ຫວຽດນາມເຂົ້າຮ່ວມກອງປະຊຸມອອນລາຍ ຄະນະກຳມະການອາຊຽນ ຢູ່ ສະຫະລັດອາເມລິກາ

15:41 | 04/05/2020

ຍສໝ - ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕ່າງໜ້າອາຊຽນໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຫວຽດນາມ ໃນຖານບົດບາດເປັນປະທານອາຊຽນ ໃນສະພາບການຜັນແປຢ່າງສັບສົນ ຂອງການລະບາດພະຍາດ COVID-19.

ຫວຽດນາມເຂ າຮ ວມກອງປະຊ ມອອນລາຍ ຄະນະກຳມະການອາຊຽນ ຢ ສະຫະລ ດອາເມລ ກາ ໜັງສືພິມ Guardian (ອັງກິດ): ຄວາມທັນເວລາແມ່ນຄວາມຕ້ອງການທີ່ຊ່ວຍໃຫ້ ຫວຽດນາມ ຊະນະ COVID-19
ຫວຽດນາມເຂ າຮ ວມກອງປະຊ ມອອນລາຍ ຄະນະກຳມະການອາຊຽນ ຢ ສະຫະລ ດອາເມລ ກາ ພະຍາດ Covid-19 : ອິນໂດເນເຊຍ ຮຽນຮູ້ຫວຽດນາມໃນການນຳໃຊ້ຕູ້ ATM ເຂົ້າສານ ເພື່ອແຈກຢາຍເຂົ້າສານໃຫ້ປະຊາຊົນ

ວັນທີ 1 ພຶດສະພາ, ທີ່ນະຄອນຫຼວງ Washington, ທ່ານ ຮ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ແລະ ບັນດາເອກອັກຄະລັດຖະທູດ, ຜູ້ຕ່າງໜ້າອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທຳອິດທາງອອນລາຍຂອງຄະນະກຳມະການອາຊຽນ.

ໃນກອງປະຊຸມ, ບັນດາທ່ານເອກອັກຄະລັດຖະທູດອາຊຽນ ປະຈຳ Washington ໄດ້ແລກປ່ຽນກ່ຽວກັບຜົນສຳເລັດຂອງກອງປະຊຸມອອນລາຍຂັ້ນສູງພິເສດ ອາຊຽນ ແລະ ອາຊຽນ +3 ໃນວັນທີ 14 ເມສາ, ພ້ອມທັງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ອາເມລິກາໃນວັນທີ 23 ເມສາ ເມື່ອບໍ່ດົນມານີ້.

ຫວຽດນາມເຂ າຮ ວມກອງປະຊ ມອອນລາຍ ຄະນະກຳມະການອາຊຽນ ຢ ສະຫະລ ດອາເມລ ກາ
ຫວຽດນາມເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ຄະນະກຳມະການອາຊຽນ ຢູ່ສະຫະລັດອາເມລິກາ. (ພາບ: TTXVN)

ບັນດາປະເທດອາຊຽນ ໄດ້ຕີລາຄາສູງຕໍ່ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອາຊຽນ, ກໍ່ຄືລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ, ໃນນັ້ນມີອາເມລິກາ ໃນການຮັບມືກັບການລະບາດຂອງພະຍາດ COVID-19.

ໃນການສົນທະນາກ່ຽວກັບ ຜົນກະທົບທາງດ້ານເສດຖະກິດຍ້ອນການລະບາດ ຂອງພະຍາດ COVID-19 ສຳຫຼັບພາກພື້ນ, ບັນດາທ່ານເອກອັກຄະລັດຖະທູດ ແລະ ບັນດາຜູ້ຕ່າງໜ້າ ໄດ້ແລກປ່ຽນການຄາດຄະເນຂອງພວກເຂົາ ກ່ຽວກັບການເຕີບໂຕຊ້າທາງດ້ານເສດຖະກິດຂອງບັນດາປະເທດ, ເຊິ່ງໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຮັກສາການເຊື່ອມຕໍ່ຕ່ອງໂສ້ການສະໜອງອາຫານ, ຢາ ແລະ ອຸປະກອນການແພດ.

ບັນດາທ່ານເອກອັກຄະລັດຖະທູດ ກໍ່ໄດ້ເນັ້ນໜັກວ່າ ອາຊຽນຕ້ອງສືບຕໍ່ຊຸກຍູ້ຄວາມພະຍາຍາມຮ່ວມມືໃນການປ້ອງກັນ, ຄົ້ນຄ້ວາ ແລະ ພັດທະນາຢາວັກຊີນ ແລະ ຢາປິ່ນປົວພະຍາດ COVID-19 ແລະ ການຟື້ນຟູເສດຖະກິດພາຍຫຼັງການລະບາດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມື ຍຸດທະສາດອາຊຽນ - ອາເມລິກາ ໄດ້ເລິກເຊິ່ງກວ່າເກົ່າ..

