ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ: ກອງທະຫານອາສາສະໝັກ ທີ່ພິເສດທີ່ສຸດໃນໂລກ

15:04 | 29/10/2019

ຍສໝ - ການຕໍ່ສູ້ອັນສະຫງ່າງາມຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ ແມ່ນບົດເພງທີ່ບໍ່ມີວັນຕາຍ, ແມ່ນສັນຍາລັກຂອງຄວາມສາມັກຄີຕໍ່ສູ້ພິເສດ ຫວຽດນາມ-ລາວ ໃນອາດີດ, ປະຈຸບັນ ແລະ ອານາຄົດ.

ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ: ກອງທະຫານອາສາສະໝັກ ທີ່ພິເສດທີ່ສຸດໃນໂລກ

ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ.

ຕອນເຊົ້າວັນທີ 29 ຕຸລາ, ທີ່ຮ່າໂນ້ຍ ກະຊວງການຕ່າງປະເທດ ໄດ້ປະສານສົມທົບກັບ ບັນດາອົງການສູນກາງ ແລະ ຄະນະພົວພັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ ລາວ ທົ່ວປະເທດ ປະສານສົມທົບກັນຈັດພິທີສະເຫຼີມສະຫຼອງ 70 ປີ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ. ສະເຫຼີມສະຫຼອງ 70 ປີ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ ແມ່ນໂອກາດເພື່ອຫວນຄືນເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະ ທະຫານສອງປະເທດຫວຽດນາມ-ລາວ. ນີ້ກໍ່ແມ່ນໂອກາດຫວນຄືນເດືອນປີທີ່ທະຫານ ແລະ ປະຊາຊົນສອງປະເທດຄຽງບ່າຄຽງໄລ່ຕໍ່ສູ້ຜ່ານຜ່າຄວາມຫຍຸ້ງຍາກ, ສະຫຼະ ແລະ ມອບໄຊຊະນະອັນຍິ່ງໃຫຍ່ສະຫງ່າລາສີ, ເພື່ອໃຫ້ຄົນລຸ້ນໃໝ່ປະຈຸບັນມີຊີວິດໃນສະພາບແວດລ້ອມແຫ່ງສັນຕິພາບ, ເອກະລາດ, ເສລີພາບ, ກິນອີ່ມນຸ່ງອຸ່ນ ແລະ ມີຄວາມຜາສຸກ.

ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ: ກອງທະຫານອາສາສະໝັກ ທີ່ພິເສດທີ່ສຸດໃນໂລກ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ບັນດາທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ

ສັນຍາລັກ ຂອງຄວາມສາມັກຄີພິເສດ ຫວຽດນາມ-ລາວ, ກ່າວສຸນທອນພົດທີ່ງານສະເຫຼີມສະຫຼອງ ກະຊວງປ້ອງກັນປະເທດ, ພົນເອກ ໂງ ຊົນ ລິກ ໄດ້ກ່າວວ່າ: ວັນທີ 30 ຕຸລາ 1949, ຄະນະປະຈຳສູນກາງພັກຄອມມູນິດອິນດູຈີນໄດ້ຕົກລົງ: “ກອງກຳລັງທະຫານຂອງຫວຽດນາມຕໍ່ສູ້ ແລະ ເຮັດວຽກຊ່ວຍລາວ ຈັດເປັນລະບົບຕ່າງຫາກ ແລະ ໃສ່ຊື່ວ່າ ທະຫານອາສາສະໝັກ”. ນີ້ແມ່ນຂີດໝາຍປະຫວັດສາດສຳຄັນ, ຂີດໝາຍຂອງການພັດທະນາ ແລະ ເຕີບໃຫຍ່ຂອງກອງກຳລັງທະຫານອາສາສະໝັກໃນສະໜາມຮົບລາວ; ຢືນຢັນເຖິງແນວທາງ, ວິໄສທັດອັນຖືກຕ້ອງຂອງພັກຄອມມູນິດຫວຽດນາມໃນການຈັດຕັ້ງປະຕິບັດພາລະກິດສາກົນ. ດ້ວຍຄວາມໝາຍດັ່ງກ່າວນີ້, ວັນທີ 30 ຕຸລາ 1949 ໄດ້ຖືເປັນວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ.

