ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19

14:01 | 03/05/2020

ຍສໝ - ອີງຕາມແຈ້ງການໃນເວບໄຊ ຂອງກະຊວງການຕ່າງປະເທດ ອາເມລິກາ ໃນວັນທີ 1 ພຶດສະພາ, ປະເທດ ອາເມລິກາ ໄດ້ຢືນຢັນວ່າ, ຫວຽດນາມຈະໄດ້ຮັບເງິນຊ່ວຍເຫຼືອຈຳນວນເກືອບ 9,5 ລ້ານໂດລາ ເພື່ອຕອບສະໜອງຕໍ່ການລະບາດຂອງພະຍາດ Covid-19, ປະກອບມີ 5 ລ້ານໂດລາສົ່ງໃຫ້ກອງທຶນສະໜັບສະໜູນດ້ານເສດຖະກິດ.

ອາເມລ ກາ ຊ ວຍເຫ ອ ຫວຽດນາມ 9 5 ລ ານ usd ເພ ອຄວບຄ ມໂລກລະບາດໂຄວ ດ 19 ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19
ອາເມລ ກາ ຊ ວຍເຫ ອ ຫວຽດນາມ 9 5 ລ ານ usd ເພ ອຄວບຄ ມໂລກລະບາດໂຄວ ດ 19 ທະຫານຊາຍແດນແຂວງກວ໋າງນາມ ຫວຽດນາມ ໄດ້ມອບເຂົ້າສານ 1,7 ໂຕນ ໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ ລາວ

ການຊ່ວຍເຫຼືອດັ່ງກ່າວ ຈະໄດ້ນຳໃຊ້ເພື່ອນຳເອົາແຫຼ່ງກຳລັງທີ່ຈຳເປັນໃຫ້ການຊ່ວຍເຫຼືອໂດຍທັນທີ, ປະກອບສະໜັບສະໜູນໃນການຟື້ນຟູພາກເອກະຊົນ ໂດຍການຫຼຸດຜ່ອນຜົນກະທົບທາງການເງິນຈາກການລະບາດຂອງພະຍາດ Covid-19 ຕໍ່ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ, ແກ້ໄຂຜົນກະທົບທີ່ບໍ່ແມ່ນການເງິນທີ່ບັນດາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍຖືກປະເຊີນໜ້າ, ຮ່ວມມືກັບພາກສ່ວນກ່ຽວຂ້ອງຂອງລັດຖະບານຫວຽດນາມ ເພື່ອຊຸກຍູ້ການໜູນຊ່ວຍຂອງລັດຖະບານ.

ອາເມລ ກາ ຊ ວຍເຫ ອ ຫວຽດນາມ 9 5 ລ ານ usd ເພ ອຄວບຄ ມໂລກລະບາດໂຄວ ດ 19
ທ່ານ Mike Pompeo - ລັດຖະມົນຕີການກະຊວງການຕ່າງປະເທດອາເມລິກາ. (ພາບ: Reuters)

ຈຳນວນເງິນດັ່ງກ່າວຍັງປະກອບໃນການຊ່ວຍເຫຼືອທາງການແພດ ເຊິ່ງທີ່ໄດ້ປະກາດໄວ້ກ່ອນໜ້ານີ້ ເປັນ 4,5 ລ້ານໂດລາ ເພື່ອຊ່ວຍລັດຖະບານຫວຽດນາມ ໃນການກະກຽມລະບົບຫ້ອງທົດລອງ, ປະຕິບັດລະບົບຕິດຕາມກວດກາເພື່ອກວດພົບກໍລະນີຕິດເຊື້ອຕ່າງໆ, ຊ່ວຍຜູ້ຊ່ຽວຊານດ້ານວິຊາການໃນການກະກຽມ ແລະ ຕອບໂຕ້, ສະໜັບສະໜູນການສຶກສາ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ປ້ອງກັນການຕິດເຊື້ອພະຍາດ ໃນສະຖານທີ່ສາທາລະນະສຸກ, ແລະ ການກວດສຸຂະພາບ, ເລືອກເຟັ້ນການແພດສາທາລະນະຂອງປະຊາຊົນຢູ່ບັນດາຈຸດສະຖານທີ່ເຂົ້າເມືອງ.