ທີ່ກອງປະຊຸມ, ທ່ານ ຮ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ປັບປຸງຂໍ້ມູນຂ່າວສານກ່ຽວກັບໝາກຜົນໃນເບື້ອງຕົ້ນ ຂອງມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດຂອງລັດຖະບານຫວຽດນາມໃນໄລຍະທີ່ຜ່ານມາ; ຢືນຢັນວ່ານະໂຍບາຍດັ່ງກ່າວ ໄດ້ຊີ້ນຳໂດຍ ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃນການປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນ COVID-19 ຢ່າງເຂັ້ມງວດ ແລະ ເປີດກວ້າງພື້ນຖານເສດຖະກິດຄືນໃໝ່ເທື່ອລະກ້າວ; ທ່ານ ຮ່າກິມຫງອກ ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບເຄື່ອງມືທົດສອບພະຍາດ Covid-19 ທີ່ຜະລິດໂດຍຫວຽດນາມ ເຊິ່ງໄດ້ຮັບການອະນຸມັດຈາກອົງການອະນາໄມໂລກ (WHO) ແລະ ບັນດາປະເທດເອີຣົບ.

ບັນດາທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງວ່າຫວຽດນາມ ທັງໄດ້ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ Covid-19 ພາຍໃນປະເທດ, ແລະ ກໍ່ໄດ້ສະໜັບສະໜູນອຸປະກອນການແພດໃຫ້ບັນດາປະເທດອາຊຽນ ເພື່ອຮ່ວມແຮງຮ່ວມໃຈຜ່ານຜ່າໄລຍະເວລາທີ່ຫຍຸ້ງຍາກຍ້ອນໂລກລະບາດ. ພ້ອມກັນນັ້ນ, ບັນດາທ່ານເອກອັກຄະລັດຖະທູດ ໄດ້ຫວັງວ່າ ຫວຽດນາມ ແລະ ອິນໂດເນເຊຍ ແລະ ໄທ ຈະແບ່ງປັນຜົນຂອງການຄົ້ນຄວ້າວັກຊີນປ້ອງກັນໄວຣັດ SARS-CoV-2.

ຫວຽດນາມເຂ າຮ ວມກອງປະຊ ມອອນລາຍ ຄະນະກຳມະການອາຊຽນ ຢ ສະຫະລ ດອາເມລ ກາ ພົນລະເມືອງຫວຽດນາມ ຈຳນວນເກືອບ 300 ຄົນ ຢູ່ UAE ໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ພົນລະເມືອງຫວຽດນາມຈຳນວນເກືອບ 300 ຄົນ ຢູ່ ບັນດາປະເທດ UAE ໄດ້ກັບຄືນປະເທດ ຢ່າງປອດໄພໃນສະພາບເສັ້ນທາງການບິນການຄ້າລະຫວ່າງຫວຽດນາມ ແລະ ສາກົນ ຖືກໂຈະຍ້ອນການລະບາດຂອງພະຍາດ Covid-19.

ຫວຽດນາມເຂ າຮ ວມກອງປະຊ ມອອນລາຍ ຄະນະກຳມະການອາຊຽນ ຢ ສະຫະລ ດອາເມລ ກາ ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19

ຍສໝ - ອີງຕາມແຈ້ງການໃນເວບໄຊ ຂອງກະຊວງການຕ່າງປະເທດ ອາເມລິກາ ໃນວັນທີ 1 ພຶດສະພາ, ປະເທດ ອາເມລິກາ ໄດ້ຢືນຢັນວ່າ, ຫວຽດນາມຈະໄດ້ຮັບເງິນຊ່ວຍເຫຼືອຈຳນວນເກືອບ 9,5 ລ້ານໂດລາ ເພື່ອຕອບສະໜອງຕໍ່ການລະບາດຂອງພະຍາດ Covid-19, ປະກອບມີ 5 ລ້ານໂດລາສົ່ງໃຫ້ກອງທຶນສະໜັບສະໜູນດ້ານເສດຖະກິດ.

ຫວຽດນາມເຂ າຮ ວມກອງປະຊ ມອອນລາຍ ຄະນະກຳມະການອາຊຽນ ຢ ສະຫະລ ດອາເມລ ກາ ຫວຽດນາມ ແບ່ງປັນປະສົບການ ກັບສາກົນ ໃນການສະກັດກັ້ນການລະບາດຂອງພະຍາດ COVID-19

ຍສໝ​ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.