ຫວຽດນາມ ແບ່ງປັນປະສົບການ ກັບສາກົນ ໃນການສະກັດກັ້ນການລະບາດຂອງພະຍາດ COVID-19

16:30 | 02/05/2020

ຍສໝ​ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ.

ຫວຽດນາມ ແບ ງປ ນປະສ ບການ ກ ບສາກ ນ ໃນການສະກ ດກ ນການລະບາດຂອງພະຍາດ covid 19 ທະຫານຊາຍແດນແຂວງກວ໋າງນາມ ຫວຽດນາມ ໄດ້ມອບເຂົ້າສານ 1,7 ໂຕນ ໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ ລາວ
ຫວຽດນາມ ແບ ງປ ນປະສ ບການ ກ ບສາກ ນ ໃນການສະກ ດກ ນການລະບາດຂອງພະຍາດ covid 19 ຊາວຫວຽດນາມ ຢູ່ Ukraine ໄດ້ມອບຜ້າບັງປາກ ໃຫ້ແກ່ບັນດາໂຮງໝໍ, ອົງການດັບເພີງ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19 ຢູ່ Ukraine

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແທງລອງ - ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ປະສົບການໃນການຄວບຄຸມພະຍາດ COVID-19 ຢູ່ຫວຽດນາມ ແມ່ນການນຳພາຂອງທົ່ວລະບົບການເມືອງ, ການເຂົ້າຮ່ວມຢ່າງແຮງຂອງລັດຖະບານ, ດ້ວຍຍຸດທະສາດວ່າ: ປ້ອງກັນ ແລະ ສະກັດກັ້ນພະຍາດຢ່າງເປັນເຈົ້າການ, ການກວດພົບແຕ່ເບື້ອງຕົ້ນ, ການແຍກອອກຫ່າງຢ່າງເຖິງຖອງ ແລະ ປິ່ນປົວຢ່າງຫ້າວຫັນ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຮຽກຮ້ອງການມີສ່ວນຮ່ວມ ຂອງອຳນາດການປົກຄອງທຸກຂັ້ນ ແລະ ລະດົມທຸກແຫຼ່ງກຳລັງພາຍໃນປະເທດ ດ້ວຍຄຳຂວັນທີ່ວ່າ: ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະຢູ່ກັບທີ່, ອຸປະກອນ ແລະ ການພະລາທິການຢູ່ກັບທີ່.

ຫວຽດນາມ ແບ ງປ ນປະສ ບການ ກ ບສາກ ນ ໃນການສະກ ດກ ນການລະບາດຂອງພະຍາດ covid 19
ທ່ານ ຫງວຽນແທງລອງ - ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ. (ພາບ: baochinhphu.vn)

ທ່ານ ຫງວຽນແທງລອງ - ຮອງລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ການສະໜັບສະໜູນຂອງສະຫະລັດອາເມລິກາ ກັບບັນດາປະເທດອາຊຽນ, ໂດຍສະເພາະໃນການແລກປ່ຽນຂໍ້ມູນຂ່າວສານ, ຍຸດທະສາດຕອບໂຕ້ພະຍາດ, ການຮ່ວມມືໃນການຄົ້ນຄວ້າ ວັກຊີນ, ຢາປິ່ນປົວ ແລະ ການສ້າງຮູບຈຳລອງການຄວບຄຸມພະຍາດໃນເຂດບໍລິເວນ.

ໃນໄລຍະຜ່ານມານີ້, ຫວຽດນາມ ໄດ້ຄວບຄຸມບັນດາຜູ້ໂດຍສານທຸກຄົນທີ່ມາຈາກຕ່າງປະເທດຢ່າງເຂັ້ມງວດ, ເພີ່ມທະວີການຕິດຕາມກວດກາໃນຊຸມຊົນ, ສື່ສານ, ໂຄສະນາເຜີຍແຜ່ຄວາມສ່ຽງໃຫ້ປະຊາຊົນທຸກຄົນ ເພື່ອເປັນເຈົ້າການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ໂດຍລະບົບຄວບຄຸມພະຍາດຕິດເຊື້ອທີ່ມີປະສິດຕິຜົນ, ຫວຽດນາມ ມີການແຈ້ງເຕືອນລ່ວງໜ້າກ່ຽວກັບການລະບາດພະຍາດ, ຕາມນັ້ນໄດ້ກະທຳການຊອກຄົ້ນຕິດຕາມຄົນເຈັບທີ່ທັນເວລາ, ພ້ອມກັນນັ້ນທີ່ປະຕິບັດການແຍກອອກຫ່າງທາງສັງຄົມ ແລະ ສະກັດກັ້ນຈຸດຮ້ອນພະຍາດ COVID-19 ເພື່ອ ຄວບຄຸມພະຍາດມີປະສິດຕິພາບ.

