ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳ ຫວຽດນາມ

11:45 | 15/03/2020

ຍສໝ - ຕອນເຊົ້າວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ປອ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ໄດ້ສະແດງຄວາມຂອບໃຈ ສຳຫຼັບຜູ້ຕາງໜ້າອົງການ WHO ປະຈຳ ຫວຽດນາມ, ທ່ານ ປອ Kidong Park; ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ WHO ສຳລັບຫວຽດນາມ.

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ຫວຽດນາມ ໄດ້ເປັນເຈົ້າການ, ປະຕິບັດຢ່າງຄົບຊຸດ, ເດັດດ່ຽວໃນການປ້ອງກັນ, ຄວບຄຸມໂລກລະບາດ. ຍາມໃດຫວຽດນາມ ກໍ່ມີແຜນນະໂຍບາຍຢ່າງເປີດເຜີຍ, ກະຈ່າງແຈ້ງໃນວິວັດການປ້ອງກັນ, ຄວບຄຸມໂລກລະບາດ ໄປຄຽງຄູ່ກັບການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຮັບປະກັນ ສະຖຽນລະພາບແກ່ສັງຄົມ…

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳ ຫວຽດນາມ. (ພາບ: nhandan.vn)

ສະນັ້ນ, ຫວຽດນາມ ມີເຈດຈຳນົງ ແລະ ຄວາມຕັດສິນໃຈເພື່ອເອົາຊະນະພະຍາດໂລກລະບາດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ WHO ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ, ໂດຍສະເພາະແມ່ນກະຊວງສາທາລະນະສຸກ ຫວຽດນາມ. ລັດຖະບານ ຫວຽດນາມ ຍາມໃດກໍ່ຮັບຟັງ ຄຳແນະນຳຂອງ WHO.

ສ່ວນທ່ານ ປອ Kidong Park ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຂອງລັດຖະບານຫວຽດນາມ ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວ ແລະ ຖືວ່າ, ຫວຽດນາມ ຍັງແມ່ນສະຖານທີ່ປອດໄພ. WHO ສະແດງຄວາມປະທັບໃຈຕໍ່ການຮ່ວມມືຂອງປະຊາຊົນທຸກຄົນໃນການປ້ອງກັນ, ຄວບຄຸມໂລກພະຍາດ Covid-19. ທ່ານ Kidong Park ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບກະຊວງສາທາລະນະສຸກຫວຽດນາມ ຢ່າງແໜ້ນແຟ້ນ, ລະດົມແຫຼ່ງກຳລັງຢ່າງສຸດຂີດເພື່ອໜູນຊ່ວຍຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.