ນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”

10:45 | 01/11/2019

ຍສໝ - ເມື່ອບໍ່ດົນມານີ້, ທ່ານ Audrey Azouley ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ໄດ້ຮັບຮອງນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”.

ນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”

ນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”.(ພາບປະກອບ)

ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ຮ່າໂນ້ຍ ມີໂອກາດຫລາຍຢ່າງ ເຊິ່ງ UNESCO ຈະເອົາເຂົ້າໃນຕາໜ່າງນະຄອນ ປະດິດຄິດສ້າງຂອງໂລກ. ທ່ານ ຫງວຽນວັນຟອງ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍ ຖືວ່າ: ດ້ວຍເລື່ອງເຂົ້າຮ່ວມຕາໜ່າງນະຄອນປະດິດຄິດສ້າງ, ຮ່າໂນ້ຍ ຈະມີໂອກາດເຮັດໃຫ້ວັດທະນະທຳທີ່ເປັນເອກະລັກຂອງນະຄອນໂດດເດັ່ນຂຶ້ນໃນໂລກ. ໄປຄຽງຄູ່ກັນນັ້ນ, ຮ່າໂນ້ຍ ຍັງຮັກສາສະຖາປັດຕະຍະກຳ, ຂໍ້ລິເລີ່ມກ່ຽວກັບສະຖາປັດຕະຍະກຳຫລາຍຮູບຫລາຍແບບຂອງຝ່າຍຕາເວັນຕົກ ແລະ ຝ່າຍຕາເວັນອອກ, ສະຖາປັດຕະຍະກຳທ້ອງຖິ່ນເດີມ ແລະ ຄວາມສີວິໄລໂລກໄວ້ໄດ້, ລວມທັງຄວາມກົມກຽວລະຫວ່າງສະຖາປັດຕະຍະກຳບູຮານ ແລະ ຍຸກປະຈຸບັນຄື: ໂຮງລະຄອນໃຫຍ່ຮ່າໂນ້ຍ, ຫໍພິພິທະພັນວິຈິດສິນ ຫວຽດນາມ, ຂົວ ລອງບຽນ, ຂົວ ເຍິດເຕິນ ແລະ ອື່ນໆ.

ນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”

ຮ່າ​ໂນ້ຍ ກໍ່ນອນ​ໃນ Top 50 ນະ​ຄອນສວຍງາມ​ທີ່​ສຸດ​ໃນ​ໂລກ.(ພາບປະກອບ)

ນອກຈາກນັ້ນ, ຮ່າ​ໂນ້ຍ ກໍ່ນອນ​ໃນ Top 50 ນະ​ຄອນສວຍງາມ​ທີ່​ສຸດ​ໃນ​ໂລກ; Flight Network, ໂດຍແມ່ນໜຶ່ງໃນບັນດາບໍລິສັດການທ່ອງທ່ຽວທາງເຄືອຂ່າຍອິນເຕີແນັດ ແຖວໜ້າຂອງ ການາດາ, ຫາກໍ່ຍົກອອກການຄັດເລືອກກ່ຽວກັບ 50 ນະຄອນສວຍງາມທີ່ສຸດໃນໂລກ, ໃນນັ້ນມີ ຮ່າໂນ້ຍ. ຮ່າໂນ້ຍຢືນຢູ່ອັນດັບທີ 37. ຕາມການຕີລາຄາຂອງ Flight Networkແລ້ວ, ຮ່າໂນ້ຍເປັນສະຖານທີ່ມີຄວາມດຶງດູດໃຈຍ້ອນວ່າມີ ໜອງຫຼາຍແຫ່ງ, ມີການປະສົມປະສານກັນລະຫວ່າງ ສະຖາປັດຕະຍາກຳ ຂອງ ຝລັ່ງ ແລະ ຫວຽດນາມ ພ້ອມກັບຄຸ້ມເມືອງເກົ່າທີ່ເປັນເອກະລັກສະເພາະ. ອາຫານການກິນທີ່ອຸດົມສົມບຸນຂອງຮ່າໂນ້ຍກໍ່ມີຄວາມດຶງດູດໃຈ.

(ໄຊພອນ)

ເຫດການ
302 Found

Found

The document has moved here.