ຫ​ໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່ເປັນສັນຍາລັກນ້ຳໃຈສາມັກຄີ ຫວຽດນາມ - ລາວ

11:30 | 13/06/2020

ນີ້​ແມ່ນ​ ໂຄງການ​ທີ່​ມີ​ລັກ​​ສະນະ​ເປັນ​ສັນຍາ​ລັກ​ພິເສດ ຂອງ​ນໍ້າ​ໃຈ​ສາມັກຄີ, ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລາວ.

ຫ ສະ ພາ ແຫ ງ ຊາດ ລາວ ຫ ງໃໝ ເປ ນສ ນຍາລ ກນ ຳໃຈສາມ ກຄ ຫວຽດນາມ ລາວ ກອງ​ປະ​ຊຸມ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກັບ​ຄະ​ນະ​ຊີ້ນ​ນຳ​ແຫ່ງ​ຊາດ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid-19
ຫ ສະ ພາ ແຫ ງ ຊາດ ລາວ ຫ ງໃໝ ເປ ນສ ນຍາລ ກນ ຳໃຈສາມ ກຄ ຫວຽດນາມ ລາວ

ໂລກ​ລະ​ບາດ Covid – 19: ສະ​ຖານ​ທູດ​ຫ​ວຽດ​ນາມ​ປະ​ຈຳ​ລາວ​ປະ​ກາດ​ເລື່ອງ​ໜູນ​ຊ່ວຍ​ພົນ​ລະ​ເມືອງ​ຫວຽດ​ນາມ​ທີ່​ມີ​ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ໜາ​ກັບ​ຄືນ​ປະ​ເທດ

ຫ ສະ ພາ ແຫ ງ ຊາດ ລາວ ຫ ງໃໝ ເປ ນສ ນຍາລ ກນ ຳໃຈສາມ ກຄ ຫວຽດນາມ ລາວ
ຫ​ໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່ເປັນສັນຍາລັກນ້ຳໃຈສາມັກຄີ ຫວຽດນາມ - ລາວ.(ພາບ:pasaxon.org.la)

ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ໄດ້​ຮັບ​ການ​ກໍ່ສ້າງ​ຢູ່ໃຈກາງນະຄອນຫຼວງ​ວຽງຈັນ ຊຶ່ງ​ແມ່ນກິດຈະການ​ທີ່ມີ​ຄວາມ​ໝາຍ​ທາງ ​ດ້ານ​ການ​ເມືອງ​-​ການ​ຕ່າງປະເທດ, ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ນໍ້າ​ໃຈ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງສອງ​ພັກ, ສອງ​ລັດຖະບານ, ສອງ​ສະພາ​ແຫ່ງ​ຊາດ ແລະ ປະຊາຊົນ​ສອງ​ປະເທດ​ລາວ-ຫວຽດນາມ.

ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ຂອງ​ລາວ ຊຶ່ງ​ແມ່ນ​ຂອງຂວັນ​ຈາກ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ແລະ ປະຊາຊົນຫວຽດນາມມອບ​ໃຫ້ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ແລະ ປະຊາຊົນ​ລາວ.

ວຽກ​ງານ​ກໍ່ສ້າງ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ໄດ້​ຮັບ​ການ​ປະຕິບັດ​ຕາມ​ຈິດໃຈ​ຊີ້​ນໍາ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ​ຂອງ​ສອງ​ປະເທດ, ໄດ້​ຜັນ​ຂະຫຍາຍ​ຢ່າງ​ຕໍ່​ເນື່ອງ, ເຖິງຈະ​ມີ​ຄວາມ​ຫຍຸ້ງຍາກ ຍ້ອນ​ສະພາບ​ອາກາດ ຫຼື ບາງ​ບັນຫາ, ແຕ່​ກໍໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ, ບັນລຸ​ຄວາມ​ຄືບ​ໜ້າ ແລະ ຮັບປະກັນ​ຄຸນ​​​ນະ​ພາບ. ດ້ວຍ​ລະດັບ​ຄວາມ​ຄືບ​ໜ້າ ແລະ ຄຸນ​ນະ​ພາບທີ່​ກໍາ​ລັງ​ປະຕິບັດ​ໃນ​ປັດຈຸບັນ, ໂຄງການ​ນີ້ ສາມາດ​ປະຕິບັດ​ເຮັດ​ສໍາ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້.

ພັກ​-​ລັດຖະບານ, ສະພາ​ແຫ່ງ​ຊາດ​ຫວຽດນາມໄດ້​ຕີລາຄາສູງ​ຕໍ່​ການ​ເອົາໃຈໃສ່ຂອງແຕ່ລະພາກ ສ່ວນ ແລະ ໄດ້​ສ້າງ​ເງື່ອນໄຂ ​ອຳ ນວຍ​ຄວາມ​ສະດວກ​ຮອບດ້ານ​ໃຫ້​ແກ່​ການ​ກໍ່ສ້າງ​ສະພາ​ແຫ່ງ​ຊາດ​ລາວ, ແຕ່​ການ​ກໍ່ສ້າງ​ກໍ​ພົບ​ຄວາມ​ຫຍຸ້ງຍາກ ເນື່ອງຈາກ​ການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19 ເຮັດໃຫ້ໂຄງການກໍ່ສ້າງ​ມີ​ຄວາມຊັກ​ຊ້າ ແລະ ມີ​ຜົນ​ກະທົບ​ຕໍ່ການນໍາເຂົ້າແຮງງານ, ວັດ​ສະ​ດຸ​ອຸປະກອນ​ໃນ​ການ​ກໍ່ສ້າງ ແລະ ບັນຫາ​ອື່ນໆ; ໃນນີ້, ປະທານ​ສະພາແຫ່ງຊາດ​ຫວຽດນາມໄດ້​ສະເໜີ​ໃຫ້​ພັກ​-​ລັດຖະບານ ສປປ ລາວ ເອົາໃຈໃສ່​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ນໍາ​ເຂົ້າ​ແຮງ​ງານ ແລະ ວັດ​ສະ​ດຸ​ອຸປະກອນ​ອື່ນໆ ເພື່ອ​ອຳນວຍ​ຄວາມ​ສະດວກ ແລະ ຮັບປະກັນ​ໃຫ້​ໂຄງການ​ກໍ່ສ້າງ​ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້.

