ປະເທດລາວ: 40 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອ Covid-19 ຜູ້ໃໝ່, ໄດ້ເລີ່ມຕົ້ົ້ນເປີດບໍລິການທັງໝົດ ເປັນຕົ້ນ

14:10 | 23/05/2020

ວັນທີ 22 ພຶດສະພາ, ໃນນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນການລາຍງານ ສະພາບການຕິດຕາມ, ເຝົ້າລະວັງ ພະຍາດ Covid -19 ຢູ່ປະເທດລາວປະຈໍາວັນ. ທ່ານ ພູທອນ ເມືອງປາກ - ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ ເປັນ 40 ມື້ຕິດຕໍ່ກັນ, ປະເທດລາວບໍ່ໄດ້ ພົບຜູ້ຕິດເຊື້ອ Covid-19 ຜູ້ໃໝ່, ແລະ ໄດ້ເລີ່ມຕົ້ົ້ນເປີດບໍລິການທັງໝົດ ເປັນຕົ້ນ.

ປະເທດລາວ 40 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອ covid 19 ຜ ໃໝ ໄດ ເລ ມຕ ນເປ ດບ ລ ການທ ງໝ ດ ເປ ນຕ ນ ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19
ປະເທດລາວ 40 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອ covid 19 ຜ ໃໝ ໄດ ເລ ມຕ ນເປ ດບ ລ ການທ ງໝ ດ ເປ ນຕ ນ ລາວ ເລີ່ມປະຕິບັດຜ່ອນຜັນບາງມາດຕະການ ແລະ ໃຫ້ສືບຕໍ່ປະຕິບັດບາງມາດຕະການປ້ອງກັນການຕິດເຊື້ອໃນທົ່ວປະເທດ

ໃນການລາຍງານ, ທ່ານ ພູທອນ ເມືອງປາກ - ຮອງລັດຖະມົນຕີກະຊວງສາທາລະນະສຸກປະເທດລາວ ໄດ້ໃຫ້ຮູ້ວ່າ ສະພາບການຕິດຕາມພະຍາດ Covid -19 ຢູ່ປະເທດລາວ. ຕາມນັ້ນ, ຮອດວັນທີ 21 ພຶດສະພາ 2020 ໃນການສັງລວມການກວດວິເຄາະ ແຕ່ເດືອນມັງກອນ ມາຮອດປະຈຸບັນນີ້, ປະເທດລາວ ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 5.044 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ແລະ ເປັນເວລາ 40 ມື້ຕິດຕໍ່ກັນ ທີ່ ປະເທດລາວບໍ່ໄດ້ພົບຜູ້ຕິດເຊື້ອໃໝ່.

ປະເທດລາວ 40 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອ covid 19 ຜ ໃໝ ໄດ ເລ ມຕ ນເປ ດບ ລ ການທ ງໝ ດ ເປ ນຕ ນ
ທ່ານ ພູທອນ ເມືອງປາກ - ຮອງລັດຖະມົນຕີກະຊວງສາທາລະນະສຸກ ປະເທດລາວ. (ພາບ: vientianemai)

ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ, ປັດຈຸບັນ ປະເທດລາວມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ, ແລະ ທັງໝົດເຫັນວ່າມີອາການປົກກະຕິ ຈະໄດ້ສືບຕໍ່ຕິດຕາມອາການຕໍ່ໄປຈົນກ່ວາຈະກວດຫາ ເຊື້ອບໍ່ພົບ. ໃນຂະນະທີ່ຜົນກວດກໍລະນີສົງໄສ, ແຮງງານລາວ ແລະ ຫວຽດນາມ ກໍບໍ່ພົບເຊື້ອເຊັ່ນດຽວກັນ.

