ສົ່ງສານ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ” ເຖິງເພື່ອນມິດສາກົນ

08:00 | 22/09/2021

ພາຍຫຼັງການຢ້ຽມຢາມປະເທດກູບາ ທີ່ສວຍງາມຢ່າງເປັນທາງການ, ແຕ່ວັນທີ 21-23 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະປະຕິບັດການເຄື່ອນໄຫວສອງຝ່າຍຢູ່ ສ. ອາເມລິກາ.

ແງ່ຫວັງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ຮົ່ງກົງພາຍຫຼັງໂລກລະບາດ ແງ່ຫວັງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ຮົ່ງກົງພາຍຫຼັງໂລກລະບາດ
ຫວຽດນາມ ພວມມານະພະຍາຍາມຄວບຄຸມການລະບາດ ແລະຟື້ນຟູການຜະລິດດຳເນີນທຸລະກິດ ຫວຽດນາມ ພວມມານະພະຍາຍາມຄວບຄຸມການລະບາດ ແລະຟື້ນຟູການຜະລິດດຳເນີນທຸລະກິດ
ທ່ານ Salvador Valdés Mesa ປະທານປະເທດກູບາ ຕ້ອນຮັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢູ່ສະໜາມບິນສາກົນ Jose MartiHabana. ພາບ: ສຳນັກຂ່າວສານຫວຽດນາມ.
ທ່ານ Salvador Valdés Mesa ປະທານປະເທດກູບາ ຕ້ອນຮັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢູ່ສະໜາມບິນສາກົນ Jose MartiHabana. ພາບ: ສຳນັກຂ່າວສານຫວຽດນາມ.

ວັນທີ 20 ກັນຍາ 1977, ຫວຽດນາມ ເຂ້ົາເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ, ເຊິ່ງແມ່ນອົງການຈັດຕັ້ງທີ່ສວມບົດບາດໃຈກາງໃນການກໍ່ສ້າງກົດໝາຍສາກົນ, ຮັກສາສັນຕິພາບ, ສະກັດກັ້ນການປະທະກັນ ແລະຮັບມືກັບສິ່ງທ້າທາຍທ່ົວໂລກ. ກວ່າ 40 ປີຜ່ານມາ, ການພົວພັນຮ່ວມມືກັບ ສປຊ ໄດ້ປະກອບສ່ວນປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດຂອງປະເທດ-ຂອງຊາດ ຫວຽດນາມ, ໂດຍສະເພາະແມ່ນຮັກສາ, ປັບປຸງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດ; ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະປະກອບສ່ວນຍົກສູງຖານະບົດບາດ, ຮູບພາບຂອງຫວຽດນາມ ໃນເວທີສາກົນ; ພ້ອມທັງເຮັດໃຫ້ການພົວພັນຂອງຫວຽດນາມ ກັບປະເທດ, ຄູ່ຮ່ວມມືຫຼັກແຫຼ່ງ ແລະເພື່ອນມິດຕ່າງໆໃຫ້ເລິກເຊິ່ງກວ່າ, ຍາດແຍ່ງເອົາແຫຼ່ງກຳລັງສຳຄັນເພື່ອມາຮັບໃຊ້ກິດຈະການພັດທະນາປະເທດ.

ຫວຽດນາມ ແລະ ສປຊ ພວມຕັ້ງໜ້າຜັນຂະຫຍາຍແຜນການຍຸດທະສາດລວມ ໄລຍະ 2017-2021 ໃນຂອບຂໍ້ລິເລີ່ມຂອງ ສປຊ ທີ່ໄດ້ເຊັນໃນເດືອນ ກໍລະກົດ 2017. ໂຄງການນີ້ໄດ້ສຸມໃສ່ເປົ້າໝາຍໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 2016-2020 ແລະບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs).

ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດຈົນມາຮອດປະຈຸບັນ, ບັນດາອົງການຈັດຕັ້ງຂອງ ສປຊ ທີ່ປະຈຳຢູ່ ຫວຽດນາມ, ພິເສດແມ່ນອົງການອະນາໄມໂລກ (WHO) ໄດ້ໜູນຊ່ວຍຫວຽດນາມ ໃນ 5 ຂົງເຂດ, ລວມມີ: ກະກຽມດ້ານການແພດສາທາລະນະໂດຍດ່ວນ; ຕິດຕາມກວດກາ, ຕີລາຄາຄວາມສ່ຽງ; ຫ້ອງທົດລອງ; ຄວບຄຸມ ແລະສະກັດກັ້ນການລະບາດ ແລະຄຸ້ມຄອງທາງຄຼີນິກ; ສື່ສານດ້ານຄວາມສ່ຽງ. ຄຽງຂ້າງກັນນັ້ນ, ບັນດາອົງການຈັດຕັ້ງ ສປຊ ກໍ່ຍົກອອກຄຳແນະນຳປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເດັກນ້ອຍ, ຜູ້ອອກແຮງງານ ແລະທົ່ວສັງຄົມ, ພ້ອມທັງມີສອງບົດລາຍງານສັງລວມຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ຢູ່ຫວຽດນາມ ແລະຂໍ້ສະເໜີແນະມາດຕະການຮັບມື.

