ສະເຫຼີມສະຫຼອງວັນປະກາດໃຊ້ເຄື່ອງໝາຍ ການຄ້າຢູນິເທວຄົບຮອບ 10 ປີ.

11:20 | 24/10/2019

ຍສໝ - ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢືນຢັນວ່າ ໃນຖານະເປັນວິສາຫະກິດດ້ານໂທລະຄົມມະນາຄົມທີ່ໃຫຍ່ທີ່ສຸດໃນລາວ, Unitel ບໍ່ພຽງແຕ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເສດຖະກິດເທົ່ານັ້ນ ແຕ່ຍັງປະກອບສ່ວນສ້າງສັງຄົມທີ່ດີຂື້ນອີກດ້ວຍ.

ວັນທີ 23 ຕຸລານີ້, ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ຈັດ ຕັ້ງພິທີສະເຫຼີມສະຫຼອງເນື່ອງ ໃນໂອກາດວັນປະກາດນໍາໃຊ້ ເຄື່ອງໝາຍການຄ້າຢູນີເທວ “UNITEL” ຄົບຮອບ 10 ປີ ແຫ່ງການດໍາເນີນທຸລະກິດຢ່າງ ເປັນທາງການ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງ ທຶນ, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ການນໍາພັກ-ລັດ ລາວ ແລະ ຫວຽດນາມ, ຜູ້ຕາງໜ້າສູນບໍລິ ການທົ່ວປະເທດ, ແຂກຖືກເຊີນ ແລະ ພະນັກງານສູນຢູນີເທວເຂົ້າ ຮ່ວມ.

ສະເຫຼີມສະຫຼອງວັນປະກາດໃຊ້ເຄື່ອງໝາຍ ການຄ້າຢູນິເທວຄົບຮອບ 10 ປີ.

ທ່ານພົນເອກ ຈັນສະ ໝອນ ຈັນຍາລາດ - ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວຄຳປາໄສໃນພິທີ. (ພາບ: vietnamplus.vn)

ທ່ານ ລີວ ແມ້ງຮ່າ, ຜູ້ອຳ ນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ, ໄດ້ໃຫ້ຮູ້ວ່າ: ໃນຕະຫຼອດ 10 ປີແຫ່ງການ ດຳເນີນທຸລະກິດດ້ານໂທລະຄົມ ມະນາຄົມຢູ່ ສປປ ລາວ, ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ເປັນ ສ່ວນໜຶ່ງໃນການສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ວຽກງານໂທລະຄົມມະ ນາຄົມ ແລະ ການສື່ສານໄດ້ມີ ການຂະຫຍາຍຕົວຢ່າງກ້າວກະ ໂດດ, ປະຊາຊົນໃນຂອບເຂດ ທົ່ວປະເທດໄດ້ເຂົ້າເຖິງລະບົບ ໂທລະຄົມມະນາຄົມ ແລະ ການ ສື່ສານໄດ້ຢ່າງທົ່ວເຖິງ, ເຮັດໃຫ້ ໄລຍະເສັ້ນທາງໃນການພົວພັນ ລະຫວ່າງ ແຂວງເຖິງເມືອງ ແລະ ເຂດຫ່າງໄກສອກຫຼີກໄດ້ຍັບເຂົ້າ ໃກ້ກັນຫຼາຍຂຶ້ນ.

ປັດຈຸບັນ, ບໍລິສັດ ສະຕາໂທລະຄົມ ຈໍາກັດ ເອີ້ນ ໄດ້ວ່າ ແມ່ນບໍລິສັດ ໂທລະຄົມ ມະນາຄົມອັນດັບ 1 ໃນ ສປປ ລາວ ມີທີ່ພື້ນຖານໂຄງລ່າງລະ ບົບສົ່ງສັນຍານມືຖືທີ່ໃຫຍ່ທີ່ສຸດ ແລະ ກວ້າງຂວາງທີ່ສຸດ ປະ ກອບມີ 8,000 ສູນສະຖານີສົ່ງ ສັນຍານທີ່ນໍາໃຊ້ລະບົບເທັກໂນ ໂລຍີ 2G,3G,4G,4.5G, ສະໜອງລະບົບສາຍສົ່ງແກ້ວໃຍ ແສງແຕ່ພາກເໜືອເຖິງພາກໃຕ້ ຂອງປະເທດລາວ ມີຄວາມຍາວ ເຖິງ 30.000 ກມ ທີ່ປົກຄຸມ ເຖິງເຂດຫ່າງໄກສອກຫຼີກ; ມີລູກຄ້ານໍາໃຊ້ບໍລິການຫຼາຍກວ່າ 3 ລ້ານເລກໝາຍກວມເອົາ 56% ຂອງສ່ວນແບ່ງຕະຫຼາດ ມືຖື, ບໍລິສັດສະຕາ ໂທລະຄົມຈໍາກັດ ໄດ້ປະກອບສ່ວນມອບ ພັນທະໃຫ້ລັດຖະບານລາວ ລວມ 634 ລ້ານໂດລາສະຫະລັດ, ສ້າງວຽກເຮັດງານທຳໃຫ້ປະຊາ ຊົນລາວຫຼາຍກວ່າ 20.000 ຄົນ, ມີຮ້ານຕົວແທນຈໍາໜ່າຍສິນຄ້າ ຫຼາຍກວ່າ 20.000 ຮ້ານ.

