ນັກສຶກສາຫວຽດນາມ ຢູ່ອີຕາລີ ສະແດງຄວາມສາມັກຄີເພື່ອຮັບມືກັບໂລກລະບາດ Covid-19

06:01 | 14/05/2020

ຍສໝ - ເມື່ອບໍ່ດົນມານີ້, ໂດຍປະເຊີນໜ້າກັບສະຖານະການທີ່ສັບສົນ ຂອງການລະບາດພະຍາດ Covid-19, ຄະນະບໍລິຫານຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ປະເທດອີຕາລີ ໄດ້ລິເລີ່ມສ້າງຫຼາຍກຸ່ມນ້ອຍໆໃນ whatsApp ເພື່ອອັບເດັດ ແລະ ແບ່ງປັນຂໍ້ມູນຂ່າວສານ, ສະໜັບສະໜູນ ແລະ ໃຫ້ກຳລັງໃຈສໍາລັບກໍລະນີທີ່ມີຄວາມຈຳເປັນ.

ນ ກສ ກສາຫວຽດນາມ ຢ ອ ຕາລ ສະແດງຄວາມສາມ ກຄ ເພ ອຮ ບມ ກ ບໂລກລະບາດ covid 19 ຊ່ຽວ​ຊານ​ສາ​ກົນ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຂອງ ຫວຽດ​ນາມ
ນ ກສ ກສາຫວຽດນາມ ຢ ອ ຕາລ ສະແດງຄວາມສາມ ກຄ ເພ ອຮ ບມ ກ ບໂລກລະບາດ covid 19 ລັດຖະບານ ຫວຽດນາມມອບຜ້າອັດປາກ - ດັງການແພດ 20.000 ອັນເພື່ອຊ່ວຍເຫຼືອ ເບລາຣຸດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ພາຍຫຼັງຫຼາຍກວ່າ 2 ເດືອນ ທີ່ເກີດການການລະບາດພະຍາດ Covid-19 ໃນປະເທດອີຕາລີ, ນັກຮຽນ ແລະ ນັກສຶກສາຫວຽດນາມ ຍັງໄດ້ສະແດງໃຈເຢັນ, ສາມັກຄີ ແລະ ໃຫ້ກຳລັງໃຈຊຶ່ງກັນ ແລະ ກັນ, ແລະ ໄດ້ຮັບການຮ່ວມເດີນທາງສະໜັບສະໜູນ ຂອງສະຖານທູດຫວຽດນາມ ປະຈຳອີຕາລີ, ສະມາຄົມນັກສຶກສາຫວຽດນາມ ໄດ້ເຊື່ອໝັ້ນຢ່າງແນ່ວແນ່ ໄດ້ເອົາຊະນະສະຖານະການທີ່ຫຍຸ້ງຍາກປະຈຸບັນນີ້.

ນ ກສ ກສາຫວຽດນາມ ຢ ອ ຕາລ ສະແດງຄວາມສາມ ກຄ ເພ ອຮ ບມ ກ ບໂລກລະບາດ covid 19
ປະຊາຊົນໃສ່ຜ້າບັງປາກ ແລະ ປະຕິບັດສັງຄົມ ໃນເວລາທີ່ຂີ່ລົດໄຟໃຕ້ດິນ ໃນ Milan (ອິຕາລີ) ໃນສະພາບການລະບາດຂອງ Covid-19. (ທີ່ມາ: THX)

ທ້າວ ຟ້າມຮຸ່ງເວືອງ - ປະທານສະມາຄົມນັກສຶກສາຫວຽດນາມ ຢູ່ ອີຕາລີ ໃຫ້ຮູ້ວ່າ “ຕັ້ງແຕ່ການເລີ່ມຕົ້ນຂອງການລະບາດພະຍາດ Covid-19, ຂ້າພະເຈົ້າ ໄດ້ຄິດວ່າການລະບາດອາດຈະແກ່ຍາວໄດ້, ສະນັ້ນຂ້າພະເຈົ້າ ໄດ້ຕັດສິນໃຈທີ່ຈະ ຢູ່ ປະເທດອີຕາລີ ເພື່ອປ້ອງກັນ ແລະ ຕ້ານການລະບາດ, ບໍ່ຫລີກລ້ຽງເຄື່ອນຍ້າຍການຊົ່ວຄາວ. ຂ້າພະເຈົ້າ ແລະ ບັນດານັກຮຽນ ໄດ້ປະຕິບັດຕາມຄຳແນະນຳຂອງກະຊວງສາທາລະນະສຸກ ອີຕາລີ ໂດຍຜ່ານທາງອີເມວຂອງໂຮງຮຽນ ແລະ ສະຖາບັນຄົ້ນຄ້ວາ, ກໍ່ຄືຄຳແນະນຳ ຈາກນາຍົກລັດຖະມົນຕີຫວຽດນາມ, ແລະ ແຈ້ງການຂອງສະຖານທູດຫວຽດນາມ ປະຈຳອີຕາລີ ກ່ຽວກັບ ການປ້ອງກັນ ແລະ ຕ້ານການລະບາດ, ແລະ ຮັກສາສະຕິໃນການກິນດື່ມອາຫານ ແລະ ອອກກຳລັງກາຍທຸກໆມື້ ເພື່ອເພີ່ມຄວາມຕ້ານທານ”.

