ອົງການ UNESCO ຢາກຮ່ວມເດີນທາງກັບ VUFO ໃນໂຄງການ "ເຊີດຊູບັນດາວິລະຊົນອັນງຽບໆ"

17:12 | 09/05/2020

ຍສໝ - ເນື່ອງໃນໂອກາດ ວັນຊາດຫວຽດນາມຄົບຮອບ 75 ປີ, ໂດຍຜ່ານໂຄງການ “ເຊີດຊູບັນດາວິລະຊົນອັນງຽບໆ” (Honouring the Silent Heroes) ເຊິ່ງສົມທົບກັບສູນສຳເນົາເອກະສານແຫ່ງຊາດ III, UNESCO ປາດຖະໜາຢາກສ້າງຕັ້ງການເຊື່ອມຕໍ່, ລະບົບວັດທະນະທຳ ຢູ່ 7 ຈຸດທ້ອງຖິ່ນປະເທດຫວຽດນາມທີ່ສະແດງໃຫ້ 7 ຂົງເຂດວັດທະນະທຳສັງຄົມ.

ອ ງການ unesco ຢາກຮ ວມເດ ນທາງກ ບ vufo ໃນໂຄງການ ເຊ ດຊ ບ ນດາວ ລະຊ ນອ ນງຽບໆ Unesco ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຮັກສາອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ
ອ ງການ unesco ຢາກຮ ວມເດ ນທາງກ ບ vufo ໃນໂຄງການ ເຊ ດຊ ບ ນດາວ ລະຊ ນອ ນງຽບໆ ຢາກໃຫ້ VUFO ເປັນຂົວຕໍ່ຕະຫຼອດໄປຂອງໄວໜຸ່ມຮຸ່ນໃໝ່ຂອງສອງປະເທດ

ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ໄດ້ມີການພົບປະ ແລະ ໂອ້ລົມສົນທະນາກັບ ທ່ານ Michael Croft - ຜູ້ຫົວໜ້າຕົວແທນອົງການ UNESCO ປະຈຳ ຫວຽດນາມ.

ກ່າວຄຳເຫັນທີ່ການສົນທະນາ, ຜູ້ທ່ານ Michael Croft - ຜູ້ຫົວໜ້າຕົວແທນອົງການ UNESCO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດທີ່ມີຄວາມຂະຫຍັນຂັນເຄື່ອນ. UNESCO ປາດຖະໜາຢາກໂຄສະນາປະຫວັດສາດ, ວັດທະນະທຳ ຂອງຫວຽດນາມ, ພິເສດແມ່ນຄວາມວັດທະນະທຳສັນຕິພາບ.

ອ ງການ unesco ຢາກຮ ວມເດ ນທາງກ ບ vufo ໃນໂຄງການ ເຊ ດຊ ບ ນດາວ ລະຊ ນອ ນງຽບໆ
ທ່ານ Michael Croft - ຜູ້ຫົວໜ້າຕົວແທນອົງການ UNESCO ປະຈຳ ຫວຽດນາມ ແລະ ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ. (ພາບ: thoidai.com.vn)

ກ່ຽວກັບບັນດາບຸລິມະສິດໃນການດຳເນີນງານ ຢູ່ຫວຽດນາມ, ອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສະຫະປະຊາຊາດ ໄດ້ປາດຖະໜາວ່າ ຢາກກາຍເປັນຂົວຕໍ່ລະຫວ່າງ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGO) ແລະ ລັດຖະບານຫວຽດນາມ. ໂດຍສະເພາະ, ອົງການ UNESCO ປາດຖະໜາເຊື່ອມຕໍ່ ແລະ ລະດົມການເຂົ້າຮ່ວມຂອງຄົນຮຸ່ນໜຸ່ມ.

ໂຄງການ “ເຊີດຊູບັນດາວິລະຊົນອັນງຽບໆ” (Honouring the Silent Heroes) ແມ່ນໂຄງການສາລະຄະດີອະນຸສອນທາງປະຫວັດສາດ ຂອງນັກຮົບອາສາສະໝັກປະມານ 72,000 ຄົນ ທີ່ໄດ້ຮັບການລະດົມເພື່ອເຂົ້າຮ່ວມການສູ້ຮົບຍາດເອົາໄຊຊະນະເອກະລາດ ໃນທົ່ວປະເທດຫວຽດນາມໃນປີ 1960 ແລະ ປີ 1970.

