ແຂວງ ຢ່າລາຍ ມອບເຂົ້າສານ 1,4 ໂຕນ ໃຫ້ແກ່ຊາວຫວຽດນາມຢູ່ Ratanakiri, ກຳປູເຈຍ

18:22 | 12/05/2020

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນແຂວງ ຢ່າລາຍ (ປະເທດຫວຽດນາມ) ໄດ້ມອບເຂົ້າສານ 1,4 ໂຕນ ແລະ ໝີ່ສໍາເລັດຮູບ 140 ກ່ອງ, ຢາຕ້ານເຊື້ອ 624 ຂວດ ແລະ ຜ້າບັງປາກ 4,125 ແຜ່ນ ສຳລັບສະມາຄົມຂະແມ - ຫວຽດນາມ, ສາຂາ Ratanakiri, ລາຊະອານາຈັກ ກຳປູເຈຍ.  

ແຂວງ ຢ າລາຍ ມອບເຂ າສານ 1 4 ໂຕນ ໃຫ ແກ ຊາວຫວຽດນາມຢ ratanakiri ກຳປ ເຈຍ ທະຫານປ້ອງກັນຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານ 4 ໂຕນ ໃຫ້ປະຊາຊົນແຂວງເຊກອງ, ປະເທດລາວ
ແຂວງ ຢ າລາຍ ມອບເຂ າສານ 1 4 ໂຕນ ໃຫ ແກ ຊາວຫວຽດນາມຢ ratanakiri ກຳປ ເຈຍ ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ

ທີ່ດ່ານຊາຍແດນສາກົນ ເລແທັງ, ເມືອງ ດຶກເກີ, ແຂວງ ຢ່າລາຍ, ຄະນະຜູ້ແທນຄະນະກຳມະການແນວໂຮມປະເທດັຊາດຫວຽດນາມແຂວງ ໄດ້ສົມທົບກັບພະແນກການຕ່າງປະເທດ, ພະແນກສາທາລະນະສຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແຂວງ ຢ່າລາຍ ໄດ້ຈັດການພົບປະລະຫວ່າງ ຊາວຫວຽດນາມອາໄສຢູ່ Ratanakiri, ກຳປູເຈຍ.

ແຂວງ ຢ າລາຍ ມອບເຂ າສານ 1 4 ໂຕນ ໃຫ ແກ ຊາວຫວຽດນາມຢ ratanakiri ກຳປ ເຈຍ
ແຂວງ ຢ່າລາຍ ມອບເຂົ້າສານ 1,4 ໂຕນ ໃຫ້ແກ່ຊາວຫວຽດນາມຢູ່ Ratanakiri, ກຳປູເຈຍ. (ພາບ: thoidai.com.vn)

ໂດຍການສະໜັບສະໜູນຂອງບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນພາຍໃນແຂວງ ສຳລັບການປ້ອງກັນພະຍາດ COVID-19, ຄະນະຜູ້ແທນໄດ້ມອບເຂົ້າສານ 1,4 ໂຕນ, ໝີ່ສໍາເລັດຮູບ 140 ກ່ອງ, ນໍ້າຢາຂ້າເຊື້ອ 624 ຂວດ ແລະ ຜ້າບັງປາກ 4,125 ແຜ່ນ ສຳລັບສະມາຄົມຂະແມ - ຫວຽດນາມ ສາຂາRatanakiri.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມວັນນິງ - ປະທານສະມາຄົມຂະແມ - ຫວຽດນາມ ສາຂາ Ratanakiri ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບຊີວິດການເປັນຢູ່ ຂອງ 624 ຄອບຄົວ, ມີຊາວຫວຽດນາມຫຼາຍກວ່າ 1.300 ຄົນທີ່ອາໃສຢູ່ໃນເຂດຊາຍແດນຂອງປະເທດກຳປູເຈຍ.