ທ້າວ ຟ້າມຮຸ່ງເວືອງ ກ່າວຕື່ມວ່າ ຊຸມຊົນນັກສຶກສາຫວຽດນາມ ຢູ່ ອີຕາລີ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ ໂດຍສະຖານທູດຫວຽດນາມ ປະຈຳອີຕາລີ, ຊາວຫວຽດນາມໃນຊຸມຊົນ ໄດ້ຊ່ວຍເຫຼືອໃນການຂໍ້ມູນຂ່າວສານ, ແຈກຢາຍຜ້າບັງປາກ ແລະ ຕອບຄຳຖາມທີ່ກ່ຽວຂ້ອງ. ຊຸມຊົນນັກສຶກສາ ຍັງມີການພົວພັນລະຫວ່າງສາຂາສະມາຄົມ ແລະ ສະມາຄົມ, ສະນັ້ນ ເຮັດໃຫ້ນັກຮຽນທຸກຄົນຮູ້ສຶກປອດໄພ, ບໍ່ໂດດດ່ຽວ.

ວັນທີ 17 ເມສາ, ປະຕິບັດຕາມນະໂຍບາຍຂອງນາຍົກລັດຖະມົນຕີ, ສະຖານທູດຫວຽດນາມ ປະຈຳອີຕາລີ ແລະ ສາຍການບິນແຫ່ງຊາດຫວຽດນາມ, ພ້ອມດ້ວຍບັນດາອົງການທີ່ມີໜ້າທີ່ຫວຽດນາມ ໄດ້ປະສານສົມທົບກັບສະຖານທູດອີຕາລີ ປະຈຳຮ່າໂນ້ຍ ແລະ ບໍລິສັດ ENI (ອີຕາລີ) ໄດ້ນຳເອົາພົນລະເມືອງອີຕາລີ ຢູ່ ຫວຽດນາມ ກັບຄືນບ້ານ. ຖ້ຽວບິນນັ້ນຂອງສາຍການບິນແຫ່ງຊາດຫວຽດນາມ ກໍ່ໄດ້ຂົນສົ່ງຜ້າບັງປາກ ຂອງລັດຖະບານ, ປະຊາຊົນຫວຽດນາມ ໃຫ້ລັດຖະບານ, ປະຊາຊົນອີຕາລີ ແລະ ນຳສົ່ງ ນັກຮຽນ, ນັກສຶກສາ ແລະ ພົນລະເມືອງຫວຽດນາມ ຢູ່ ອີຕາລີ ຈຳນວນໜຶ່ງ ໄດ້ກັບຄືນປະເທດ.

ນ ກສ ກສາຫວຽດນາມ ຢ ອ ຕາລ ສະແດງຄວາມສາມ ກຄ ເພ ອຮ ບມ ກ ບໂລກລະບາດ covid 19 ປະຊາຊົນເຊັກ ຂອບໃຈ ປະຊາຄົມຊາວຫວຽດນາມໃນການຕໍ່ສູ້ຕ້ານການລະບາດຂອງໂລກລະບາດ COVID-19

ຍສໝ - ນັບຕັ້ງແຕ່ສາທາລະນະລັດເຊັກພົບເຫັນການຕິດເຊື້ອ COVID-19 ເປັນຄັ້ງທຳອິດ, ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ໄດ້ ປຸກລະດົມການເຄື່ອນໄຫວຕັດຫຍິບຜ້າອັດປາກ, ບໍລິຈາກເງິນເພື່ອໜູນຊ່ວຍໂຮງໝໍ ແລະ ສະໜອງອາຫານຫວ່າງ ແລະເຄື່ອງດື່ມໂດຍບໍ່ເສຍຄ່າ... ສຳລັບອົງການເຈົ້າໜ້າທີ່ປະຈໍາຖິ່ນ.

ນ ກສ ກສາຫວຽດນາມ ຢ ອ ຕາລ ສະແດງຄວາມສາມ ກຄ ເພ ອຮ ບມ ກ ບໂລກລະບາດ covid 19 ແຂວງ ຢ່າລາຍ ມອບເຂົ້າສານ 1,4 ໂຕນ ໃຫ້ແກ່ຊາວຫວຽດນາມຢູ່ Ratanakiri, ກຳປູເຈຍ

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນແຂວງ ຢ່າລາຍ (ປະເທດຫວຽດນາມ) ໄດ້ມອບເຂົ້າສານ 1,4 ໂຕນ ແລະ ໝີ່ສໍາເລັດຮູບ 140 ກ່ອງ, ຢາຕ້ານເຊື້ອ 624 ຂວດ ແລະ ຜ້າບັງປາກ 4,125 ແຜ່ນ ສຳລັບສະມາຄົມຂະແມ - ຫວຽດນາມ, ສາຂາ Ratanakiri, ...

ນ ກສ ກສາຫວຽດນາມ ຢ ອ ຕາລ ສະແດງຄວາມສາມ ກຄ ເພ ອຮ ບມ ກ ບໂລກລະບາດ covid 19 ຫວຽດນາມເຂົ້າຮ່ວມກອງປະຊຸມອອນລາຍ ຄະນະກຳມະການອາຊຽນ ຢູ່ ສະຫະລັດອາເມລິກາ

ຍສໝ - ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕ່າງໜ້າອາຊຽນໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຫວຽດນາມ ໃນຖານບົດບາດເປັນປະທານອາຊຽນ ໃນສະພາບການຜັນແປຢ່າງສັບສົນ ຂອງການລະບາດພະຍາດ COVID-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.