ເນື່ອງໃນໂອກາດ ວັນຊາດຫວຽດນາມຄົບຮອບ 75 ປີ, ໂດຍຜ່ານໂຄງການ “ເຊີດຊູບັນດາວິລະຊົນອັນງຽບໆ” (Honouring the Silent Heroes) ເຊິ່ງສົມທົບກັບສູນສຳເນົາເອກະສານແຫ່ງຊາດ III, UNESCO ປາດຖະໜາຢາກສ້າງຕັ້ງການເຊື່ອມຕໍ່, ລະບົບວັດທະນະທຳ ຢູ່ 7 ຈຸດຊື່ທ້ອງຖິ່ນປະເທດຫວຽດນາມທີ່ສະແດງໃຫ້ 7 ຂົງເຂດວັດທະນະທຳສັງຄົມ. ຕາມນັ້ນ, UNESCO ປາດຖະໜາຢາກໃຫ້ VUFO ສະໜັບສະໜູນ ແລະ ເຂົ້າຮ່ວມໃນໂຄງການນີ້.

ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຢືນຢັນວ່າ: UNESCO ມີບົດບາດສຳຄັນທີ່ສຸດສຳລັບປະເທດຫວຽດນາມ ໃນການຍົກສູງຄວາມຮັບຮູ້ຂອງປະຊາຊົນຫວຽດນາມ ກ່ຽວກັບປະຫວັດສາດ, ວັດທະນະທຳຂອງປະເທດ. ທ່ານນາງ ຫງວຽນເຟືອງຫງ່າ ຍັງໄດ້ຢືນຢັນວ່າ ໂຄງການ "ເຊີດຊູບັນດາວິລະຊົນອັນງຽບໆ" ແມ່ນຄວາມຄິດທີ່ດີ, ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຫ້າວຫັນໃນກິດຈະກຳຕ່າງໆຕາມບົດບາດ ແລະ ໜ້າທີ່ຂອງຕົນ.

ອ ງການ unesco ຢາກຮ ວມເດ ນທາງກ ບ vufo ໃນໂຄງການ ເຊ ດຊ ບ ນດາວ ລະຊ ນອ ນງຽບໆ ໜູນຊ່ວຍລາວ ປັບປຸງສຳນວນເອກະສານຍືນສະເໜີ UNESCO ຮັບຮອງ ປ່າສະຫງວນຫີນໜາມໜໍ່

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຫາກໍ່ມີຂໍ້ຕົກລົງສະບັບເລກທີ 925 /QĐ-BVHTTDL ວ່າດ້ວຍການສ້າງຕັ້ງກຸ່ມປະຕິບັດງານກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໜູນຊ່ວຍລາວ ປັບປຸງສຳນວນເອກະສານຍືນສະເໜີ UNESCO ຮັບຮອງປ່າສະຫງວນຫີນໜາມໜໍ່ ເປັນມໍລະດົກທຳມະຊາດໂລກ.

ອ ງການ unesco ຢາກຮ ວມເດ ນທາງກ ບ vufo ໃນໂຄງການ ເຊ ດຊ ບ ນດາວ ລະຊ ນອ ນງຽບໆ ຜູ້ອຳນວຍການໃຫຍ່ ອົງການ WIPO ຕີລາຄາສູງການຮ່ວມມືກັບ ຫວຽດນາມ

ຍສໝ - ວັນທີ 2 ມີນາ, ຢູ່ສຳນັກງານໃຫຍ່ຂອງອົງການຊັບສິນທາງປັນຍາໂລກ (WIPO) ຢູ່ເຈນີວາ, ປະເທດສະວິດ, ທ່ານ Francis Gurry ຜູ້ອຳນວຍການໃຫຍ່ ອົງການ WIPO ໄດ້ຕີລາຄາສູງການຮ່ວມມືລະຫວ່າງ WIPO ແລະຫວຽດນາມ ໃນໄລຍະຜ່ານມາ, ຊົມເຊີຍບັນດາຜົນງານຂອງ ຫວຽດນາມ ໃນ IP ...

ອ ງການ unesco ຢາກຮ ວມເດ ນທາງກ ບ vufo ໃນໂຄງການ ເຊ ດຊ ບ ນດາວ ລະຊ ນອ ນງຽບໆ ນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”

ຍສໝ - ເມື່ອບໍ່ດົນມານີ້, ທ່ານ Audrey Azouley ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ໄດ້ຮັບຮອງນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.