ທ່ານຟ້າມວັນນິງ ໃຫ້ຮູ້ວ່າ ມີ 90% ຊາວຫວຽດນາມ ໃນລາຊະອານາຈັກກຳປູເຈຍ ຕ້ອງເຊົ່າເຮືອນ ແລະ ສ່ວນຫຼາຍ ແມ່ນຖືອາຊີບຮັບຈ້າງ ເພື່ອດຳລົງຊີວິດ. ໃນຊ່ວງເວລາທີ່ປະເທດກຳປູເຈຍ ປະຕິບັດມາດຕະການແຍກອອກຫ່າງໃນສັງຄົມ, ບັນດາຊາວຫວຽດນາມຢູ່ ທີ່ນີ້ໄດ້ຮັບຜົນກະທົບຢ່າງຮຸນແຮງ. ຍິ່ງໄປກວ່ານັ້ນ, ເຈົ້າຂອງເຮືອນຈຳນວນໜຶ່ງ ບໍ່ໄດ້ຫຼຸດຄ່າເຊົ່າເຮືອນໃຫ້ເຂົາເຈົ້າ, ເຮັດໃຫ້ຫຼາຍຄອບຄົວຊາວຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫລາຍຂື້ນ. ຕາມທ່ານຟ້າມວັນນິງ ໃຫ້ຮູ້ວ່າ, ໃນຈຳນວນ 624 ຄອບຄົວຊາວຫວຽດນາມ ຢູ່ Ratanakiri, ມີ 140 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຫຼາຍກ່ວາ 10 ຄອບຄົວບໍ່ມີວຽກເຮັດງານທຳ.

ທ່ານນາງ ຟ້າມຖິລານ - ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ຢືນຢັນວ່າ, ສະມາຄົມຊາວຫວຽດນາມ ສາຂາ Ratanakiri ແມ່ນສະມາຊິກ ຂອງຄະນະກຳມະການແນວໂຮມປະເທດຊາດ, ເຖິງວ່າພວກເຂົາຢູ່ໄກຈາກບ້ານເກີດເມືອງນອນແຕ່ຍາມໃດກໍ່ມີຄວາມ ອຸ່ນອ່ຽນໃຈ ຍ້ອນມີພັກ, ລັດຖະບານ, ບັນດາອົງການຈັດຕັ້ງ, ບັນດາຫົວໜ່ວຍ, ວິສາຫະກິດ ໃນປະເທດຫວຽດນາມ ຈະຊ່ວຍເຫຼືອເຮັດໃຫ້ເຂົາເຈົ້າຮູ້ສຶກມີຄວາມປອດໄພ, ອຸ່ນອ່ຽນໃຈໃນຊີວິດປະຈໍາວັນ.

ແຂວງ ຢ າລາຍ ມອບເຂ າສານ 1 4 ໂຕນ ໃຫ ແກ ຊາວຫວຽດນາມຢ ratanakiri ກຳປ ເຈຍ ສະຫະລັດອາເມລິກາ ໄດ້ຖືຫວຽດນາມເປັນ “ແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19”

ຍສໝ - ທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະເມີນວ່າ ຫວຽດນາມ ເປັນແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19, ແລະ ສອງຝ່າຍສາມາດແບ່ງປັນປະສົບການຫຼາຍຢ່າງ ໃນການຕ້ານການລະບາດ ແລະ ການຟື້ນຕົວຂອງເສດຖະກິດ.

ແຂວງ ຢ າລາຍ ມອບເຂ າສານ 1 4 ໂຕນ ໃຫ ແກ ຊາວຫວຽດນາມຢ ratanakiri ກຳປ ເຈຍ ສະຖານທູດຫວຽດນາມ ປະຈຳອີຕາລີ ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19

ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.

ແຂວງ ຢ າລາຍ ມອບເຂ າສານ 1 4 ໂຕນ ໃຫ ແກ ຊາວຫວຽດນາມຢ ratanakiri ກຳປ ເຈຍ ສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ມອບຜ້າບັງປາກ ເພື່ອຊ່ວຍເບວຢ້ຽມ ຕໍ່ສູ້ກັບພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມແມ້ງຮູ່ງ - ປະທານສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ໄດ້ຕາງໜ້າສະມາຄົມ ເພື່ອມອບຜ້າບັງປາກການແພດ ຈຳນວນ 30.000 ແຜ່ນ ໃຫ້ສະຖານທູດເບວຢ້ຽມ ປະຈຳຫວຽດນາມ ເພື່ອສະໜັບສະໜູນປະເທດເບວຢ້ຽມ ໃນການຕໍ່ສູ້ກັບພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.