ປະຕິບັດຄຳສັ່ງສອນຂອງ ປະທານ ໂຮ່ ຈີ໋ ມິນ: “ ຊ່ວຍປະຊາຊົນເພື່ອນບ້ານກໍ່ຄືຊ່ວຍຕົນເອງ”, ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂື້ນ ຝລັ່ງ ຜູ້ຮຸກຮານ, ພະນັກງານ, ນັກຮົບທະຫານອາສາສະໝັກຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ລຳບາກ, ສະຫຼະ, ຕັ້ງໜ້າຊ່ວຍເພື່ອນໂຄສະນາ, ສ້າງຄວາມຕື່ນຕົວໃນປວງຊົນ, ກໍ່ສ້າງຮາກຖານ, ພັດທະນາກຳລັງປະຕິວັດ, ຄຽງບ່າຄຽງໄລກັບທະຫານລາວ ອິດສະຫຼະ ຕໍ່ສູ້ ແລະ ໄຊຊະນະດັງກ້ອງ. ຜ່ານເດືອນປີການຕໍ່ສູ້ໃນສະໜາມຮົບ ຕ້ານຈັກກະພັດລ່າເມືອງຂື້ນ ຝລັ່ງ ຜູ້ຮຸກຮ່ານ, ສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ ສືບຕໍ່ເພີ່ມທະວີຍິ່ງຂື້ນ, ສ້າງຈິດໃຈ, ກຳລັງແຮງອັນມະຫາສານ, ຜັກດັນທະຫານ ແລະ ປະຊາຊົນສອງປະເທດ ຫວຽດ-ລາວ ຕໍ່ສູ້ຕ້ານ ຈັກກະພັດອາເມລິກາ, ກູ້ຊາດດ້ວຍຈິດໃຈ “ບໍ່ມີຫຍັງຈະມີຄຸນຄ່າກວ່າ ເອກະລາດ, ເສລີພາບ”.

ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ: ກອງທະຫານອາສາສະໝັກ ທີ່ພິເສດທີ່ສຸດໃນໂລກ

ພົນເອກ ໂງ ຊົນ ລິກ ກ່າວຄໍາເຫັນທີ່ພິທີ.

ພົນເອກ ໂງ ຊົນ ລິກ ເນັ້ນໜັກວ່າ: ບັນດາຜົນສຳເລັດຂອງການຕໍ່ສູ້ຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ ແມ່ນບົດເພງພິເສດທີ່ບໍ່ມີວັນຕາຍ ກໍ່ຄືຈະຍືນຍົງຍາວນານຕະຫຼອດກາລະນານ, ເປັນສັນຍາລັກຂອງນ້ຳໃຈສາມັກຄີຕໍ່ສູ້ພິເສດ ຫວຽດນາມ-ລາວ ໃນອາດີດ, ປະຈຸບັນ ແລະ ອານາຄົດ. ໂອກາດນີ້, ພົນເອກ ໂງ ຊົນ ລິກ ກໍ່ໄດ້ແບ່ງປັນວ່າ: ຫວຽດນາມ ຈະເຄົາລົບ ແລະ ຮູ້ບຸນຄຸນປະຊາຊົນລາວເພື່ອນບ້ານຕະຫຼອດໄປ ທີ່ຮັກແພງຢ່າງໝົດຈິດໝົດໃຈ, ປົກປ້ອງ, ເບິ່ງແຍງ, ຊ່ວຍເຫຼືອ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄືກັນກັບລູກຮັກຫຼານແພງຂອງຕົນ. ຫວຽດນາມຈະຈົດຈຳເຮື່ອແຮງຂອງພະນັກງານ, ນັກຮົບກຳລັງປະກອບອາວຸດ,ທະຫານລາວ, ປະຊາຊົນຄົນລຸ້ນເກົ່າທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຕໍ່ສູ້ຕ້ານຢ່າງສະຫຼາດຫຼັກແຫຼມ, ອົງອາດກ້າຫານ, ບໍ່ຍອມແພ້, ສ້າງເປັນຜົນສຳເລັດອັນເລີດລ້ຳລືຊານັບບໍ່ຖ້ວນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.