ພະຍາດ Covid-19 : ອິນໂດເນເຊຍ ຮຽນຮູ້ຫວຽດນາມໃນການນຳໃຊ້ຕູ້ ATM ເຂົ້າສານ ເພື່ອແຈກຢາຍເຂົ້າສານໃຫ້ປະຊາຊົນ

09:21 | 04/05/2020

ຍສໝ - ເມື່ອບໍ່ດົນມານີ້, ແນວຄວາມຄິດໃນການຈັດຕັ້ງປະຕິບັດຕູ້ ATM ເຂົ້າສານ, ສະບຽງອາຫານ ສຳລັບຜູ້ທຸກຍາກທີ່ຖືກຮັບຜົນກະທົບຈາກການລະບາດພະຍາດ COVID-19 ຂອງປະເທດຫວຽດນາມ ໄດ້ນຳໃຊ້ຢູ່ປະເທດອິນໂດເນເຊຍ.

ພະຍາດ covid 19 ອ ນໂດເນເຊຍ ຮຽນຮ ຫວຽດນາມໃນການນຳໃຊ ຕ atm ເຂ າສານ ເພ ອແຈກຢາຍເຂ າສານໃຫ ປະຊາຊ ນ ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19
ພະຍາດ covid 19 ອ ນໂດເນເຊຍ ຮຽນຮ ຫວຽດນາມໃນການນຳໃຊ ຕ atm ເຂ າສານ ເພ ອແຈກຢາຍເຂ າສານໃຫ ປະຊາຊ ນ ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19

ໃນສະພາບການແຜ່ລະບາດຢ່າງຮຸນແຮງ ຂອງພະຍາດ COVID-19 ເຊິ່ງເຮັດໃຫ້ເພີ່ມຂຶ້ນຈຳນວນຄົນຫວ່າງງານ ແລະ ຄົນທຸກຍາກ, ກອງທັບອິນໂດເນເຊຍ ແລະ ກະຊວງກະສິກຳອິນໂດເນເຊຍ ໄດ້ປະສານສົມທົບຈັດຕັ້ງປະຕິບັດໂຄງການ “ຕູ້ ATM ເຂົ້າສານ”.

ເມື່ອບໍ່ດົນມານີ້, ໂຄງການ “ATM ເຂົ້າສານ” ຂອງຫວຽດນາມໄດ້ດຶງດູດຄວາມສົນໃຈຂອງສາກົນ, ໃນນັ້ນມີປະເທດອິນໂດເນເຊຍ. ສະນັ້ນ, ປະເທດອິນໂດເນເຊຍ ໄດ້ຮຽນຮູ້ ແລະ ນຳໃຊ້ແນວຄິດຂອງຫວຽດນາມໂດຍໄວ. ໃນກາງເດືອນເມສາ, ກະຊວງກະສິກຳ ອິນໂດເນເຊຍ ແລະ ກອງທັບອິນໂດເນເຊຍ ໄດ້ພັດທະນາໂປແກຼມໂຄງການ “ຕູ້ ATM ເຂົ້າສານ”.

ພະຍາດ covid 19 ອ ນໂດເນເຊຍ ຮຽນຮ ຫວຽດນາມໃນການນຳໃຊ ຕ atm ເຂ າສານ ເພ ອແຈກຢາຍເຂ າສານໃຫ ປະຊາຊ ນ
ໂຄງການ “ATM ເຂົ້າສານ” ຂອງຫວຽດນາມໄດ້ດຶງດູດຄວາມສົນໃຈຂອງສາກົນ. (ພາບ: baotintuc)

ມາຮອດປະຈຸບັນ, ກະຊວງກະສິກຳ ອິນໂດເນເຊຍ ໄດ້ອອກແບບ ແລະ ຕິດຕັ້ງຕູ້ ATM ເຂົ້າສານ ຈຳນວນ 10 ເຄື່ອງ, ໃນນັ້ນມີ 8 ຕູ້ ຢູ່ນະຄອນຫຼວງ Jakarta ແລະ 2 ຕູ້ ຢູ່ເມືອງຈາວາທາງຕາເວັນຕົກ Java.

ກອງບັນຊາການທະຫານເມືອງຕ່າງໆ ຈະປະຕິບັດການຄວບຄຸມ, ແຈກຢາຍເຂົ້າສານ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ຄາດວ່າໃນອະນາຄົດອັນໃກ້ນີ້, ໂຄງການ "ຕູ້ ATM ເຂົ້າສານ" ຈະພັດທະນາເພີ່ມຕື່ມອີກ 317 ໜ່ວຍໃນທົ່ວປະເທດ.

ທ່ານພັນເອກ Alian Wijaksono - ຜູ້ບັນຊາການທະຫານເມືອງ ຕາເວັນຕົກ Jakarta, ກ່າວວ່າ: “ທຸກໆມື້ພວກເຮົາແຈກຢາຍເຂົ້າ 1,000 ຖົງ, ແຕ່ລະຖົງມີນ້ຳໜັກ 1,5 ກິໂລ. ຈຳນວນ 1000 ຖົງເຂົ້າສານນີ້ ຈະໄດ້ແຈກຢາຍໃຫ້ 8 ບ້ານໃນເມືອງ. ແຕ່ລະບ້ານໄດ້ຮັບ 125 ຖົງຕໍ່ມື້. ສ່ວນທີ່ຍັງເຫຼືອແມ່ນຈະແຈກຢາຍໃຫ້ປະຊາຊົນທີ່ກົມບັນຊາການເມືອງ. ພວກເຮົາໃຫ້ບຸລິມະສິດໃຫ້ແກ່ ຜູ້ທີ່ບໍ່ໄດ້ຮັບການຊ່ວຍເຫຼືອສັງຄົມ ຈາກລັດຖະບານ ແລະ ຖືກຮັບຜົນກະທົບຈາກການລະບາດຂອງພະຍາດ Covid - 19, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.”