ທ່ານ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ວຽກງານຈຸດຜ່ານດ່ານ ແມ່ນມີຈໍານວນຜູ້ເດີນທາງ ເຂົ້າມາ ທັງໝົດ 2.232 ຄົນ ໃນນີ້ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.428 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທທັງໝົດ 48 ຄົນ ເຊິ່ງຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ, ເຫລືອນັ້ນແມ່ນຄົນຂັບລົດສົົ່ງສິນຄ້າ. ຈຸດຜ່ານດ່ານລາວ-ຈີນ ທັງໝົດ 9 ຄົນ, ທັງໝົດແມ່ນຜູ້ຂັບລົດ ຂົນສົ່ງສິນຄ້າ. ສຳລັບຈຸດຜ່ານດ່ານລາວ-ຫວຽດ ມີທັງໝົດ 795 ຄົນ, ທັງໝົດ ແມ່ນຄົນຂັບລົດສົ່ງສິນຄ້າ ໃນທຸກດ່ານ ແມ່ນໄດ້ກວດ ວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. ແຮງງານທີ່ເຂົ້າມາທັງໝົດ ແມ່ນໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນ ຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ.

ທ່ານ ພູທອນ ເມືອງປາກ ກ່າວຕື່ມວ່າ: ບັນດາດ່ານຊາຍແດນ ສາກົນກັບປະເທດ ໃກ້ຄຽງແມ່ນ ໄດ້ເປີດບໍລິການທັງໝົດ ເປັນຕົ້ນວ່າ: ລາວ-ຈີນ, ລາວ-ຫວຽດນາມ, ລາວ-ກຳປູເຈຍ, ລາວ-ໄທ ສະນັ້ນ, ຄົນລາວ ຫລື ຄົນຕ່າງປະເທດ ມີຈຸດປະສົງຢາກເດີນທາງ ເຂົ້າ-ອອກ ປະເທດກໍ່ສາມາດດຳເນີນເອກະສານ ຂໍອະນຸຍາດຕາມ ຄຳແນະນຳ ກະຊວງການຕ່າງປະເທດ ແລະ ລະບຽບການຂອງປະເທດ ທີ່ຈະເດີນທາງໄປ. ສະເພາະ ສປປ ລາວ ເຮົາແມ່ນ ໄດ້ກັ່ນກອງຢ່າງເຂັ້ມງວດ ຜູ້ທີ່ເດີນທາງເຂົ້າມາ ຕາມແຕ່ລະດ່ານຊາຍແດນ. ອີກເທື່ອໜຶ່ງ ຂໍຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ທຳຄວາມເຂົ້າໃຈ ແຈ້ງການຂອງ ຫ້ອງວ່າ ການສຳນັກງານນາຍົກ ລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງຮ່ວມແຮງ ຮ່ວມໃຈກັນສືບຕໍ່ປະຕິບັດ ຈົນກວ່າຈະມີແຈ້ງການ ປ່ຽນແປງຫລັງວັນທີ 1 ມິຖຸນາ 2020.

ປະເທດລາວ 40 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອ covid 19 ຜ ໃໝ ໄດ ເລ ມຕ ນເປ ດບ ລ ການທ ງໝ ດ ເປ ນຕ ນ ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19

ຍສໝ - ລັດຖະບານລາວ ໄດ້ອະນຸມັດໂຄງການຜະລິດຜ້າບັງປາກ ໂດຍມີການເຂົ້າຮ່ວມຂອງຫຼາຍວິສາຫະກິດ.ຢຢ

ປະເທດລາວ 40 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອ covid 19 ຜ ໃໝ ໄດ ເລ ມຕ ນເປ ດບ ລ ການທ ງໝ ດ ເປ ນຕ ນ ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ: ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3 ໂຕນ ແລະ ...

ປະເທດລາວ 40 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອ covid 19 ຜ ໃໝ ໄດ ເລ ມຕ ນເປ ດບ ລ ການທ ງໝ ດ ເປ ນຕ ນ ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ

ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.


ຄຳຮຸ່ງ

ເຫດການ
302 Found

Found

The document has moved here.