ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນປະຊາຊົນ ກຳປູເຈຍ ໃນການປ້ອງກັນພະຍາດ Covid-19 ຢ່າງມີປະສິດຕິຜົນ

15:45 | 25/04/2020

ໃນວັນທີ 23 ເມສາ, ຢູ່ດ່ານຊາຍແດນສາກົນມົກບ່່າຍ, ແຂວງໄຕນິງ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດ ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານພະຍາດ Covid-19.    

ກະຊວງປ ອງກ ນປະເທດຫວຽດນາມ ສະໜ ບສະໜ ນປະຊາຊ ນ ກຳປ ເຈຍ ໃນການປ ອງກ ນພະຍາດ covid 19 ຢ າງມ ປະສ ດຕ ຜ ນ ແຂວງເງ້ອານ ໜູນຊ່ວຍ ສປປ.ລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid - 19
ກະຊວງປ ອງກ ນປະເທດຫວຽດນາມ ສະໜ ບສະໜ ນປະຊາຊ ນ ກຳປ ເຈຍ ໃນການປ ອງກ ນພະຍາດ covid 19 ຢ າງມ ປະສ ດຕ ຜ ນ ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ການມອບອຸປະກອນການແພດຊ່ວຍເຫຼືອ ກະຊວງປ້ອງກັນປະເທດກຳປູເຈຍ ໃນຄັ້ງນີ້ລວມມີຜ້າອັດປາກ 100.000 ອັນ; ເຈວລ້າງມື 5.000 ຂວດ.

ໂດຍຮັບການມອບສິດຈາກການນຳກະຊວງປ້ອງກັນປະເທດຫວຽດນາມ, ຄະນະປະຕິບັດງານກົມເສນາຮັກ, ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸ, ອຸປະກອນການແພດປ້ອງກັນ , ຕ້ານພະຍາດໂຄວິດ-19 ໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ, ລວມມີ: ຜ້າອັດປາກ 100.000 ອັນ; ຢາລ້າງມືຂ້າເຊື້ອ 5.000 ຂວດ...

ກະຊວງປ ອງກ ນປະເທດຫວຽດນາມ ສະໜ ບສະໜ ນປະຊາຊ ນ ກຳປ ເຈຍ ໃນການປ ອງກ ນພະຍາດ covid 19 ຢ າງມ ປະສ ດຕ ຜ ນ
ພິທີມອບ-ຮັບວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດ Covid-19 ຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ. (ພາບ: qdnd.vn)

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານພົນເອກ Kong Saly, ຮອງຫົວໜ້າກົມໃຫຍ່ພະລາທິການທັງເປັນຫົວໜ້າກົມເສນາຮັກ, ກະຊວງປ້ອງກັນປະເທດກຳປູເຈຍ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຂອງກະຊວງປ້ອງກັນປະເທດກຳປູເຈຍ ຕໍ່ກັບກະຊວງປ້ອງກັນປະເທດຫວຽດນາມ.

ຕໍ່ໜ້າສະພາບການເຊື້ອພະຍາດ Covid-19 ຜັນແປຢ່າງສັບສົນ, ເຖິງວ່າພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ກໍ່ພວມມານະພະຍາຍາມປ້ອງກັນ, ຕ້ານເຊື້ອພະຍາດ, ແຕ່ດ້ວຍຈິດໃຈແບ່ງປັນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊ່ວຍເຫຼືອວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຫຼາຍປະເພດໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ ຢ່າງທັນການ.

ກິດຈະກຳນີ້ສະແດງໃຫ້ເຫັນມູນເຊື້ອ, ການຮ່ວມມືແບບພິເສດ, ອາລົມຈິດອັນດີງາມລະຫວ່າງກອງທັບສອງປະເທດ. ບັນດາວັດຖຸ, ອຸປະກອນການແພດນີ້ມີຄວາມໝາຍສໍາຄັນສຳລັບບັນດາກົມກອງຂອງກອງທັບລາດຊະວົງກຳປູເຈຍ ເພື່ອປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ທີ່ພວມຜັນແປຢ່າງສັບສົນ.

ໃນໄລຍະຈະມາເຖິງ, ກົມເສນາຮັກ, ກົມໃຫຍ່ພະລາທິການກອງທັບກຳປູເຈຍ ຈະເປັນເສນາທິການໃຫ້ກະຊວງປ້ອງກັນປະເທດກຳປູເຈຍ ເພີ່ມທະວີການຮ່ວມມື, ສົມທົບກັບກະຊວງປ້ອງກັນປະເທດ ແລະບັນດາກົມກອງກ່ຽວຂ້ອງຂອງກອງທັບປະຊາຊົນຫວຽດນາມ ໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ -19 ກໍຄືໃນບັນດາການເຄື່ອນໄຫວອື່ນໆ, ປະກອບສ່ວນເພີ່ມທະວີນ້ໍາໃຈສາມັກຄີມິດຕະພາບ, ການຮ່ວມມືລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ ແລະ ກຳປູເຈຍ.

ກະຊວງປ ອງກ ນປະເທດຫວຽດນາມ ສະໜ ບສະໜ ນປະຊາຊ ນ ກຳປ ເຈຍ ໃນການປ ອງກ ນພະຍາດ covid 19 ຢ າງມ ປະສ ດຕ ຜ ນ ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ກະຊວງປ ອງກ ນປະເທດຫວຽດນາມ ສະໜ ບສະໜ ນປະຊາຊ ນ ກຳປ ເຈຍ ໃນການປ ອງກ ນພະຍາດ covid 19 ຢ າງມ ປະສ ດຕ ຜ ນ ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ກະຊວງປ ອງກ ນປະເທດຫວຽດນາມ ສະໜ ບສະໜ ນປະຊາຊ ນ ກຳປ ເຈຍ ໃນການປ ອງກ ນພະຍາດ covid 19 ຢ າງມ ປະສ ດຕ ຜ ນ ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

ຍສໝ - ອາຊຽນຈະສືບຕໍ່ຮ່ວມມືເພື່ອແນໃສ່ຮັບປະກັນການສະໜອງສະບຽງອາຫານຢ່າງຄົບຖ້ວນ, ມີຄຸນນະພາບ, ປອດໄພ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໃນພາກພື້ນ ແລະ ພາຍຫຼັງເກີດໂລກລະບາດ Covid - 19.

qdnd.la

ເຫດການ
302 Found

Found

The document has moved here.