ໃນ 20 ປີທີ່ຜ່ານມາ, ສະຫະລັດອາເມລິກາ ໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ ຫວຽດນາມ ຫຼາຍກ່ວາ 1,8 ຕື້ໂດລາສະຫະລັດ, ໃນນັ້ນມີຫຼາຍກ່ວາ 706 ລ້ານໂດລາສະຫະລັດເພື່ອເພີ່ມທະວີການແພດ. ອາເມລິກາ ແລະ ຫວຽດນາມໄດ້ຮ່ວມມືກັນຢ່າງກວ້າງຂວາງໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19. ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໄດ້ຮ່ວມມືກັບ ຫວຽດນາມ ເພື່ອຕິດຕາມ ແລະ ຮັບມືຕໍ່ສະຖານະການພະຍາດ Covid-19.

ນັບຕັ້ງແຕ່ມີການລະບາດຂອງພະຍາດ Covid-19 ເລີ່ມຕົ້ົ້ນມາ, ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາໃນການພັດທະນາດ້ານການສຸກເສີນ, ມະນຸດສະທຳ, ເສດຖະກິດ ແລະ ການແພດເພື່ອຊ່ວຍລັດຖະບານ, ອົງການຈັດຕັ້ງສາກົນ ແລະ ອົງການບໍ່ສັງກັດລັດຖະບານຕ່າງໆ (NGO) ໃນການສະກັດກັ້ນພະຍາດ Covid-19.

ອາເມລ ກາ ຊ ວຍເຫ ອ ຫວຽດນາມ 9 5 ລ ານ usd ເພ ອຄວບຄ ມໂລກລະບາດໂຄວ ດ 19 ການຮ່ວມມືດ້ານປະຊາຊົນຫວຽດນາມ - ອາເມລິກາ ໃນການຊອກຫາທະຫານຫວຽດນາມເສຍສະຫຼະ ແລະ ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ

ຍສໝ - ພາຍໃນປີ 2020, ສອງປະເທດ ຫວຽດນາມ ແລະ ສະຫະລັດອາເມລິກາ ມີໂອກາດທີ່ຈະຫວນຄິດເຖິງຫຼາຍເຫດການທີ່ໜ້າຈົດຈຳ ໃນສາຍພົວພັນລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ.

ອາເມລ ກາ ຊ ວຍເຫ ອ ຫວຽດນາມ 9 5 ລ ານ usd ເພ ອຄວບຄ ມໂລກລະບາດໂຄວ ດ 19 ຊາວຫວຽດນາມ ອາໄສ ຢູ່ ອາເມລິກາ ໄດ້ຮ່ວມແຮງຮ່ວມໃຈຕໍ່ສູ້ຕ້ານກັບພະຍາດ COVID-19

ຍສໝ - ຕໍ່ໜ້າກັບສະຖານະການທີ່ສັບສົນຂອງການລະບາດພະຍາດ COVID-19, ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ຍາມໃດກໍ່ໄດ້ຮ່ວມແຮງຮ່ວມໃຈກັນໃນການປ້ອງກັນການລະບາດ.

ອາເມລ ກາ ຊ ວຍເຫ ອ ຫວຽດນາມ 9 5 ລ ານ usd ເພ ອຄວບຄ ມໂລກລະບາດໂຄວ ດ 19 ກະຊວງການຕ່າງປະເທດສະຫະລັດອາເມລິກາ: ຈີນຄວນຢຸດ “ການຂົ່ມຂູ່” ຢູ່ ທະເລຕາເວັນອອກ

ຍສໝ​ - ໃນວັນທີ 18 ເມສາ, ສະຫະລັດອາເມລິກາໄດ້ຮຽກຮ້ອງໃຫ້ຈີນຢຸດ “ການຂົ່ມຂູ່” ຢູ່ທະເລຕາເວັນອອກ ແລະ ການກະທຳເກາະຜິດ ໃນການເຄື່ອນໄຫວຂຸດຄົ້ນນ້ຳມັນ ແລະ ອາຍແກັສ ຢູ່ ທະເລ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.