ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວັນ ຟຸກ ພົບປະສອງຝ່າຍ ຢູ່ ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35

08:45 | 05/11/2019

ຍສໝ - ວັນທີ 3 ພະຈິກນີ້, ຢູ່ທີ່ບາງກອກ ປະເທດໄທ, ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ພົບປະກັບ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຮຸນເຊັນ, ພົບປະກັບຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ແລະ ເຈົ້າຊາຍແຫ່ງອັງກິດ.

ໃນການພົບປະກັບນາຍົກລັດຖະມົນຕີຂອງລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຄັ້ງນີ້ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຕີລາຄາສູງຕໍ່ການພັດທະນາສາຍພົວພັນທີ່ຕັ້ງໜ້າ ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ຶອ, ການຮ່ວມມືຮອບດ້ານ ທີ່ສະໜິດຕິດພັນລະຫ່ວາງສາມປະເທດຕະຫຼອດໄລຍະທີ່ຜ່ານມາ, ຮຽກຮ້ອງມາຍັງສາມປະເທດຈົ່ງໄດ້ພ້ອມກັນຊຸກຍູ້ສົ່ງເສີມບັນດາຍຸດທະສາດ, ບັນດາໂຄງການ ແລະ ຄວາມສຳພັນລະຫ່ວາງສາມປະເທດເຂດລຸ່ມແມ່ນໍ້າຂອງ ແລະ ກໍເຊັ່ນດຽວກັນການຮ່ວມມືກັບຄູ່ຮ່ວມມືອື່ນໆ. ຫວັງວ່າສາມປະເທດຈະໃຫ້ການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ຶຶອປົກປັກຮັກສາສັນຕິພາບ, ຄວາມສະຫງົບ, ຄວາມເປັນເອກະລາດ ເປັນເຈົ້າຕົນເອງ ເພື່ອການພັດທະນາເສດຖະກິດ. ນາຍົກທັງສາມໄດ້ພ້ອມກັນສຸມໃສ່ຄົ້ນຄ້ວາບັນຫາໜ້າທີ່ບູລິມະສິດທີ່ເປັນຂົວຕໍ່ ເພື່ອການພັດທະນາທີ່ຍືນຍົງ, ສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນຂົງເຂດສາມຫຼ່ຽມ ກຳປູເຈຍ-ລາວ- ຫວຽດນາມໃຫ້ດີຂຶ້ນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວັນ ຟຸກ ພົບປະສອງຝ່າຍ ຢູ່ ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35

ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ພົບປະກັບ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຮຸນເຊັນ.(ພາບ:VGP)

ນະໂອກາດພົບປະກັບຜູ້ອຳນວຍການກອງທຶນເງິນຕາສາກົນ Kristalina Georgieva ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຕີລາຄາສູງຕໍ່ໄມຕີຈິດທີ່ສູງສົ່ງ ແລະ ໃຫ້ ການຊ່ວຍເຫຼືອຂອງພະນະທ່ານາງ Georgieva ກໍຄືຂອງ IMF ແລະ ທະນາຄານໂລກ ຕໍ່ຫວຽດນາມ ໃນການສ້າງແຜນຍຸດທະສາດການພັດທະນາທີ່ເຂັ້ມແຂງ ຄຽງຄູ່ກັບຄວາມຍືນຍົງ ເພື່ອລຶບລ້າງຄວາມທຸກຍາກ ເພີ່ມລາຍໄດ້ ແລະ ຍົກສູງຄຸນະພາບຊີວິດໃຫ້ປະຊາຊົນໃຫ້ສູງຂຶ້ນ. IMF ມີຄວາມປາຖະໜາຢາກໃຫ້ຫວຽດນາມເພີ່ມທະວີການສ້າງໂຄງປະກອບ ແລະ ຫັນປ່ຽນຮູບແບບການເຕີບໂຕແບບໃໝ່, ທັບມ້າງສິ່ງກີດຂວາງ, ເພີ່ມທະວີການເຕີບໂຕທີ່ມີຄຸນນະພາບ, ເອົາໃຈໃສ່ກຳຈັດບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ການຍຶ່ງຂຶ້ນຂອງນໍ້າທະເລ. IMF ໃຫ້ຄຳໝັ້ນສັນຍາຕໍ່ຫວຽດນາມ ແລະ ອາຊຽນ ຮອດປີ 2020 ຈະໃຫ້ມີຜົນສຳເລັດທີ່ຈົບງາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວັນ ຟຸກ ພົບປະສອງຝ່າຍ ຢູ່ ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35

ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ພົບປະກັບ ຜູ້ອຳນວຍການກອງທຶນເງິນຕາສາກົນ (IMF). (ພາບ:VGP)

ໃນການພົບປະກັບເຈົ້າຊາຍ ອັງກິດ Andrew ແລະ ເຈົ້າຍິງເຂດແຄ້ວນ York, ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຕີລາຄາສູງ ແລະ ມຸ່ງມາດປາຖະໜາຢາກໃຫ້ເຈົ້າຊາຍສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຜັກດັນໃຫ້ສາຍພົວພັນຫວຽດນາມ - ອັງກິດກາຍເປັນຄູ່ຮ່ວມມືຍຸດທະສາດ ແລະ ໃຫ້ຫວຽດນາມມີການພັດທະນາໃນຫຼາຍດ້ານ, ໃນນັ້້ນມີຂະບວນການຟື້ນຊີບ, ການນຳໃຊ້ເທັກໂນໂລຢີໃນທຸລະກິດ, ການຜະລິດ, ການປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດ-ສັງຄົມຢູ່ຕາມທ້ອງຖິ່ນຕ່າງໆ. ເຈົ້າຊາຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນເຂົ້າໃນການພັດທະນາສາຍສຳພັນຫວຽດນາມ - ອັງກິດ ດ້ວຍມາດຕະດານຕົວຈິງ ໂດຍສະເພາະແມ່ນຢູ່ໄລຍະທີ່ຫວຽດນາມເປັນປະທານອາຊຽນໃນປີ 2020 ນີ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວັນ ຟຸກ ພົບປະສອງຝ່າຍ ຢູ່ ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35

ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ພົບປະກັບ ເຈົ້າຊາຍແຫ່ງອັງກິດ. (ພາບ:VGP)

ໃນວັນດຽວກັນ, ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ແລະ ພັນລະຍາ ຍັງໄດ້ເຂົ້າຮ່ວມງານລ້ຽງກັບນາຍົກລັດຖະມົນຕີຂອງໄທ ປາຢຸດ ຈັນໂອຊາ ແລະ ພັນລະຍາ ຈັດຂຶ້ນເພື່ອຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນ ແລະ ພັນລະຍາ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 35 ຂອງອາຊຽນ ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ./.

(ນົກແອ່ນແດນໜາວ)

ເຫດການ
302 Found

Found

The document has moved here.