ບັນດາວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19

16:26 | 21/04/2020

ຍສໝ - ທີ່ພິທີມອບຮັບເຄື່ອງກຸສົນ, ຄະນະຈັດຕັ້ງໄດ້ເຄື່ອງກຸສົນລວມມີເຂົ້າສານ, ໝີ່, ຜ້າບັງປາກຂ້າເຊື້ອ ໃຫ້ແກ່ຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ເຄື່ອງກຸສົນໃນຄັ້ງນີ້ ໄດ້ຮັບການບໍລິຈາກໂດຍການສະ ໜັບສະໜູນ ຂອງບັນດາວິສາຫະກິດຂະໜາດນ້ອຍຫວຽດນາມ ແລະ ການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳກຳປູເຈຍ.

ບ ນດາວ ສາຫະກ ດຫວຽດນາມ ໄດ ມອບຂອງຂວ ນເພ ອຊ ວຍເຫ ອປະຊາຊ ນກຳປ ເຈຍ ໃນການຕ ສ ກ ບພະຍາດ covid 19 ຫວຽດນາມ ຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອອວຍພອນປີໃໝ່ປະຈຳຊາດ ລາວ ແລະ ກຳປູເຈຍ
ບ ນດາວ ສາຫະກ ດຫວຽດນາມ ໄດ ມອບຂອງຂວ ນເພ ອຊ ວຍເຫ ອປະຊາຊ ນກຳປ ເຈຍ ໃນການຕ ສ ກ ບພະຍາດ covid 19 ທ່ານເອກອັກຄະລັດຖະທູດ ກຳປູເຈຍ ຂອບໃຈຫວຽດນາມທີ່ໄດ້ສະໜັບສະໜູນ ອຸປະກອນການແພດ ມີຄຸນຄ່າ 5 ຕື້ດົ່ງ ເພື່ອປ້ອງກັນການລະບາດ COVID-19

ທ່ານ ເລແມັ້ງຫູ່ງ, ເຈົ້າຂອງຮ້ານອາຫານ ຮວາແຊນ ໃນນະຄອນຫຼວງ Phnom Penh, ຫົວໜ້າຄະນະກຸສົນ ໄດ້ກ່າວວ່າ ໃນໄລຍະຜ່ານມາ ຊີວິດການເປັນຢູ່ຂອງຊາວຫວຽດນາມ ຢູ່ກຳປູເຈຍ ຖືອາຊີບຄ້າຂາຍ ເຊັ່ນ: ຂາຍຫວຍ, ເກັບຂີ້ເມົາ... ພວມພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຮັບຜົນກະທົບຂອງການລະບາດພະຍາດ COVID-19.

ດ້ວຍມູນເຊື້ອ “ຮັກແພງຕຸ້ມຫໍ່ຊ່ວຍເຫຼືອກັນ ໃນເວລາຫຍຸ້ງຍາກປະສົບເຄາະເຂັນ”, ບັນດາວິສາຫະກິດ ຫວຽດນາມ ປະຈຳກຳປູເຈຍ ໄດ້ລະດົມທຶນເພື່ອປະກອບສ່ວນເຂົ້າໃນວຽກງານທົ່ວໄປຂອງທົ່ວສັງຄົມ, ຮ່ວມກັບລັດຖະບານ ກຳປູເຈຍ ແລະ ຫວຽດນາມໃນການຊ່ວຍເຫຼືອ ແລະ ສະໜັບສະໜູນຍາດຕິພີ່ນ້ອງ ໃຫ້ຜ່ານຜ່າຄວາມຫຍຸ້ງຍາກນີ້.

ບ ນດາວ ສາຫະກ ດຫວຽດນາມ ໄດ ມອບຂອງຂວ ນເພ ອຊ ວຍເຫ ອປະຊາຊ ນກຳປ ເຈຍ ໃນການຕ ສ ກ ບພະຍາດ covid 19
ບັນດາວິສາຫະກິດ ຫວຽດນາມ ໄດ້ມອບຂອງຂວັນຈຳນວນ 130 ສ່ວນ ເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19. (ພາບ: vov.vn)

ທ່ານ ເລແມັ້ງຫູ່ງ ໃຫ້ຮູ້ວ່າ “ກ່ອນໜ້ານີ້, ພວກເຮົາໄດ້ໃຫ້ການສະໜັບສະໜູນຮອບທຳອິດ ໃຫ້ແກ່ຜູ້ຂາຍຫວຍ ປະມານ 20 ຄົນ ພວມພົບປະກັບຄວາມຫຍຸ້ງຍາກ ຍ້ອນວ່າພວກເຂົາບໍ່ສາມາດອອກໄປນອກຂາຍປີ້ຫວຍໄດ້. ແຕ່ຫຼັງຈາກນັ້ນ, ພວກເຮົາໄດ້ພົບເຫັນວ່າປະຊາຊົນປະສົບກັບຄວາມຫຍຸ້ງຍາກຍັງມີຫຼາຍຄົນ, ສະນັ້ນອ້າຍນ້ອງພວກເຮົາ ກໍ່ໄດ້ຈັດເປັນຄັ້ງທີ 2 ເພື່ອສະໜັບສະໜູນໃຫ້ບັນດາຄົວເຮືອນອື່ນໆ ດ້ວຍຄວາມມຸ່ງຫວັງວ່າເຂົ້າເຈົ້າສາມາດຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ”.

