝ​ຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງ​ຄຳ ສຸ​ພາ​ນຸ​ວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.

ບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ

ຂົວຣ່ອນ ຂ້າມແມ່ນໍ້າລວານຢູ່ ແຂວງກວ໋າງບີ່ງ ແມ່ນຫາຍາກທີ່ສຸດ - ເຊິ່ງແມ່ນໜຶ່ງໃນບັນດາກິດຈະການທີ່ສ້າງເປັນຂີດໝາຍຂອງປະທານ ສຸພານຸວົງ ຢູ່ ຫວຽດນາມ. (ພາບ: ຫໍພິພິທະພັນໂຮ່ຈີມິງ)

ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງ​ທ່າ​ແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພ່ິນໄດ້ສ້າງຕັ້ງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ລາວໃນ ເມືອງ​ຊຳ​ເໜືອ, ແຂວງ​ຫົວ​ພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮ່​ຈີ໋​ມິງ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງ​ຊຳ​ເໜືອ, ແຂວງ​ຫົວ​ພັນ ແລະ ແຂວງ​ຜົ້ງ​ສາ​ລີ.

ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ. ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991.

(ໄຊພອນ)

ເຫດການ
302 Found

Found

The document has moved here.