ຈົດໝາຍ ຈາກ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມຄົບຮອບ 70 ປີ

19:28 | 20/04/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ (21 ເມສາ 1950 - 21 ເມສາ 2020), ທ່ານ  ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງສະມາຄົມນັກຂ່າວຫວຽດນາມ.

ຈ ດໝາຍ ຈາກ ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຊ ມເຊ ຍວ ນສ າງຕ ງສະມາຄ ມນ ກຂ າວຫວຽດນາມຄ ບຮອບ 70 ປ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບແບບຍືນຍົງ
ຈ ດໝາຍ ຈາກ ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຊ ມເຊ ຍວ ນສ າງຕ ງສະມາຄ ມນ ກຂ າວຫວຽດນາມຄ ບຮອບ 70 ປ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ
ຈ ດໝາຍ ຈາກ ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຊ ມເຊ ຍວ ນສ າງຕ ງສະມາຄ ມນ ກຂ າວຫວຽດນາມຄ ບຮອບ 70 ປ
ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ວາລະສານ ຍຸກສະໄໝ ມີຄວາມຍິນດີທີ່ຈະແນະນໍາເນື້ຶອໃນຈົດໝາຍ ຄືດັ່ງຕໍ່ໄປນີ້:

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ (21 ເມສາ 1950 - 21 ເມສາ 2020), ຂ້າພະເຈົ້າຂໍສົ່ງຄຳອວຍພອນເຖິງບັນດາພະນັກງານ, ສະມາຊິກສະມາຄົມນັກຂ່າວຫວຽດນາມ ທັງໝົດ ດ້ວຍຄວາມນັບຖືຢ່າງສູງ.

ຕະຫຼອດເວລາເຈັດສິບປີ, ນັບຕັ້ງແຕ່ການສ້າງຕັ້ງເຂດສົງຄາມ ຫວຽດບັກ ໃນການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ລຸ້ນຕ່າງໆຂອງສະມາຄົມນັກຂ່າວຫວຽດນາມ ແລະ ນັກຂ່າວທົ່ວປະເທດລ້ວນແຕ່ມີຄວາມສາມັກຄີ ແລະ ຫົວຄດປະດິສ້າງ, ມີຄວາມມານະພະຍາຍາມເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ປະຊາຊົນພວກເຮົາ.

ໃນທຸກສະພາບການ, ສະມາຊິກສະມາຄົມ ແລະ ນັກຂ່າວ ຈຳນວນຫຼວງຫຼາຍ ໄດ້ຄຽງບ່າຄຽງໄລ່ກກັບປະຊາຊົນ, ຕິດແທດກັບຄວາມເປັນຈິງ, ໂຄສະນາເຜີຍແຜ່ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຢ່າງຕັ້ງໜ້າ; ຊຸກຍູ້ ແລະ ສົ່ງເສີມທົ່ວປວງຊົນທັງຊາດ ໃນການຕໍ່ສູ້ໃນເມື່ອກ່ອນເພື່ອຄວາມເປັນເອກະລາດ ແລະ ເສລີພາບ, ກໍ່ຄືໃນພາລະກິດຂອງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.

ພ້ອມກັນເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງທີ່ປອດໃສ, ເຂັ້ມແຂງ, ຕ້ານການສໍ້ລາດບັງຫຼວງ ແລະ ສິ່ງຫຍໍ້ທໍ້; ເປີດເຜີຍຂອບເຂດ ແລະ ກົນອຸບາຍຂອງບັນດາກຳລັງທີ່ເປັນສັດຕູ, ການສວຍໂອກາດດ້ານການເມືອງ, ປົກປ້ອງພື້ນຖານດ້ານແນວຄິດຂອງພັກ; ຮັດແໜ້ນ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ໂດຍຮັບຮູ້ເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຄົມນັກຂ່າວຫວຽດນາມ ແລະ ທີມງານນັກຂ່າວໃນທົ່ວປະເທດ, ພັກ ແລະ ລັດໄດ້ມອບລາງວັນໃຫ້ສະມາຄົມນັກຂ່າວຫວຽດນາມດ້ວຍລາງວັນຫຼຽນໄຊດາວຄໍາ, ຫຼຽນໄຊໂຮ່ຈີມິນ ແລະ ລາງວັນອັນສູງສົ່ງຫຼາຍຢ່າງ.

ເນື່ອງໃນໂອກາດນີ້, ໃນນາມຕາງໜ້າການນຳພັກ, ລັດ, ຂ້າພະເຈົ້າຂໍອວຍພອນ ແລະ ຊົມເຊີຍບັນດາຜົນງານທີ່ໜ້າ ພາກພູມໃຈຂອງສະມາຄົມນັກຂ່າວຫວຽດນາມ ແລະ ວົງການໜັງສືພິມ ທົ່ວປະເທດ ໃນ 70 ປີທີ່ຜ່ານມາ.

