ທ່ານເອກອັກຄະລັດຖະທູດ ກຳປູເຈຍ ຂອບໃຈຫວຽດນາມທີ່ໄດ້ສະໜັບສະໜູນ ອຸປະກອນການແພດ ມີຄຸນຄ່າ 5 ຕື້ດົ່ງ ເພື່ອປ້ອງກັນການລະບາດ COVID-19

06:17 | 29/03/2020

ຍສໝ - ວັນທີ 27 ມີນາ, ທີ່ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ກຳປູເຈຍ Chay Navuth , ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າລັດຖະບານ ຫວຽດນາມ ໜູນຊ່ວຍກໍາປູເຈຍຊຸດ Kit ຈໍານວນໜຶ່ງໂດຍມີມູນຄ່າກວ່າ 200.000 USD ເພື່ອນຳໃຊ້ເຂົ້າໃນການກວດພົບເຊື້ອໄວຣັດ SARS-CoV-2.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ກ່ອນໜ້ານັ້ນ ທ່ານ ຫງວຽນຊວນຟຸກ ໄດ້ສົນທະນາຢ່າງໂທລະສັບກັບ ທ່ານ Samdech Techo Hun Sen, ນາຍົກລັດຖະມົນຕີປະເທດກຳປູເຈຍ ກ່ຽວກັບການຮັບມືກັບລະບາດ COVID-19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈສະໜັບສະໜູນ ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ດ້ວຍອຸປະກອນການແພດ ຈໍານວນໜຶ່ງທີ່ມີມູນຄ່າ 100,000 ໂດລາສະຫະລັດ. ກະຊວງສາທາລະນະສຸກ ຫວຽດນາມ ຍັງຈະໃຫ້ ກຳປູເຈຍ ມີຊຸດ kit ທົດສອບໄວຣັດ ຈຳນວນໜຶ່ງ ເທົ່າກັບ 5 ຕື້ດົ່ງ ເພື່ອປ້ອງກັນການລະບາດ COVID-19.

ທ່ານເອກອັກຄະລັດຖະທູດ ກຳປູເຈຍ ຂອບໃຈຫວຽດນາມທີ່ໄດ້ສະໜັບສະໜູນ ອຸປະກອນການແພດ ມີຄຸນຄ່າ 5 ຕື້ດົ່ງ ເພື່ອປ້ອງກັນການລະບາດ COVID-19

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ກຳປູເຈຍ, ທ່ານ Chay Navuth. (ພາບ: VGP)

ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຝ່າຍ ກຳປູເຈຍ ຮັດແໜ້ນການຄວບຄຸມຊາຍແດນ ເພື່ອປ້ອງກັນ ແລະ ຕ້ານໂລກລະບາດ, ແຕ່ຍັງສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າຂາຍສິນຄ້າຂ້າມຊາຍແດນ; ສະເໜີໃຫ້ສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມືໃນບາງຂົງເຂດເຊັ່ນ: ການເງິນ ແລະ ການຂົນສົ່ງ; ຢືນຢັນວ່າ ຈະໜູນຊ່ວຍ ກຳປູເຈຍ ເພີ່ມທະວີການອົບຮົມໃນຂົງເຂດຄວາມ ໝັ້ນຄົງ ແລະ ການປ້ອງກັນປະເທດ…

ສ່ວນທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ກຳປູເຈຍ, ທ່ານ Chay Navuth ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນໃນປີ 2019, ການເຕີບໂຕດ້ານເສດຖະກິດບັນລຸກ່ວາ 7%. ທ່ານເອກອັກຄະລັດຖະທູດ ໄດ້ຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ສະໜັບສະໜູນ ກຳປູເຈຍ ດ້ວຍອຸປະກອນການແພດໃນການປ້ອງກັນ ແລະ ຕ້ານ COVID-19.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.