ລາວ: ລັດຖະບານ ຮັບຮູ້ເລິກເຊິ່ງເຖິງຜົນງານ ທຸກພາກສ່ວນໃນການຕ້ານ ໂຄວິດ-19

12:24 | 20/04/2020

ກ່ຽວກັບສະພາບການສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດ ຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງການປະຕິບັດ ຄໍາສັ່ງເລກທີ 06/ນຍ ໄດ້ດຳເນີນຢ່າງຂຸ້ນຂ້ຽວ ແລະ ມີປະສິດທິພາບ ຈຶ່ງສາມາດຍາດໄດ້ຜົນສຳເລັດ ເບື້ອງຕົ້ນໃນການຕໍ່ສູ້ ກັບພະຍາດລະບາດ ໂຄວິດ-19.

ລາວ ລ ດຖະບານ ຮ ບຮ ເລ ກເຊ ງເຖ ງຜ ນງານ ທ ກພາກສ ວນໃນການຕ ານ ໂຄວ ດ 19 ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19
ລາວ ລ ດຖະບານ ຮ ບຮ ເລ ກເຊ ງເຖ ງຜ ນງານ ທ ກພາກສ ວນໃນການຕ ານ ໂຄວ ດ 19 ຫວຽດນາມ ໜູນຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ຮັບມືກັບໂລກລະບາດ ໂຄວິດ - 19
ລາວ ລ ດຖະບານ ຮ ບຮ ເລ ກເຊ ງເຖ ງຜ ນງານ ທ ກພາກສ ວນໃນການຕ ານ ໂຄວ ດ 19
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ຂ້າພະເຈົ້າຮັບຮູ້ຢ່າງເລິກ ເຊິ່ງວ່າພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ ແລະ ອໍານາດການປົກຄອງຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ການປະຕິບັດຄໍາສັ່ງ ໄດ້ດໍາເນີນໄປຢ່າງຂຸ້ນຂ້ຽວ ແລະ ມີປະສິດທິຜົນດີ, ທຸກໆຄົນໃນສັງຄົມໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບຕາມ ພາລະບົດບາດຂອງຕົນເອງ, ສ້າງໄດ້ຂະບວນການທີ່ ເປັນຮູບປະທໍາຢ່າງແທ້ຈິງ ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ ຂອງບັນດາມາດຕະການ ຂອງຄຳສັ່ງສະບັບນີ້ ເຊິ່ງທຸກອົງການຈັດຕັ້ງແຕ່ເທິງລົງລຸ່ມ ໄດ້ຜັນຂະຫຍາຍຢ່າງມີຄວາມຮັບຜິດຊອບ ແລະ ປະດິດສ້າງໄປໃນທາງທີ່ຖືກຕ້ອງ ແລະເ ປັນເອກະພາບກັນ. ຍ້ອນແນວນັ້ນ, ພວກເຮົາຈຶ່ງສາມາດຍາດ ໄດ້ຜົນສຳເລັດເບື້ອງຕົ້ນ ໃນການຕໍ່ສູ້ກັບພະຍາດລະບາດ ໂຄວິດ-19.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ໄປຍັງພະນັກງານແພດໝໍ ໃນທົ່ວປະເທດ ທີ່ໄດ້ເຮັດວຽກແຂ່ງກັບເວລາ ໂດຍບໍ່ຮູ້ອິດ ຮູ້ເມື່ອຍ, ດ້ວຍຄວາມເສຍສະຫລະ, ຄວາມຮັບຜິດຊອບສູງ ທີ່ເຕັມໄປດ້ວຍຄວາມທ້າທາຍ ແລະ ຄວາມສ່ຽງ ເພື່ອປ້ອງກັນ ແລະ ປິ່ນປົວຄົນເຈັບ ໃນໄລຍະທີ່ຜ່ານມາ ຈົນຮອດປັດຈຸບັນ ແລະ ພວກເພີ່ນກໍຮູ້ຢູ່ສະເໝີ ວ່າ ພາລະກິດຂອງຕົນນີ້ ຍັງຈະໄດ້ສືບຕໍ່ໄປຈົນ ເຖິງທີ່ສຸດຢ່າງບໍ່ທໍ້ຖອຍ; ຝາກຄວາມຂອບໃຈ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນ ໄປຍັງຄະນະສະເພາະກິດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແຕ່ສູນກາງຮອດທ້ອງຖິ່ນ ທີ່ໄດ້ເຮັດວຽກຢ່າງມີຄວາມຮັບ ຜິດຊອບສູງຕະຫລອດມາ; ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສື່ມວນຊົນທັງຫລາຍ ທີ່ໄດ້ມີຄວາມພະຍາຍາມສູງ ເຮັດໜ້າທີ່ສຳຄັນ ໃນການເກັບກຳຂໍ້ມູນ, ເຜີຍແຜ່ຂໍ້ມູນຂ່າວສານ ເພື່ອສື່ສານໃຫ້ປະຊາຊົນຢ່າງເປັນປະຈຳ, ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງຖືກຕ້ອງ, ທັນການ ແລະ ທົ່ວເຖິງ ທັງຍັງມີການໃຫ້ຄວາມຮູ້ ແລະ ແນະນຳກ່ຽວກັບວິທີ ທາງປະຕິບັດຕົນເອງ ທີ່ຖືກຕ້ອງໃຫ້ປະຊາຊົນ ຕະຫລອດເວລາ. ມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ຮູ້ສຶກປະທັບໃຈ ທີ່ເຫັນວ່າ ໃນສະພາບການທີ່ຄັບຂັນນີ້ ນອກຈາກ ປະຊາຊົນເຮົາສ່ວນຫລາຍໄດ້ຕື່ນຕົວ ປະຕິບັດຄຳສັ່ງ, ຄຳແນະນຳ ແລະ ຂໍ້ກຳນົດກົດລະບຽບຕ່າງໆ ທີ່ລັດຖະບານ ໄດ້ວາງອອກແລ້ວ, ນັກທຸລະກິດ, ຜູ້ປະກອບການ, ບໍລິສັດ, ຫ້າງຮ້ານ, ບຸກຄົນ, ພົນລະເມືອງຈໍານວນບໍ່ໜ້ອຍ ຍັງໄດ້ສະແດງອອກເຖິງນໍ້າໃຈ ເອື້ອເຟື້ອເຜື່ອແຜ່ ໂດຍໄດ້ເສຍສະຫລະຊັບສິນເງິນຄຳ ຂອງຕົນ ຊ່ວຍສັງຄົມ ຜ່ານຫລາຍຮູບແບບ.

