ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

14:34 | 18/12/2020

ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຍັງບໍລິສັດສະຕາ ໂທລະຄົມ ທີ່ເຫັນໄດ້ຄວາມສຳຄັນໃນການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເຊິ່ງເປັນກໍາລັງໃຈໃຫ້ແກ່ປະຊາຊົນ, ທັງເປັນການປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄື ຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ສາ ມາດຜ່ານພົ້ນຄວາມທຸກຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ
ປະເທດລາວ: ທົດລອງສົ່ງກະແສໄຟຟ້າແສງຕາເວັນ ຢູ່ແຂວງສະຫວັນນະເຂດ
ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ
ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ (ພາບ: Kpl)

ເມື່ອບໍ່ດົນມານີ້, ທ່ານ ຫງຽນ ເທ ຈູງ ອໍານວຍການ ບໍລິສັດສະຕາ ໂທລະຄົມ ສາຂາແຂວງສະຫວັນນະເຂດ ໄດ້ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ໃນໄລຍະເດືອນກັນຍາຫາເດືອນຕຸລາ 2020 ຜ່ານມາ ລວມມູນຄ່າ 500 ລ້ານກີບ ແລະ ໃຫ້ກຽດຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຍັງບໍລິສັດສະຕາ ໂທລະຄົມ ທີ່ເຫັນໄດ້ຄວາມສຳຄັນໃນການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເຊິ່ງເປັນກໍາລັງໃຈໃຫ້ແກ່ປະຊາຊົນ, ທັງເປັນການປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄື ຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ສາມາດຜ່ານພົ້ນຄວາມທຸກຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ເງິນຊ່ວຍເຫລືອດັ່ງກ່າວ, ຢູນີເທວ ຈະນຳໃຊ້ຊ່ອງທາງຢູມັນນີ (u-money) ເພື່ອໂອນເງິນຊ່ວຍເຫລືອໃສ່ໃນມືຖືໂດຍກົງ ໃຫ້ປະຊາຊົນໃນ 8 ຕົວເມືອງ ຈຳນວນ 1.200 ຄອບຄົວ, ຄອບຄົວລະ 300.000 ກີບ ລວມເປັນເງິນ 360 ລ້ານກີບ ແລະ ອີກ 68 ຄອບຄົວຈະໄດ້ຮັບເງິນຊ່ວຍເຫລືອ 2 ລ້ານກວ່າກີບຕໍ່ຄອບຄົວ ລວມເປັນເງິນ 140 ລ້ານກີບ ໂດຍບໍລິສັດສະຕາໂທລະຄົມ ສາຂາແຂວງສະຫວັນນະເຂດ ໄດ້ສົມທົບກັບອົງການ ຈັດຕັ້ງຂັ້ນແຂວງ ແລະ ເມືອງ ເພື່ອພົວພັນເອົາຂໍ້ມູນລະອຽດ ໃນການຊ່ວຍເຫລືອ, ເຊິ່ງການມອບເງິນ ໂດຍຜ່ານຊ່ອງທາງ ຢູມັນນີ ຈະເຮັດໃຫ້ຜູ້ປະສົບໄພໄດ້ຮັບເງິນດັ່ງກ່າວຢ່າງວ່ອງໄວ ແລະ ປອດໄພ ດ້ວຍເຄື່ອຂ່າຍຂອງ ຢູນີເທວ, ເງິນດັ່ງກ່າວສາມາດເບີກອອກເປັນເງິນສົດຕາມປ່ອງບໍລິການ ຫລື ຕົວແທນຢູມັນນີ, ແຕ່ຖ້າປະຊາຊົນຫາກບໍ່ຕ້ອງການຖອນອອກ ກໍສາມາດເກັບຮັກສາເງິນໄວ້ໃນບັນຊີໄດ້ ເງິນກໍຍັງຖືກເກັບຮັກສາຢ່າງດີຄືກັບເຮົາເກັບເງິນໄວ້ໃນທະນາຄານ.

ນອກຈາກນີ້, ຢູນີເທວ ຍັງໄດ້ມອບໂທລະສັບ Unifone ຈຳນວນ 68 ໜ່ວຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນເສຍຫາຍໜັກ ຈຳນວນ 68 ຄອບຄົວ. ລວມມູນຄ່າທັງໝົດ 10 ລ້ານກວ່າກີບ.

ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ

ປະເທດລາວ: ທົດລອງສົ່ງກະແສໄຟຟ້າແສງຕາເວັນ ຢູ່ແຂວງສະຫວັນນະເຂດ

ໃນອາທິດຜ່ານມາ, ປະເທດລາວ ໄດ້ມີການທົດລອງສົ່ງກະແສໄຟຟ້າຈາກໂຄງການໄຟຟ້າແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ.

ບໍລິສັດ Intel ໄດ້ປາດຖະໜາຢາກເປີດກວ້າງການລົງທຶນຢູ່ຫວຽດນາມ

ຍສໝ - ຫລັງຈາກມີການລົງທືນ 1 ພັນລ້ານໂດລາ ໃນໂຮງງານແຫ່ງໜຶ່ງໃນປະເທດຫວຽດນາມ, ບໍລິສັດ Intel ກຳລັງວາງແຜນທີ່ຈະລົງທືນຫລາຍຂື້ນເຂົ້າໃນປະເທດວຽດນາມໃນຊຸມປີຕໍ່ໜ້າ.

kpl.gov.la/

ເຫດການ
302 Found

Found

The document has moved here.