ຫວຽດນາມ ຊ່ວຍລົດຂົນສົ່ງເມໄປສະນີ 2 ຄັນແກ່ລາວ

00:54 | 15/05/2019

ອີງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະນາຄົມ ແລະ ການ​ສື່­ສານ (ປທສ) ໃນ​ວັນ​ທີ 12 ມີ­ນາ 2019 ທ່ານ ຫງວຽນ ແມງ ຮຸ່ງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ແລະ ການ​ສື່­ສານ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະ­ນະ ໄດ້​ເດີນ­ທາງ​ມາ​ຢ້ຽມ­ຢາມ​ລາວ.

ຫວຽດນາມ ຊ່ວຍລົດຂົນສົ່ງເມໄປສະນີ 2 ຄັນແກ່ລາວ

ຫວຽດນາມ ຊ່ວຍລົດຂົນສົ່ງເມໄປສະນີ 2 ຄັນແກ່ລາວ

ການ​ມາ​ຢ້ຽມ­ຢາມ​ລາວ​ຄັ້ງ​ນີ້ສອງ​ກະ­ຊວງ ​ໄດ້​ພົບ​ປະເນື່ອງ​ຈາກ​ລັດ­ຖະ­ບານ​ສອງ​ປະ­ເທດເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ບົດບາດ​ວຽກ​ງານ​ໂທລະ​ຄົມມະ­ນາຄົມ ແລະ ICT ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ພາຍ​ໃນ​ປະ­ເທດ ແລະ ໃນ​ລະ­ດັບ​ສາກົນ. ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ນີ້ໄດ້​ຈັດ​ຂຶ້ນ​ທີ່​ໂຮງແຮມ​ລາວ​ພລາ​ຊາ ນະຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ມາ​ຢ້ຽມ­ຢາມ​ຂອງ ​ທ່ານ ຫງວຽນ ແມງ ຮຸ່ງ ໃນ​ຊຸມ​ປີ­ຜ່ານ­ມາ ກະຊວງ ປທສ ໄດ້​ໄປ​ຢ້ຽມ­ຢາມ ແລະ ແລກປ່ຽນ​ບົດ­ຮຽນ​ນຳ ສສ ຫວຽດ­ນາມ​ຫຼາຍ​ຄັ້ງການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ກະຊວງ​ແມ່ນ​ມີ​ຢ່າງ​ຕໍ່​ເນື່ອງ ແລະ ຫຼາຍ​ລະດັບ ເປັນ­ຕົ້ນ ການ​ຮ່ວມ​ມື​ລະ­ຫວ່າງ​ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ ແລະ ສູນ​ເຄືອ​ຄ່າຍ​ຂໍ້​ມູນ​ຂ່າວ­ສານ ສສ ຫວຽດ­ນາມ ໃນ​ວຽກ​ງານ​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ສູງ​ສຸດ​ແຫ່ງ​ຊາດ ການ​ໃຫ້​ທຶນ​ການ​ສຶກ​ສາ ນອກ­ຈາກ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລ້ວ ສອງ​ກະ­ຊວງ​ຍັງ​ໄດ້​ມີ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ວຽກ​ງານ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ICT ລະ­ດັບ​ອາ​ຊຽນໃນ​ນາມ​ຕົວ​ແທນ​ຜູ້​ຮັບ­ຜິດ­ຊອບ​ຢ່າງ​ເປັນ​ທາງ​ການ​ຂອງ​ຂະແໜງການ​ໃນ​ອາ​ຊຽນ.

ໃນ​ການ​ຢ້ຽມ­ຢາມ​ລາວ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ລະ­ຫວ່າງ​ສູນ​ບໍ­ລິ­ຫານ​ລັດ​ດ້ວຍ​ເອ​ເລັກ​ໂຕຣ​ນິກ ແລະ VNPT Group ລະຫວ່າງ​ສູນ​ລາວ​ເຊີດ ແລະ ອົງ­ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ­ສານ ກະ­ຊວງ​ຖະ­ແຫຼງ​ຂ່າວ ແລະ ການ​ສື່­ສານ ສສ ຫວຽດ­ນາມ ແລະ ລະ­ຫວ່າງ​ໄປສະ­ນີ​ຂອງ​ສອງ​ປະ­ເທດພ້ອມ​ນັ້ນ​ຍັງ​ແລກ­ປ່ຽນ​ບົດ­ຮຽນ ແລະ ຂໍ​ການ​ສະໜັບ­ສະ­ໜູນ​ໃນ​ການ​ກະ­ກຽມ​ທີ່​ລາວ​ຈະ​ເປັນ​ເຈົ້າ­ພາບ TEMIN 19 ໃນ​ເດືອນ​ຕຸ­ລາ 2019 ແລະ ເພື່ອ​ຍົກ​ລະ­ດັບ​ພະ­ນັກ­ງານ​ເຝິກອົບ­ຮົມ​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ຍາວ​ດ້ານ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ICT ໂດຍ​ສະ­ເພາະດ້ານ​ຄຸ້ມ​ຄອງ ແລະ ພັດ­ທະ­ນາ​ວຽງ​ການ ICT ພ້ອມ​ນີ້ໃນ​ໂອ­ກາດ​ມາ​ຢ້ຽມ­ຢາມ​ລາວ​ຄັ້ງ​ນີ້ບໍ­ລິ­ສັດ​ໄປ­ສະ­ນີ​ຫວຽດ­ນາມຍັງ​ໄດ້​ມອບ​ລົດ​ຂົນ­ສົ່ງ​ເມ​ໄປ­ສະ­ນີຈຳ­ນວນ 2 ຄັນ ມູນ​ຄ່າ​ປະ­ມານ 500 ລ້ານ​ກີບ ຫຼື 62.132 ໂດ​ລາ​ສະຫະລັດ ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄປ­ສະນີ​ລາວ​ຕື່ມ​ອີກເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂົນສົ່ງ​ໄປ­ສະ­ນີ​ໃຫ້​ມີ​ຄວາມ​ວ່ອງ­ໄວ​ທັນ​ເວລາ.

ສຳ­ລັບ​ລາວ​ເຮົາ ການ​ພັດ­ທະ­ນາ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ICT ຍັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ດ້ານ ແລະ ມີ​ຄວາມ​ຈຳ­ເປັນ​ຕ້ອງ​ມີ​ການ​ແລກ­ປ່ຽນ​ບົດຮຽນ ແລະ ປະ­ສົບ​ການ​ກັບ​ບັນດາ​ປະ­ເທດ ທັງ​ພາກ​ພື້ນ ແລະ ສາ­ກົນ ເພື່ອ​ນຳ​ມາ​ດັດ​ປັບ​ໝູນ​ໃຊ້​ເຂົ້າ​ໃນ​ການ​ພັດທະ­ນາ​ວຽກ​ງານ​ໂທລະ​ຄົມ­ມະນາຄົມ ແລະ ICT ໃຫ້​ມີ​ປະ​ສິດ­ທິ​ຜົນ ແນ­ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະ­ນາ​ເສດ­ຖະ­ກິດສັງຄົມ​ຂອງ​ລາວ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ທັງ​ສ້າງ​ເງື່ອນ­ໄຂ​ໃຫ້​ລາວ​ເຮົາ​ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ­ກົນ.

(ແຫຼ່ງ​ຂໍ້​ມູນ​: www.vientianemai.net)

ເຫດການ
302 Found

Found

The document has moved here.