ລາວ ລ ດຖະບານ ຮ ບຮ ເລ ກເຊ ງເຖ ງຜ ນງານ ທ ກພາກສ ວນໃນການຕ ານ ໂຄວ ດ 19 ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19

ຍສໝ - ກອງປະຊຸມຄັ້ງທີ 25 ສະພາປະສານງານ ອາຊຽນ ໄດ້ຈັດຂຶ້ນທາງອອກລາຍໃນຕອນເຊົ້າວັນທີ 9 ເມສາປີ 2020.

ລາວ ລ ດຖະບານ ຮ ບຮ ເລ ກເຊ ງເຖ ງຜ ນງານ ທ ກພາກສ ວນໃນການຕ ານ ໂຄວ ດ 19 ນະຄອນ ຮ່າໂນ້ຍ ໄດ້ກະກຽມມາດຕະການຮັບມືກັບລະດັບ 4 ຂອງໂລກລະບາດ ໂຄວິດ 19

ຍສໝ - ຮ່າໂນ້ຍ ໄດ້ກະກຽມມາດຕະການຮັບມືກັບລະດັບ 4 ຂອງໂລກລະບາດ ໂຄວິດ 19 ຕາມທິດນຳ “ 4 ຢູ່ກັບທີ່”.

ລາວ ລ ດຖະບານ ຮ ບຮ ເລ ກເຊ ງເຖ ງຜ ນງານ ທ ກພາກສ ວນໃນການຕ ານ ໂຄວ ດ 19 ອ​າ​ຊຽນຍົກ​ສູງ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ລັດຖະສະພາແຕ່ລະປະເທດສະມາຊິກ AIPA ພ້ອມກັນຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດ ດ້ວຍເລື່ອງເສີມຂະຫຍາຍບົດບາດຂອງຕົນຢ່າງແຮງ, ຜ່ານບັນດາມາດຕະການ ແລະ ນະໂຍບາຍໂດຍລັດຖະບານສະເໜີ ເພື່ອແນໃສ່ຮັບມືກັບໂລກລະບາດ.

kpl.gov.la

ເຫດການ
302 Found

Found

The document has moved here.