ປະເທດຂອງພວກເຮົາກຳລັງກ້າວເຂົ້າສູ່ໄລຍະໃໝ່ ແຫ່ງການພັດທະນາດ້ວຍທ່າທາງ ແລະ ກຳລັງໃໝ່, ຫຼາຍກາລະໂອກາດ, ຂໍ້ໄດ້ປຽບ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ. ໃນສະພາບການຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ມີການພັດທະນາຢ່າງແຮງກ້າ, ພາລະໜ້າທີ່ຂອງໜັງສືພິມ ແມ່ນໜັກໜ່ວງຫຼາຍແຕ່ກໍ່ມີຄວາມສະຫງ່າລາສີທີ່ສຸດ. ຂ້າພະເຈົ້າປາດຖະໜາ ວ່າສະມາຄົມນັກຂ່າວຫວຽດນາມ ແລະ ສະມາຊິກສະມາຄົມທົ່ວປະເທດ, ສົ່ງເສີມໝູນເຊື້ອປະຕິວັດຂອງພວກເຂົາ, ສ້າງສະມາຄົມໃຫ້ນັບມື້ນັບພັດທະນາ, ປອດໃສ, ເຂັ້ມແຂງ; ມີແນວໂນ້ມທີ່ບໍ່ຢຸດຢັ້ງທີ່ຈະສົ່ງເສີມແນວຄວາມຄິດ, ການເມືອງ, ທັກສະວິຊາຊີບ, ໂດຍສະເພາະແມ່ນຈັນຍາບັນດ້ານວິຊາຊີບສຳລັບສະມາຊິກສະມາຄົມ.

ທຸກຂັ້ນ, ນັກຂ່າວແຕ່ລະຄົນ ຕ້ອງເຊື່ອມຊືມ ແລະ ປະຕິບັດ ຄຳສັ່ງສອນຂອງ ລຸງໂຮ່ ທີ່ນັບຖືແສນຮັກ: “ພະນັກງານໜັງສືພິມກໍ່ແມ່ນນັກຮົບປະຕິວັດ. ປາກກາ ແລະ ເຈ້ຍ ແມ່ນອາວຸດແຫຼມຂອງພວກເຂົາ”, ສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ຮູບແບບການດຳເນີນງານ, ໃຫ້ເປັນທີ່ຢູ່ທີ່ໜ້າເຊື່ອຖືໃນກິດຈະກຳວິຊາຊີບຂອງນັກຂ່າວ. ຂ້າພະເຈົ້າຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງທຸກຂັ້ນ ແລະ ທຸກຊັ້ນຄົນສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ສະມາຄົມນັກຂ່າວຫວຽດນາມ ແລະ ວົງການໜັງສືພິມປະຕິບັດສຳເລັດໜ້າທີ່.

ດ້ວຍຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຂ້າພະເຈົ້າຂໍອວຍພອນໃຫ້ທຸກຊັ້ນຄົນໃນສັງຄົມ, ສະມາຊິກສະມາຄົມ ແລະ ນັກຂ່າວ ທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມມ່ວນຊື່ນ, ມີຄວາມສຸກ, ມີການປ່ຽນແປງໃໝ່ ຢ່າງຕໍ່ເນື່ອງ, ມີຫົວຄິດປະດິດສ້າງ, ມີຄວາມບຸກບືນ, ສະເໝີສົມຄວນທີ່ຈະເປັນນັກຮົບບຸກເບີກກ່ຽວກັບແນວໂຮມແນວຄິດວັດທະນະທຳຂອງພັກ.

ທ່ານ ຫງວຽນຟູຈ້ອງ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ

ຈ ດໝາຍ ຈາກ ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຊ ມເຊ ຍວ ນສ າງຕ ງສະມາຄ ມນ ກຂ າວຫວຽດນາມຄ ບຮອບ 70 ປ ເລຂາທິການໃຫຍ່, ປະທານປະເທດຫວຽດນາມໄດ້ອອກຄໍາຮຽກຮ້ອງທົ່ວປວງຊົນທັງຊາດຫວຽດນາມ ຮ່ວ​ມ​ແຮງ​ຮ່ວ​ມ​ໃຈ ​ເພື່ອ​ເອົາ​ຊະນະ​ໂລກລະບາດ​ໂຄ​ວິດ - 19

ຍສໝ - ທົ່ວປວງຊົນທັງຊາດຫວຽດນາມ ຈົ່ງຮວ່່ມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເອົາໄຊຊະນະໂລກລະບາດໂຄວິດ - 19.

ຈ ດໝາຍ ຈາກ ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຊ ມເຊ ຍວ ນສ າງຕ ງສະມາຄ ມນ ກຂ າວຫວຽດນາມຄ ບຮອບ 70 ປ ປະທານາທິບໍດີລັດເຊຍ ສົ່ງຄໍາອວຍພອນປີໃໝ່ເຖິງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ

ຍສໝ - ທ່ານ Vladimir Putin ປະທານາທິບໍດີລັດເຊຍ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນື່ອງໃນໂອກາດປີໃໝ່ສາກົນ 2020, ບຸນເຕັດຂອງຫວຽດນາມ ໃກ້ຈະມາເຖິງ.

ຈ ດໝາຍ ຈາກ ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຊ ມເຊ ຍວ ນສ າງຕ ງສະມາຄ ມນ ກຂ າວຫວຽດນາມຄ ບຮອບ 70 ປ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບແບບຍືນຍົງ

ຍສໝ - ເນື້ອໃນສານຂອງທ່ານ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນື່ອງໃນໂອກາດຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021.

ໄຊພອນ

ເຫດການ
302 Found

Found

The document has moved here.