Unesco ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຮັກສາອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ

12:13 | 14/01/2020

ຍສໝ - ປັດຈຸບັນ ຫວຽດນາມ ມີ 39 ນາມມະຍົດທີ່ Unesco ໄດ້ຮັບຮອງ, ໃນນັ້ນມີ 8 ນາມມະຍົດກ່ຽວກັບມໍລະດົກວັດທະນະທຳ ແລະ ມໍລະດົກທຳມະຊາດ.

Unesco ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຮັກສາອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ

Unesco ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຮັກສາອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ

ນັບແຕ່ຊຸມປີ 80 ຂອງສະຕະວັດກ່ອນ Unesco ໄດ້ປຸກລະດົມການຂົນຂວາຍສາກົນຊ່ວຍເຫຼືອ ຫວຽດນາມ ອະນຸລັກບັນດາມໍລະດົກວັດທະນະທຳ ເຫວ້, ພ້ອມທັງມີການເຄື່ອນໄຫວບາງຢ່າງ ເພື່ອໂຄສະສະນາໃຫ້ແກ່ ເຫວ້ ຄື ຜະລິດຟີມຮູບເງົາ, ປອດສະເຕີ…ປະກອບສ່ວນໂຄສະນາພາບພົດ ຫວຽດນາມ ອອກສູ່ສາກົນ. ໃນຊຸມປີຜ່ານມາ Unesco, ລະອຽດແມ່ນຄະນະກຳມະການແຫ່ງຊາດ Unesco ຫວຽດນາມ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາກະຊວງ ຂະແໜງການໃນວຽກງານອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຢູ່ ຫວຽດນາມ.

ໃນໄລຍະທີ່ຜ່່ານມາ Unesco ໄດ້ຮ່ວມກັບ ຫວຽດນາມ ໃນຂະບວນວິວັດແຫ່ງການອະນຸລັກມໍລະດົກຢູ່ແຕ່ລະທ້ອງຖິ່ນ, ເຂົ້າຮ່ວມຂະບວຍວິວັດກໍ່ສ້າງ, ສະເໜີ Unesco ຮັບຮອງມໍລະດົກ ວັດທະນະທຳ ຫວຽດນາມ , ກຳນົດທິດ, ຖ່າຍທອດບົດຮຽນ ແລະ ຜັນຂະຫຍາຍປະຕິບັດວຽກງານຂອງ Unesco ຢູ່ ຫວຽດນາມ, ນຳສະເໜີບັນດາຂໍ້ສະເໜີແນະ ທີ່ກ່ຽວຂ້ອງເຖິງການວາງກຳນົດນະໂຍບາຍແຫ່ງຊາດ ກ່ຽວກັບວຽກງານອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ. ການຊ່ວຍໜູນຂອງ Unesco ໄດ້ສວມບົດບາດ ແມ່ນຜູ້ພາທາງ, ແມ່ນເພື່ອນຮ່ວມເດີນທາງ, ໄດ້ຊ່ວຍບັນດາທ້ອງຖິ່ນຂອງ ຫວຽດນາມ ຄື ນິງບິ່ງ, ເຫວ້...

ພ້ອມກັບການຢັ້ງຢືນບັນດາຄຳໝັ້ນສັນຍາສາກົນ ຊ່ວຍໜູນສຳລັບການອະນຸລັກມໍລະດົກຢູ່ ຫວຽດນາມ ນັ້ນ ໃນໄລຍະໃໝ່ Unesco ສືບຕໍ່ຊ່ວຍໜູນ ຫວຽດນາມ ຮັກສາບັນດາຄຸນຄ່າທີ່ພົ້ນເດັ່ນຂອງມໍລະດົກ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການໂຄສະນາ ສຶກສາອົບຮົມຊຸມຊົນ, ຍົກສູງລະດັບຄວາມຮັບຮູ້ໃຫ້ແກ່ປະຊາຊົນ ແລະ ເຜີຍແຜ່ຄຸນຄ່າຂອງມໍລະດົກ, ສຶກສາອົບຮົມລຸ້ນໜຸ່ມ ໃນການອະນຸລັກຮັກສາມໍລະດົກວັດທະນະທຳ ທຳມະຊາດ. ການອະນຸລັກຮັກສາ ແລະ ເສີມຂະຫບາຍຄຸນຄ່າມໍລະດົກ ແມ່ນໜຶ່ງໃນບັນດາ ການເຄື່ອນໄຫວ ຕິດພັນກັບການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນຊາດ, ສ້າງການພັດທະນາໃນອະນະຄົດຂອງແຕ່ລະຊົນເຜົ່າ ຈາກບັນດາສາຍສຳພັນພິເສດສະເພາະ ໃນອະດີດຕະການ ແລະ ໃນປັດຈຸບັນ. ໃນໄລຍະທີ່ຜ່ານມາ Unesco ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຮັກສາອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກນີ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.