ໃນໄລຍະຜ່ານມາ, ຊຸມຊົນຊາວຫວຽດນາມ ຢູ່ກຳປູເຈຍ ໄດ້ເສີມຂະຫຍາຍຈິດໃຈ “ຮັກແພງຊ່ວຍເຫຼືອກັນ”, “ຊ່ວຍເຫຼືອໝູ່ເພື່ອນ ກໍ່ແມ່ນຊ່ວຍຕົນເອງ”, ເພື່ອແບ່ງປັນ ແລະ ຊ່ວຍໃຫ້ບັນດາຄອບຄົວຊາວຫວຽດນາມ ແລະ ກຳປູເຈຍ ທີ່ພົບປະກັນສະພາບການທຸກຍາກຫຼາຍ. ສະມາຄົມ ຂະແມ - ຫວຽດນາມ ຢູ່ກຳປູເຈຍ ໄດ້ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການມອບຂອງຂວັນຫລາຍຢ່າງ ໃຫ້ແກ່ປະຊາຊົນ ກຳປູເຈຍ ແລະ ຊາວຫວຽດນາມ ຢູ່ຫລາຍແຂວງ, ນະຄອນ ໃນທົ່ວປະເທດ ກຳປູເຈຍ.

ສະໂມສອນວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ຍັງໄດ້ລະດົມເງິນຫຼາຍສິບພັນໂດລາສະຫະລັດ ເພື່ອມອບໃຫ້ແກ່ປະຊາຊົນ ແລະ ສະໜັບສະໜູນ ກອງທຶນປ້ອງກັນການລະບາດຂອງພະຍາດ Covid-19 ຂອງລັດຖະບານ ກຳປູເຈຍ ແລະ ອົງການກາແດງກຳປູເຈຍ.

ບ ນດາວ ສາຫະກ ດຫວຽດນາມ ໄດ ມອບຂອງຂວ ນເພ ອຊ ວຍເຫ ອປະຊາຊ ນກຳປ ເຈຍ ໃນການຕ ສ ກ ບພະຍາດ covid 19 ຈົດໝາຍ ຈາກ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມຄົບຮອບ 70 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ (21 ເມສາ 1950 - 21 ເມສາ 2020), ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງສະມາຄົມນັກຂ່າວຫວຽດນາມ.

ບ ນດາວ ສາຫະກ ດຫວຽດນາມ ໄດ ມອບຂອງຂວ ນເພ ອຊ ວຍເຫ ອປະຊາຊ ນກຳປ ເຈຍ ໃນການຕ ສ ກ ບພະຍາດ covid 19 ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ: ໃນໄລຍະທີ່ຫຍຸ້ງຍາກ ຈຶ່ງຮູ້ວ່າໃຜແມ່ນໝູ່ເພື່ອນຂອງຕົນ

ຍສໝ - ເມື່ອບໍ່ດົນມານີ້, ໃນ Facebook ຂອງ ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ, ໄດ້ລົງບົດແບ່ງປັນຄວາມຈິງໃຈ ເນື່ອງໃນໂອກາດທີ່ ຫວຽດນາມ ໄດ້ມອບຜ້າບັງປາກ 100,000 ແຜ່ນ ເພື່ອຊ່ວຍເຫຼືອ ຊູແອັດ ໃນການຕໍ່ສູ້ກັບພະຍາດ COVID-19.

ບ ນດາວ ສາຫະກ ດຫວຽດນາມ ໄດ ມອບຂອງຂວ ນເພ ອຊ ວຍເຫ ອປະຊາຊ ນກຳປ ເຈຍ ໃນການຕ ສ ກ ບພະຍາດ covid 19 ສື່ສັງຄົມເຢຍລະມັນ: ການແຍກຫ່າງໃນສັງຄົມເປັນປັດໃຈສໍາຄັນ ເພື່ອຊ່ວຍໃຫ້ ຫວຽດນາມ ຄວບຄຸມພະຍາດ Covid-19 ໄດ້ມີປະສິດທິຜົນ

ຍສໝ - ວັນທີ 18 ເມສາ, ໜັງສືພິມ Junge Welt ຂອງເຢຍລະມັນ ໄດ້ມີບົດຄວາມອະທິບາຍ ກ່ຽວກັບການຄວບຄຸມພະຍາດຢ່າງຜົນສຳເລັດ ຂອງຫວຽດນາມ ເນື່ອງຈາກວ່າ ຫວຽດນາມໄດ້ປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ ແຕ່ຫົວທີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.