ຢາກໃຫ້ VUFO ເປັນຂົວຕໍ່ຕະຫຼອດໄປຂອງໄວໜຸ່ມຮຸ່ນໃໝ່ຂອງສອງປະເທດ

09:33 | 04/12/2019

ຍສໝ - “VUFO ແລະ ສະມາຄົມມິດຕະພາບຫວຽດນາມ - ລາວຈະເປັນຂົວຕໍ່ໃຫ້ແກ່ໄວໜຸ່ມຮຸ່ນຄົນລຸ້ນໃໝ່ໄດ້ຮັບຮູ້ຢ່າງລະອຽດກ່ຽວກັບປະຫວັດຄວາມເປັນມາ ແລະ ພັດທະນາຂອງສາຍພົວພັນພິເສດຫວຽດ-ລາວ”. ນັ້ນແມ່ນຄວາມປາດຖະໜາຂອງທ່ານ ທອງສະຫວັນ ພົມວິຫານ, ອະດີດເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມໃນສົກປີ 2015 - 2019 ໃນເວລາທ່ານໃຫ້ສຳພາດຕໍ່ໜັງສືພິມຍຸກສະໄໝເນື່ອງໃນໂອກາດທ່ານສີ້ນສຸດໄລຍະເປັນເອກອັກຄະລັດຖະທູດຢູ່ຫວຽດນາມ.

ຢາກໃຫ້ VUFO ເປັນຂົວຕໍ່ຕະຫຼອດໄປຂອງໄວໜຸ່ມຮຸ່ນໃໝ່ຂອງສອງປະເທດ

ທ່ານ ທອງສະຫວັນ ພົມວິຫານ, ອະດີດເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ

ທ່ານ ທອງສະຫວັນ ພົມວິຫານ, ອະດີດເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ: ໃນໄລຍະການປະຕິບັດໜ້າທີ່ 4 ປີຜ່ານມາ, ຂ້າພະເຈົ້າເຫັນໄດ້ວ່າການພົວພັນຮ່ວມມືລະຫວ່າງສະຖານທູດລາວ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວດີຫຼາຍ. ວຽກງານຊຸກຍູ້, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນມີປະສິດທິຜົນລາຍລະຫວ່າງສອງອົງການຈັດຕັ້ງນີ້ໄດ້ປະກອບສ່ວນຊ່ວຍຂ້າພະເຈົ້າປະຕິບັດສຳເລັດໜ້າທີ່. ໃນຊຸມປີທີ່ຜ່ານມາ, ມີຫຼາຍກິດຈະການການຮ່ວມມື, ແລກປ່ຽນລະຫວ່າງສອງປະເທດ. ໂດຍສະເພາະແມ່ນປີ 2017 ເປັນປີສາມັກຄີມິດຕະພາບຫວຽດນາມ ລາວ. ພວກເຮົາໄດ້ປະສານງານຈັດຕັ້ງສຳເລັດຫຼາຍກວ່າ 170 ກິດຈະການສະເຫຼີມສະຫຼອງທີ່ມີຄວາມໝາຍຕັ້ງແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖີ່ນ, ແລກປ່ຽນເກືອບປະມານ 300 ຄະນະທຸກຂັ້ນ.

ມີຫຼາຍການເຄື່ອນໄຫວໃນການແລກປ່ຽນປະຊາຊົນໄດ້ເຮັດໃຫ້ຄົນລຸ້ນໃໝ່ຂອງສອງປະເທດໄດ້ຮັບຮູ້ກ່ຽວກັບຄວາມເປັນມາຂອງສາຍພົວພັນພິເສດຂອງສອງປະເທດ ລາວ - ຫວຽດນາມ. ສ່ວນຕົວຂ້າພະເຈົ້າກໍໄດ້ເຂົ້າຮ່ວມຫຼາຍກິດຈະກຳແລກປ່ຽນ, ໄປຢ້ຽມຢາມບັນດາສະຖານທີ່ຮ່ອງຮອຍປະຫວັດສາດ, ໄດ້ໄປຫຼາຍບ່ອນ. ນອກຈາກນີ້, ຂ້າພະເຈົ້າກໍເປັນສະມາຊິກໃນບັນດາຄະນະຜູ້ແທນຄືຄະນະຕິດຕໍ່ສື່ສານ, ທະຫານອາສາສະໝັກ, ຄະນະມິດຕະພາບໄປຢ້ຽມຢາມລາວ, ຢ້ຽມຊົມບັນດາສະຖານທີ່ຮ່ອງຮອຍປະຫວັດສາດທີ່ກ່ຽວຂ້ອງເຖິງການພົວພັນພັນທະມິດຕໍ່ສູ້ຂອງທະຫານສອງປະເທດລາວ ຫວຽດນາມ ແລະ ອີກຫຼາຍກິດຈະການເຄື່ອນໄຫວອີກ.

ທ່ານທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມເນັ້ນໜັກ: “ຂ້າພະເຈົ້າຫວັງວ່າໃນເວລາຕໍ່ໜ້າ, VUFO ແລະ ສະມາຄົມມິດຕະພາບຫວຽດນາມ - ລາວຈະສືບຕໍ່ຜັນຂະຍຫາຍບັນດາການເຄື່ອນໄຫວ ແລະ ບັນດາວຽກງານອື່ນໆເພື່ອເສີມສ້າງໃຫ້ສາຍພົວພັນ, ຄວາມສາມັກຄີພິເສດຂອງສອງປະເທດ ຫວຽດນາມ - ລາວ. ສຳຄັນແມ່ນຕ້ອງເຮັດແນວໃດໃຫ້ຄົນຮຸ່ນໃໝ່ຮັບຮູ້ຢ່າງລະອຽດກ່ຽວກັບປະຫວັດຄວາມເປັນມາ ແລະ ພັດທະນາຂອງສາຍພົວພັນພິເສດນີ້. ສາຍພົວພັນພິເສດລາວ ຫວຽດນາມໄດ້ກາຍເປັນມູນມໍລະດົກຂອງສອງປະເທດ. ສະນັ້ນພວກເຮົາຕ້ອງຮັກສາ ແລະ ເສີມຂະຫຍາຍສາຍພົວພັນນີ້ຄືຄຳເວົ້າທີ່ພວກເຮົາມັກເວົ້າແມ່ນ: ເກີດດອກອອກຜົນຕະຫຼອດໄປ.

(ໄຊພອນ)

ເຫດການ
302 Found

Found

The document has moved here.