ແຂວງເງ້ອານ ໜູນຊ່ວຍ ສປປ.ລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid - 19

14:28 | 23/04/2020

ຍສໝ - ທ່ານ ບຸ່ຍດິ່ງລອງ - ຮອງປະທານຄະນະກຳມະການປະຊາຊົນແຂວງເງ້ອານ ພ້ອມດ້ວຍ ຄະນະຜູ້ແທນແຂວງເງ້ອານ ໄດ້ສະໜັບສະໜູນເຄື່ອງອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ມີມູນຄ່າຫຼາຍກ່ວາ 700 ລ້ານດົງລວມມີ: ເຂົ້າສານກວ່າ 10 ໂຕນ, ຜ້າບັງປາກດ້ານການແພດ 50.000 ແຜ່ນ.. ໃຫ້ແກ່ແຂວງຊຽງຂວາງ (ລາວ).  

ແຂວງເງ ອານ ໜ ນຊ ວຍ ສປປ ລາວ ໃນການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19
ແຂວງເງ ອານ ໜ ນຊ ວຍ ສປປ ລາວ ໃນການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນນ້ຳກັ໋ນ, ເມືອງ ກິເຊີນ, ແຂວງ ເງ້ອານ, ຄະນະຜູ້ແທນ ກຳມະການປະຊາຊົນ ແຂວງເງ້ອານ ນຳໂດຍ ທ່ານບຸ່ຍດິ່ງລອງ - ຮອງປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ, ໄດ້ດໍາເນີນການມອບອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ເພື່ອຊ່ວຍເຫຼືອ ແຂວງຊຽງຂວາງ ສປປ.ລາວ. ໃນການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດ Covid-19 .

ແຂວງເງ ອານ ໜ ນຊ ວຍ ສປປ ລາວ ໃນການປ ອງກ ນ ແລະ ຄວບຄ ມພະຍາດ covid 19
ແຂວງເງ້ອານ ມອບເຄື່ອງອຸປະກອນການແພດໃຫ້ແກ່ ແຂວງຊຽງຂວາງ (ລາວ) ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ Covid -19. (ພາບ: baonghean.vn)


ການສະໜັບສະໜູນຄັ້ງນີ້ ເຊິ່ງລວມມີເຄື່ອງອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ລວມມີ: ເຂົ້າສານກວ່າ 10 ໂຕນ, ຜ້າບັງປາກການແພດ 50.000 ແຜ່ນ, ນໍ້າຢາລ້າງມື 1.000 ຂວດ, ຊຸດປົກປ້ອງການລະບາດຂອງພະຍາດ 500 ຊຸດ, ສານເຄມີຢາຂ້າເຊື້ອ 135 ກິໂລ ແລະ ເຄື່ອງໃຊ້ທີ່ຈຳເປັນຕ່າງໆຈຳນວນຫລາຍ, ມີມູນຄ່າທັງໝົດຫລາຍກ່ວາ 700 ລ້ານດົ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍດິ່ງລອງ ໄດ້ເນັ້ນໜັກວ່າ: ເຖິງວ່າວັດຖຸ, ອຸປະກອນການແພດ ໃນຄັ້ງນີ້ຍັງບໍ່ໄດ້ຕອບສະໜອງຄວາມຕ້ອງການ ຂອງປະຊາຊົນໃນແຂວງຊຽງຂວາງ ຢ່າງພຽງພໍ, ແຕ່ວ່ານີ້ແມ່ນຄວາມຮັກແພງຂອງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປະກອບອາວຸດ ແຂວງເງ້ອານ ທີ່ສະຫງວນໃຫ້ປະຊາຊົນແຂວງຊຽງຂວາງ. ທ່ານ ບຸ່ຍດິ່ງລອງ ໄດ້ຫວັງວ່າການສະໜັບສະໜູນໃນຄັ້ງນີ້ ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນແຂວງຊຽງຂວາງ ຜ່ານຜ່າໄລຍະທີ່ຫຍຸ້ງຍາກຄືໃນປະຈຸບັນ.

ພ້ອມກັນນັ້ນ, ທ່ານ ບຸ່ຍດິ່ງລອງ ຍັງຫວັງວ່າ ອໍານາດການປົກຄອງແຂວງຊຽງຂວາງ ສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ພົນລະເມືອງຫວຽດນາມ ທີ່ດຳລົງຊີວິດ ຢູ່ ແຂວງຊຽງຂວາງ, ໜູນຊ່ວຍພົນລະເມືອງຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ເປັນຢ່າງດີ.

ເນື່ອງໃນໂອກາດກນີ້, ກອງບັນຊາການທະຫານແຂວງເງ້ອານ ກໍ່ມອບເຄື່ອງອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງຫົວພັນ ລວມມີ: ຜ້າບັງປາກດ້ານການແພດ ຫຼາຍກວ່າ 10,000 ແຜ່ນ, ນ້ຳຢາຂ້າເຊື້ອ 300 ຂວດ, ຖົງມື 2000 ຄູ່ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນອື່ນໆ, ມີມູນຄ່າຫຼາຍກ່ວາ 100 ລ້ານດົ່ງ.

ແຂວງເງ ອານ ໜ ນຊ ວຍ ສປປ ລາວ ໃນການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ແຂວງເງ ອານ ໜ ນຊ ວຍ ສປປ ລາວ ໃນການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ແຂວງເງ ອານ ໜ ນຊ ວຍ ສປປ ລາວ ໃນການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ກອງບັນຊາການທະຫານ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19

ຍສໝ - ໃນວັນທີ 16 ເມສາ, ຢູ່ດ່ານຊາຍແດນ ນາມຢ່າງ (ກວາງນາມ), ກອງບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ໄດ້ສົມທົບກັບບັນດາທ້ອງຖິ່ນ ໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດ ເພື່ອຊ່ວຍເຫຼືອ ບັນດາທ້ອງຖິ່ນຂອງລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.