ໃນການໂອ້ລົມສົນທະນາ, ທ່ານນາງ ເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ຊົມເຊີຍຜູ້ອຳນວຍການໃຫຍ່ WIPO, ທ່ານ Francis Gurry ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂອງ WIPO ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ WIPO ແລະ ການສະໜັບສະໜູນຢ່າງຕັ້ງໜ້າຂອງຜູ້ອຳນວຍການໃຫຍ່ ອົງການ WIPO ສຳລັບຫວຽດນາມ, ໂດຍສະເພາະ ໃນການພັດທະນາ ແລະ ສຳເລັດລະບົບກົດໝາຍຂອງຊັບສິນທາງປັນຍາ (IP), ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ໂຄງການຊ່ວຍເຫຼືອດ້ານເຕັກນິກ ກ່ຽວກັບການພັດທະນາສະພາບແວດລ້ອມແຫ່ງການຊັບສິນທາງປັນຍາ ແລະ ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຊັບສິນທາງປັນຍາ.
![]() |
ທ່ານນາງ ເອກອັກຄະລັດຖະທູດ ເລຖິຕວຽດມາຍ ແລະ ທ່ານ Francis Gurry ຜູ້ອຳນວຍການໃຫຍ່ ຂອງ WIPO. (ພາບ: baoquocte)
ສ່ວນທ່ານຜູ້ອຳນວຍການໃຫຍ່ Francis Gurry ໄດ້ຕີລາຄາສູງການຮ່ວມມືລະຫວ່າງ WIPO ແລະຫວຽດນາມ ໃນໄລຍະຜ່ານມາ, ຊົມເຊີຍບັນດາຜົນງານຂອງ ຫວຽດນາມ ໃນ IP ແລະ ບັນດາໝາກ ຜົນເບື້ອງຕົ້ນ ຂອງບັນດາໂຄງການໜູນຊ່ວຍດ້ານເຕັກນິກຂອງ WIPO ສຳລັບຫວຽດນາມ.
ທ່ານ Francis Gurry ກ່າວວ່າ, ໃນສະພາບການດ້ານວິທະຍາສາດ ແລະ ເຕັກໂນໂລຢີກໍ່ຄື IP ແມ່ນ ກຳລັງພັດທະນາຢ່າງໄວວາ, ມີບົດບາດສຳຄັນເພີ່ມຂື້ນຕໍ່ການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ, ການເຄື່ອນໄຫວແລກປ່ຽນປະດິດສ້າງໃໝ່ ແລະ ການປົກປ້ອງສິດຊັບສິນທາງປັນຍາແມ່ນມີຄວາມສຳຄັນຫຼາຍຂຶ້ນ, ມີໂອກາດຫຼາຍຢ່າງ ແຕ່ກໍ່ຍັງມີສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ.
ນອກຈາກນັ້ນ, ຜູ້ອຳນວຍການໃຫຍ່ Francis Gurry ຍັງໄດ້ສະແດງຄວາມຍິນດີຕໍ່ການປະກອບສ່ວນຂອງຫວຽດນາມ ທີ່ມີຕໍ່ WIPO ໃນຖານະເປັນປະທານ WIPO 2028-2019 ແລະສະແດງຄວາມຫວັງວ່າ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນທີ່ດີໃຫ້ແກ່ WIPO.
(ຄຳຮຸ່ງ)