ພະຍາດ covid 19 ອ ນໂດເນເຊຍ ຮຽນຮ ຫວຽດນາມໃນການນຳໃຊ ຕ atm ເຂ າສານ ເພ ອແຈກຢາຍເຂ າສານໃຫ ປະຊາຊ ນ

ອິນໂດເນເຊຍ ຮຽນຮູ້ຫວຽດນາມ ໃນການນຳໃຊ້ຕູ້ ATM ເຂົ້າສານ ເພື່ອແຈກຢາຍໃຫ້ປະຊາຊົນທີ່ຖືກຮັບຜົນສະທ້ອນຈາກພະຍາດ Covid-19. (ພາບ: VOV)

ຕາມທ່ານ ພັນເອກ Alian Wijaksono ໃຫ້ຮູ້ວ່າ, ປະຊາຊົນທີ່ມາຮັບເຂົ້າ ພຽງແຕ່ຕ້ອງແຈ້ງບັດພັກພາອາໄສ ແລະ ປະຕິບັດມາດຕະການທາງການແພດຢ່າງເຂັ້ມງວດ, ເຊັ່ນ: ໃສ່ຜ້າບັງປາກ, ຮັກສາໄລຍະຫ່າງ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ກ່ອນໜ້ານີ້, ລັດຖະບານ ອິນໂດເນເຊຍ ໄດ້ນຳສະເໜີງົບປະມານມີມູນຄ່າ 110 ພັນຕື້ Rupiah ເພື່ອສະໜັບສະໜູນຜູ້ທຸກຍາກທີ່ຮັບຜົນກະທົບຈາກພະຍາດ COVID-19. ຕາມນັ້ນ, ຜູ້ທີ່ນອນໃນເປົ້າໝາຍອຶດຫິວ ຈະໄດ້ຮັບເຄື່ອງທີ່ຈຳເປັນໃນຊີວິດປະຈຳວັນ ຫຼື ການຊ່ວຍເຫຼືອເປັນເງິນສົດມີມູນຄ່າ 600,000 Rupiah ຕໍ່ເດືອນ.

ພະຍາດ covid 19 ອ ນໂດເນເຊຍ ຮຽນຮ ຫວຽດນາມໃນການນຳໃຊ ຕ atm ເຂ າສານ ເພ ອແຈກຢາຍເຂ າສານໃຫ ປະຊາຊ ນ ຫວຽດນາມ ແບ່ງປັນປະສົບການ ກັບສາກົນ ໃນການສະກັດກັ້ນການລະບາດຂອງພະຍາດ COVID-19

ຍສໝ​ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ.

ພະຍາດ covid 19 ອ ນໂດເນເຊຍ ຮຽນຮ ຫວຽດນາມໃນການນຳໃຊ ຕ atm ເຂ າສານ ເພ ອແຈກຢາຍເຂ າສານໃຫ ປະຊາຊ ນ ສະມາຄົມມິດຕະພາບຫວຽດນາມ - ຝຣັ່ງ ນະຄອນໂຮຈິມິນໄດ້ມອບເຄື່ອງມືການແພດ ໃຫ້ແກ່ປະຊາຊົນຝຣັ່ງ ຕໍ່ຕ້ານພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 29 ເມສາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ຝລັ່ງ ນະຄອນໂຮ່ຈິມິນ ໄດ້ມອບເຄື່ອງມືອຸປະກອນການແພດ ເຊິ່ງເປັນຜ້າບັງປາກຈຳນວນ 23.000 ແຜ່ນ ແລະ ນໍ້າຢາຂ້າເຊື້ອ 100 ລິດ ໃຫ້ປະຊາຊົນຝຣັ່ງ ເພື່ອຮ່ວມມືຕໍ່ຕ້ານພະຍາດ COVID-19 ຜ່ານສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ.

ພະຍາດ covid 19 ອ ນໂດເນເຊຍ ຮຽນຮ ຫວຽດນາມໃນການນຳໃຊ ຕ atm ເຂ າສານ ເພ ອແຈກຢາຍເຂ າສານໃຫ ປະຊາຊ ນ ອົງການອະນາໄມໂລກ WHO ສະແດງຄວາມຂອບໃຈການຊ່ວຍເຫຼືອຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດ Covid-19

ຍສໝ - ເມື່ອບໍ່ດົນມານີ້ , ຢູ່ Geneva, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ WHO ໄດ້ສະແດງຄວາມຂອບໃຈ ສຳຫຼັບການຊ່ວຍເຫຼືອຂອງຫວຽດນາມ, ບັນດາປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ໃນການຕໍ່ສູ້ກັບການລະບາດຂອງພະຍາດ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.