ແພດທະຫານ ລາວ ແລະ ຫວຽດນາມ ລົງກວດກາ ແລະ ປິ່ນປົວສຸຂະພາບໃຫ້ປະຊາຊົນຢູ່ແຂວງຜົ້ງສາລີ.

07:30 | 25/12/2019

ຍສໝ - ວັນທີ 23 ທັນວາ 2019 ທີ່ຫ້ອງວ່າການປົກຄອງເມືອງຂວາ ແຂວງຜົ້ງສາລີ, ຄະນະແພດທະຫານກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນ ຫວຽດນາມ ໄດ້ເປີດກິດຈະກຳກວດ ແລະ ປິ່ນປົວສຸຂະພາບໃຫ້ນາຍ ແລະ ພົນທະຫານ, ພະນັກງານລັດຖະກອນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍບໍ່ເສຍຄ່າ ຢູ່ 3 ເມືອງຂອງແຂວງຜົ້ງສາລີ.

ເນື່ອງໃນໂອກາດທີ່ສອງຊາດ ລາວ - ຫວຽດນາມ ຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ ແລະ ວັນທະຫານອາສາສະໝັກທີ່ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອ ລາວ ຄົບຮອບ 70 ປີ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນ ລາວ, ສະຫາຍ ພົນຈັດຕະວາ ຫງວຽນວັນເກື່ອງ ຮອງຫົວໜ້າການເມືອງກົມໃຫຍ່ພະລາທິການກອງທັບປະຊາຊົນ ຫວຽດນາມ.

ເຂົ້າຮ່ວມມີ ສະຫາຍ ທອງສີ ເສົາສຸລິພົນ ກຳມະການຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ຜົ້ງສາລີ, ສະຫາຍ ພັນເອກ ນາງ ວັນເພັງພວງ ສາວະດີ ຮອງຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງ ທັບປະຊາຊົນລາວ, ສະຫາຍ ພັນເອກ ຫງວຽນວັນຢາງ ຮອງກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນ ຫວຽດນາມ, ອໍານາດການປົກຄອງ ແລະ ຄະນະແພດກອງທັບ ລາວ - ຫວຽດນາມເຂົ້າຮ່ວມ.

ແພດທະຫານ ລາວ ແລະ ຫວຽດນາມ ລົງກວດກາ ແລະ ປິ່ນປົວສຸຂະພາບໃຫ້ປະຊາຊົນຢູ່ແຂວງຜົ້ງສາລີ.

ແພດທະຫານ ລາວ ແລະ ຫວຽດນາມ ລົງກວດກາ ແລະ ປິ່ນປົວສຸຂະພາບໃຫ້ປະຊາຊົນຢູ່ແຂວງຜົ້ງສາລີ ໃນວັນທີ 23 ທັນວາ 2019. (ພາບ: laos.voanews)

ການຈັດກິດຈະກໍາການບໍລິການດ້ານການແພດຄັ້ງນີ້, ເປັນການເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງກົມເສນາຮັກກອງທັບ ລາວ - ຫວຽດນາມ, ທັງເປັນການແລກປ່ຽນຖອດຖອນບົດຮຽນທາງດ້ານການແພດໃຫ້ມີຄວາມຊຳນິຊໍານານ ແລະ ຮັບປະກັນການປິ່ນປົວໃຫ້ວ່ອງໄວທັນການ ແລະ ມີປະສິດທິພາບເຊິ່ງກິດຈະກໍາໃນປີ 2019 ນີ້, ສອງຄະນະແພດກອງທັບ ລາວ - ຫວຽດນາມໄດ້ພ້ອມກັນສືບຕໍ່ໃຫ້ການບໍລິການດ້ານການແພດຢູ່ສາມເມືອງຂອງ ແຂວງຜົ້ງສາລີ ຄື: ເມືອງຂວາ, ເມືອງສໍາພັນ ແລະ ເມືອງໃໝ່ ໂດຍໄດ້ເລັ່ງໃສ່ການກວດ ແລະ ປິ່ນປົວພະຍາດໃຫ້ແກ່ນາຍ ແລະ ພົນທະຫານ, ພະນັກງານລັດຖະກອນ, ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ເຈັບປ່ວຍໂດຍບໍ່ເສຍຄ່າເຊິ່ງປະກອບມີ: ພະແນກສຸກເສີນ, ພະແນກລະບົບທາງເດີນຫາຍໃຈ, ພະແນກຜ່າຕັດ, ພະແນກເດັກ, ພະແນກຊ່ອງປາກ, ພະແນກພັກຟື້ນ, ພະແນກກະດູກ, ພະແນກຫົວໃຈ, ພະແນກລະບົບທາງເດີນອາຫານ, ພະແນກຫູ, ຕາ, ດັງ, ຄໍ, ພະແນກຍິງ-ປະສູດ ແລະ ອື່ນໆ ເຊິ່ງມີປະຊາຊົນຢ່າງຫຼວງຫຼາຍເຂົ້າຮັບການປິ່ນປົວ.

ໃນໂອກາດທີ່ຄະນະແພດກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມ ລົງເຄື່ອນໄຫວໃຫ້ການບໍລິການດ້ານການແພດຄັ້ງນີ້ຍັງ ໄດ້ນຳເອົາເຄື່ອງອຸປະກອນການແພດ, ອຸປະກອນຮັບໃຊ້ຫ້ອງການ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງມາມອບໃຫ້ແຕ່ລະຈຸດທີ່ລົງເຄື່ອນໄຫວ ເພື່ອຊຸກຍູ້ສົ່ງເສີມໃຫ້ແພດໝໍຢູ່ເຂດດັ່ງກ່າວ ໃນການນຳໃຊ້ເຄື່ອງມືການແພດໃຫ້ມີປະສິດທິພາບສູງ.

ກິດຈະກຳກວດ ແລະ ປິ່ນປົວສຸຂະພາບຢູ່ສາມເມືອງຂອງແຂວງຜົ້ງສາລີຄັ້ງນີ້ ຈະໄດ້ດຳເນີນລະຫວ່າງວັນທີ 23-27 ທັນວາ 2019 ຈຶ່ງຈະສໍາເລັດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.