ຕາມ​ການ​ລາຍ​ງານ​ຂອງ​ຄະນະ​ຮັບຜິດຊອບ​ໂຄງການ ແລະ ທີ່​ປຶກສາ ຕິດຕາມ​ຢ່າງໃກ້​ຊິດ​ຂອງ​ທັງ​ສອງ​ຝ່າຍ, ເຖິງ​ວ່າ​ສະພາບ​ອາກາດ​ປີ​ນີ້​ມີ​ຄວາມ​ຜັນ​ແປ​ສັບສົນ, ຝົນ​ຕົກ​ຫຼາຍ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເຮັດ​ວຽກ​ກໍ່ສ້າງ, ແຕ່​ດ້ວຍກໍາ​ລັງ​ແຮງ ແລະ ຄວາມຮັບຜິດຊອບ​ສູງ​ຂອງ​ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ, ຮອດ​ປັດຈຸບັນ, ໂຄງການ​ນີ້ ໄດ້​ມີ​ຄວາມ​ຄືບ​ໜ້າທີ່​ດີ ແລະ ມີ​ຄຸນ​ນະ​ພາບ​ຕາມ​ມາດຖານ​ເຕັກນິກ 100%. ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະເທດ ໄດ້​ວາງ​ເປົ້າ​ໝາຍ​ຈະ​ສໍາ​ເລັດ ແລະ ນໍາ​ເຂົ້າ​ເຄື່ອນ​ໄຫວ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ຂອງ​ລາວ ໃນ​ທ້າຍ​ປີ 2020.

ໂຄງການ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ນີ້, ມີ​ມູນ​ຄ່າ​ການ​ກໍ່ສ້າງ 100 ລ້ານ​ກວ່າໂດ​ລາ: ລວມ​ມີ 5 ຊັ້ນ ແລະ ຊັ້ນ​ໃຕ້​ດິນ ຊຶ່ງ​ສາມາດ​ບັນຈຸ ບຸກ​ຄະລາ​ກອນ​ແຕ່ 800-1.000 ຄົນ. ໃນ​ນັ້ນມີ​ສະໂມສອນ​ໃຫຍ່, ມີ​ລະ​ບຽ​ງກ້​ວາງ, ບັນດາ​ຫ້ອງ​ປະຊຸມ​ໃຫຍ່, ຫ້ອງ​ປະຊຸມ​ກາງ ແລະ ນ້ອຍ, ຫ້ອງ​ເຮັດ​ວຽກ​ສໍາ​ລັບ​ບັນດາ​ສະມາຊິກ ຄະ​ນະ​ກໍາ​ມາ​ທິ​ການ​ປະ​ຈໍາ​ການ​ສະພາ​ແຫ່ງ​ຊາດ.

ຫ ສະ ພາ ແຫ ງ ຊາດ ລາວ ຫ ງໃໝ ເປ ນສ ນຍາລ ກນ ຳໃຈສາມ ກຄ ຫວຽດນາມ ລາວ ພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ ສົກຮຽນທີ 11 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບປະຊາຊົນລາວ

ຍສໝ - ເມື່ອບໍ່ດົນມານີ້, ວິທະຍາຄານປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ 3 ສົກຮຽນ: ສົກຮຽນທີ 1 ຊັ້ນມະຫາວິທະຍາໄລສ້າງຄູສຶກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົກຮຽນທີ 11 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບປະຊາຊົນລາວ, ສົກຮຽນທີ 13 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບລາດຊະວົງກຳປູເຈຍ.

ຫ ສະ ພາ ແຫ ງ ຊາດ ລາວ ຫ ງໃໝ ເປ ນສ ນຍາລ ກນ ຳໃຈສາມ ກຄ ຫວຽດນາມ ລາວ ສປປ ລາວ ປະກາດໄຊຊະນະ ໃນບັນຮົບທີ່ 1 ສູ້ໄພໂຄວິດ-19

ໃນວັນທີ 10 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຫ ສະ ພາ ແຫ ງ ຊາດ ລາວ ຫ ງໃໝ ເປ ນສ ນຍາລ ກນ ຳໃຈສາມ ກຄ ຫວຽດນາມ ລາວ HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວ

ຍສໝ - ໃນຕອນບ່າຍວັນທີ 9 ມິຖຸນາ, ຜູ້ນຳ HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບສະຖານກົງສຸນໃຫຍ່ລາວປະຈຳນະຄອນໂຮ່ຈີມິນ ແລະ ໄດ້ມອບຜ້າອັດປາກ 5.000 ອັນ, ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ.

ໄຊພອນ

ເຫດການ
302 Found

Found

The document has moved here.