ຫວຽດນາມ ແບ ງປ ນປະສ ບການ ກ ບສາກ ນ ໃນການສະກ ດກ ນການລະບາດຂອງພະຍາດ covid 19
ຫຼັກການສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ ແມ່ນ "ການຕໍ່ສູ້ກັບພະຍາດລະບາດ ຄືການຕໍ່ສູ້ກັບສັດຕູ". (ພາບ: baochinhphu.vn)

ທ່ານ ຫງວຽນແທງລອງ - ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ບັນດາບຸລິມະສິດຂອງຫວຽດນາມ ຈະແມ່ນສຸມໃສ່ເພີ່ມທະວີການຕິດຕາມກວດກາພະຍາດ COVID-19 ຜ່ານການລະບົບການຕິດຕາມກວດກາຫັນເປັນດີທີ່ສຸດ; ການກວດກາ - ຊອກຫາຜູ້ກ່ຽວໃກ້ຊິດກັບຄົນເຈັບ; ສືບຕໍ່ກະກຽມສຳລັບສະຖານະການການຕິດເຊື້ອທີ່ກວ້າງຂື້ນໃນຊຸມຊົນ; ເພີ່ມຄວາມສາມາດໃນການໂຄສະນາເຜີຍແຜ່ຄວາມສ່ຽງໃນທຸກລະດັບ ເພື່ອປ້ອງກັນ ແລະ ຕອບສະໜອງຕໍ່ກັບພະຍາດ COVID-19.

ຫວຽດນາມ ຍັງໄດ້ແບ່ງປັນຫຼັກການສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ແມ່ນ "ການຕໍ່ສູ້ກັບພະຍາດລະບາດ ຄືການຕໍ່ສູ້ກັບສັດຕູ" ຫຼື "ຍອມຮັບການສູນເສຍທາງດ້ານເສດຖະກິດ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ".

ຫວຽດນາມ ແບ ງປ ນປະສ ບການ ກ ບສາກ ນ ໃນການສະກ ດກ ນການລະບາດຂອງພະຍາດ covid 19 ສະຫະພັນລັດເຊຍ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອນມິດຫວຽດນາມໃນຊຸມປີທີ່ຫຍຸ້ງຍາກ

ຍສໝ - ນັ້ນແມ່ນເນື້ອໃນສານອວຍພອນຂອງ ທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ສົ່ງມາຍັງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 45 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຫວຽດນາມ ແບ ງປ ນປະສ ບການ ກ ບສາກ ນ ໃນການສະກ ດກ ນການລະບາດຂອງພະຍາດ covid 19 Zhishan ຫວຽດນາມໄດ້ມອບເງິນຈຳນວນ 90 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບຄວາມຫຍຸ້ງຍາກຢູ່ເມືອງ ເກີມຊວຽນ ແລະ ແທກຮ່າ ແຂວງຮ່າຕີ້ງ ສສ.ຫວຽດນາມ

ຍສໝ - ວັນທີ 30 ເມສາ, Zhishan ຫວຽດນາມ ໄດ້ຈັດຕັ້ງການບໍລິຈາກເຄື່ອງໃຊ້ທີ່ຈຳເປັນໃນຊິວີດປະຈໍາວັນ ແລະ ເງິນສົດ ດ້ວຍມູນຄ່າທັງໝົດ 90 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນ ຢູ່ ເມືອງ ເກີມຊວຽນ ແລະ ແທກຮ່າ ແຂວງຮ່າຕີ້ງ ສສ.ຫວຽດນາມ.

ຫວຽດນາມ ແບ ງປ ນປະສ ບການ ກ ບສາກ ນ ໃນການສະກ ດກ ນການລະບາດຂອງພະຍາດ covid 19 ບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດບໍລິຈາກເງິນເພື່ອຊື້ ຜ້າອັດປາກທາງການແພດ ມອບໃຫ້ແກ່ປະຊາຊົນສະຫະລັດອາເມລິກາ ຕ້ານພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ໂດຍຕາງຫນ້າສະພາກາແດງ ອາເມລິກາ ຂຶ້ນຮັບຜ້າອັດປາກກັນເຊື້ອພະຍາດ ປະມານ 420.000 ອັນ, ໃນນັ້ນ ມີ 120.000 ອັນແມ່ນຂອງສະພາກາແດງຫວຽດນາມ ແລະ 300.000 ອັນແມ່ນຂອງສະມາຄົມອະດີດນັກສຶກສາຫວຽດນາມ - ອາເມລິກາ ຢູ່ ຮ່າໂນ້ຍ ມອບໃຫ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.