ສະຖານທູດຫວຽດນາມ ປະຈຳຝລັ່ງ ມອບຜ້າບັງປາກໃຫ້ປະຊາຊົນຝຣັ່ງ ເພື່ອຊ່ວຍເຫຼືອໃນການຕໍ່ສູ້ຕ້ານກັບ Covid-19

17:01 | 09/05/2020

ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳຝລັ່ງ, ທ່ານຫງວຽນທຽບ - ເອກອັກຄະລັດຖະທູດ ໄດ້ມອບຜ້າບັງປາກ ໃຫ້ສະມາຄົມຊາວຫວຽດນາມ ແລະ ບັນດາອົງການມິດຕະພາບຝະລັ່ງ - ຫວຽດນາມ.

ສະຖານທ ດຫວຽດນາມ ປະຈຳຝລ ງ ມອບຜ າບ ງປາກໃຫ ປະຊາຊ ນຝຣ ງ ເພ ອຊ ວຍເຫ ອໃນການຕ ສ ຕ ານກ ບ covid 19 ສະຖານທູດຫວຽດນາມປະຈຳ ສິງກະໂປ ແຈ້ງການກ່ຽວກັບການນໍາສົ່ງ ພົນລະເມືອງຫວຽດນາມກັບເມືອປະເທດ
ສະຖານທ ດຫວຽດນາມ ປະຈຳຝລ ງ ມອບຜ າບ ງປາກໃຫ ປະຊາຊ ນຝຣ ງ ເພ ອຊ ວຍເຫ ອໃນການຕ ສ ຕ ານກ ບ covid 19 ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ນີ້ແມ່ນຂອງຂວັນ ໂດຍຄະນະກຳມະການປົກຄອງນະຄອນຫຼວງຮ່າໂນ້ຍ, ຄະນະກຳມະການແຫ່ງລັດຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ), ບໍລິສັດ ອ່ານຟູ, ໂຮງງານຕັດຫຍິບ Vinatex, ບໍລິສັດການບິນຫວຽດນາມ (Vietnam Airlines) ແລະ ບໍລິສັດ VinaMask ມອບໃຫ້ແກ່ປະຊາຊົນປະເທດຝຣັ່ງ.

ສະຖານທ ດຫວຽດນາມ ປະຈຳຝລ ງ ມອບຜ າບ ງປາກໃຫ ປະຊາຊ ນຝຣ ງ ເພ ອຊ ວຍເຫ ອໃນການຕ ສ ຕ ານກ ບ covid 19
ທ່ານຫງວຽນທຽບ - ເອກອັກຄະລັດຖະທູດຫວຽດນາມ ອບຜ້າບັງປາກໃຫ້ປະຊາຊົນຝຣັ່ງ. (ພາບ: baoquocte)

ທ່ານຫງວຽນທຽບ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ໄດ້ຕາງໜ້າສະຖານທູດຫວຽດນາມ ມອບຂອງຂວັນໃຫ້ຄະນະຜູ້ແທນມິດຕະພາບຝຣັ່ງ - ຫວຽດນາມ ຢູ່ສະພາຕ່ຳ ແລະ ສະພາສູງປະເທດຝຣັ່ງ, ສຳນັກງານພັກຄອມມູນິດຝຣັ່ງ (PCF), ເຂດ Ile de France, ສຳນັກງານເທສະບານ ແຂວງ, ກອງເລຂາອົງການ UNESCO, ສະມາຄົມມິດຕະພາບຝຣັ່ງ - ຫວຽດນາມ, ສະມາຄົມຊາວຫວຽດນາມຢູ່ປະເທດຝຣັ່ງ (UGVF).

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານຫງວຽນທຽບ - ເອກອັກຄະລັດຖະທູດຫວຽດນາມ ໃຫ້ຮູ້ວ່າ, ຂອງຂວັນແມ່ນນ້ອຍ, ແຕ່ມີຄວາມໝາຍໃຫຍ່ຫຼວງ, ເພາະວ່າສະແດງເຖິງນ້ຳໃຈມິດຕະພາບຫວຽດນາມ - ຝຣັ່ງໃນຊ່ວງເວລາຫຍຸ້ງຍາກ ທີ່ເກີດຈາກການລະບາດ ຂອງພະຍາດ Covid-19. ລທ່ານຫງວຽນທຽບ ໄດ້ເນັ້ນໜັກວ່າ: “ຂ້າພະເຈົ້າຫວັງວ່າການຊ່ວຍເຫຼືອໃນຄັ່້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ ໄດ້ນັບມື້ນັບເຂັ້ມແຂງ.

ຕາງໜ້າໃຫ້ ຄະນະຜູ້ແທນມິດຕະພາບຝຣັ່ງ - ຫວຽດນາມ ຢູ່ສະພາຕ່ຳ, ທ່ານນາງຜູ້ແທນ Stéphanie Do ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ຊ່ວຍເຫຼືອປະຊາຊົນຝຣັ່ງ ໃນການບຸກບືນພະຍາຍາມ ເພື່ອແກ້ໄຂບັນຫາໂລກລະບາດ Covid-19, ເຊິ່ງສິ່ງດັ່ງກ່າວອີກເທື່ອໜຶ່ງສະແດງໃຫ້ເຫັນເຖິງການພັດທະນາ ຂອງຄວາມມິດຕະພາບອັນປະເສີດ ແລະ ຄວາມສາມັກຄີລະຫວ່າງສອງປະເທດຫວຽດນາມ - ຝຣັ່ງ. ທ່ານນາງ Stéphanie Do ໄດ້ປະເມີນປະເທດຫວຽດນາມ ເປັນແບບຢ່າງໃນການຮັບມືກັບການແຜ່ລະບາດຂອງພະຍາດ Covid-19 ທົ່ວໂລກໃນປະຈຸບັນ.

ສະຖານທ ດຫວຽດນາມ ປະຈຳຝລ ງ ມອບຜ າບ ງປາກໃຫ ປະຊາຊ ນຝຣ ງ ເພ ອຊ ວຍເຫ ອໃນການຕ ສ ຕ ານກ ບ covid 19 ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ສະຖານທ ດຫວຽດນາມ ປະຈຳຝລ ງ ມອບຜ າບ ງປາກໃຫ ປະຊາຊ ນຝຣ ງ ເພ ອຊ ວຍເຫ ອໃນການຕ ສ ຕ ານກ ບ covid 19 ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມຫງອກ ໄດ້ກ່າວຄືແນວນັ້ນ ໃນຖະແຫຼງການຕໍ່ໜັງສືພິມກ່ຽວກັບນະໂຍບາຍການນຳເຂົ້າຂອງ ສະຫະລັດອາເມລິກາ ກັບ ຫວຽດນາມ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງ Covid-19.

ສະຖານທ ດຫວຽດນາມ ປະຈຳຝລ ງ ມອບຜ າບ ງປາກໃຫ ປະຊາຊ ນຝຣ ງ ເພ ອຊ ວຍເຫ ອໃນການຕ ສ ຕ ານກ ບ covid 19 ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.