ສະເຫຼີມສະຫຼອງວັນປະກາດໃຊ້ເຄື່ອງໝາຍ ການຄ້າຢູນິເທວຄົບຮອບ 10 ປີ.

ທ່ານ ລີວແມ້ງຮ່າ, ຜູ້ອຳ ນວຍການໃຫຍ່ ບໍລິສັດສະຕາ ໂທລະຄົມ ຈໍາກັດໄດ້ກ່າວຄຳປາໄສໃນພິທີ. (ພາບ: vietnamplus.vn)

ຕະຫຼອດໄລຍະດຳເນີນທຸລະ ກິດ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ປະກອບສ່ວນເຂົ້າໃນ ວຽກງານຊ່ວຍເຫຼືອສັງຄົມຢ່າງ ກວ້າງຂວາງ ເພື່ອຍົກສູງຄຸນນະ ພາບຊີວິດໃຫ້ແກ່ປະຊາຊົນລາວ ເຊັ່ນ: ໂຄງການສະໜັບສະໜູນ ອິນເຕີເນັດນໍາໃຊ້ໂດຍບໍ່ເສຍຄ່າ ໃຫ້ແກ່ໂຮງຮຽນ, ມອບທຶນຊ່ວຍ ເຫຼືອແກ່ປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໄພພິບັດທາງທຳມະ ຊາດ, ມອບທຶນຊ່ວຍເຫຼືອສະໜັບ ສະໜູນໃຫ້ແກ່ນັກຮຽນທີ່ຂາດ ທຶນຮອນຫຍຸ້ງຍາກທີ່ຢູ່ບັນດາ ເມືອງ, ຈັດຕັ້ງວຽກງານເຝິກອົບ ຮົມຄວາມຮູ້ໃນການນໍາໃຊ້ລະບົບ ເທັກໂນໂລຊີຂໍ້ມູນຂ່າວສານ- ໂທລະຄົມມະນາຄົມໃຫ້ແກ່ພະ ນັກງານລັດຖະກອນ-ລັດວິສາ ຫະກິດເພື່ອຍົກສູງຄວາມຮູ້ ຄວາມສາມາດເຂົ້າໃນການນໍາ ໃຊ້ວຽກງານກໍຄືການພັດທະ ນາປະເທດຊາດໃຫ້ມີຄວາມຈະ ເລີນຮຸ່ງເຮືອງ.

ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ ກ່າວໃຫ້ຮູ້ວ່າ: ທິດທາງ-ແຜນ ການໃນຕໍ່ໜ້າຈະສືບຕໍ່ພັດທະ ນາລະບົບເທັກໂນໂລຢີທີ່ທັນ ສະໄໝທີ່ດີທີ່ສຸດ ເພື່ອສະໜອງ ການບໍລິການເຊັ່ນ: 5G, AI, virtual reality (VR), Big data… ໄປພ້ອມໆ ກັບການໃຫ້ ບໍລິການບັນດາບໍລິການໃໝ່ໆ ເຊັ່ນ: ທະນາຄານດິຈິຕອນ, ລະ ບົບເທັກໂນໂລຊີເພື່ອນໍາໃຊ້ເຂົ້າ ໃນບັນດາໂຄງການຂອງລັດຖະ ບານແບບເອເລັກໂທຣນິກ.

ໂອກາດເຂົ້າຮ່ວມງານດັ່ງກ່າວ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ໄດ້ໃຫ້ກຽດ ກ່າວຄຳເຫັນໃນພິທີ ໂດຍເທດ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ ຄວາມບຸກໜ້າບືນຕົວຂອງຜູ້ບໍລິ ຫານ ບໍລິສັດ ສະຕາໂທລະຄົມ ທີ່ໄດ້ປະກອບສ່ວນໃນການສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ສ້າງ ບຸກຄະລາກອນ, ສ້າງວຽກເຮັດງານທຳໃຫ້ແກ່ ປະຊາຊົນລາວ ທັງໄດ້ມອບ ພັນທະເຂົ້າງົບປະມານຂອງລັດ ເຊິ່ງເປັນການປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ເປັນຢ່າງດີ.

ສະເຫຼີມສະຫຼອງວັນປະກາດໃຊ້ເຄື່ອງໝາຍ ການຄ້າຢູນິເທວຄົບຮອບ 10 ປີ.

(ພາບ: vietnamplus.vn)

ພ້ອມດຽວກັນນັ້ນ, ເພື່ອເປັນ ການຈາລຶກເຖິງຄຸນງາມຄວາມດີ ຕໍ່ກັບຜົນງານທີ່ຍາດມາໄດ້ ແລະ ການປະກອບສ່ວນຂອງບໍລິສັດ ສະຕາ ໂທລະຄົມ ຈໍາກັດ ເຂົ້າໃນ ຂົງເຂດໂທລະຄົມມະນາຄົມ ແລະ ການປະກອບສ່ວນເຂົ້າໃນການ ສ້າງສາພັດທະນາປະເທດຊາດ, ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ I, ຫຼຽນໄຊພັດທະນາຊັ້ນໜຶ່ງໃຫ້ ແກ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ຫຼຽນໄຊແຮງງານ ຊັ້ນ III ໃຫ້ແກ່ຄະນະຜູ້ບໍລິຫານ ຝ່າຍ ສສ ຫວຽດນາມ ນຳອີກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.