ສຳລັບຫວຽດນາມ ແມ່ນສືບຕໍ່ຕັ້ງໜ້າເຂົ້າຄວາມມານະພະຍາຍາມລວມຂອງ ສປຊ ໃນການແກ້ໄຂບັນຫາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ, ຊຸກຍູ້ສິດທິມະນຸດ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມປຶກສາຫາລື ແລະເຊັນສັນຍາຫ້າມອາວຸດນິວເຄຼຍ 2018 ແລະແມ່ນປະເທດທີ 10 ທີ່ໃຫ້ສັດຕະຍາບັນສັນຍາສະບັບນີ້.

ໃນຂົງເຂດຮັກສາສັນຕິພາບ ສປຊ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານຫວຽດນາມ ກວ່າ 240 ເທື່ອຄົນໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້, ສ. ອາຟະລິກາກາງ ແລະກົມຮັກສາສັນຕິພາບຢູ່ສຳນັກງານ ສປຊ; ຜັນຂະຫຍາຍໂຮງໝໍກາງສະໜາມ ຂັ້ນ 2 ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ 3 ຄັ້ງ. ພິເສດ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາຜູ້ຍິງເຂົ້າຮ່ວມສູງສຸດໃນຈຳນວນປະເທດທີ່ຈັດສົ່ງກຳລັງໄປຄະນະປະຕິບັດງານຕ່າງໆ.

ພາຍຫຼັງໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ໃນຖານະຕ່ໍາແໜ່ງນີ້, ຫວຽດນາມ ເສີມຂະຫຍາຍໄດ້ບົດບາດ, ເປັນເຈົ້າ ການ ແລະຕັ້ງໜ້າປະກອບສ່ວນເຂົ້າຮ່ວມວຽກງານລວມຂອງສະພາຄວາມໝັ້ນຄົງບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ຮັບຜິດຊອບ ແລະມີຄວາມສະເໝີພາບ; ປະກອບ ສ່ວນຢ່າງແທດຈິງເຂົ້າວິວັດການປຶກສາຫາລື, ຊອກຫາມາດຕະການ, ຕອບສະໜອງຄວາມເອົາໃຈໃສ່ລວມຂອງປະຊາຄົມສາກົນ; ຊຸກຍູ້ການພົວພັນສອງຝ່າຍກັບປະເທດສະມາຊິກສະພາຄວາມໝັ້ນຄົງ ແລະເສີມຂະຫຍາຍ “ບົດບາດຄວບຄູ່”: ສະມາຊິກບໍ່ຖາວອນຄວາມໝັ້ນຄົງ ສປຊ ແລະປະທານອາຊຽນ 2020. ຫວຽດນາມ ສືບຕໍ່ຮ່ວມມືຢ່າງຕັ້ງໜ້າກັບກົນໄກ ສປຊ ກ່ຽວກັບສິດທິມະນຸດ, ປົກປ້ອງບົດລາຍງານແຫ່ງຊາດຕາມກົນໄກກວດກາປະຈຳໄລຍະທົ່ວໄປ (UPR) ແລະບົດລາຍງານປະຕິບັດສົນທິສັນຍາສາກົນວ່າດ້ວຍສິດທິມະນຸດ ເຊິ່ງຫວຽດນາມ ແມ່ນສະມາຊິກ, ພ້ອມທັງພວມອອກສະໝັກເລືອກຕັ້ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ກໍ່ຕ້ອງເຕື້ອງເຖິງການສົມທົບເປັນຢ່າງດີລະຫວ່າງຫວຽດນາມ ແລະ ສປຊ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ໃນນັ້ນຫວຽດນາມ ໄດ້ສະເໜີມະຕິວ່າດ້ວຍການຖືເອົາວັນທີ 27 ທັນວາ ຂອງທຸກປີເປັນວັນສາກົນປ້ອງກັນ, ຕ້ານໂລກລະບາດ ແລະສະພາຄວາມໝັ້ນຄົງ ສປຊ ກໍ່ໄດ້ຮັບຮອງເອົາ. ຫວຽດນາມ ກໍ່ໄດ້ປະກອບເງິນຈຳນວນ 50.000 ໂດລາສະຫະລັດ ໃຫ້ກອງທຶນຮັບມືກັບພະຍາດໂຄວິດ-19 ຂອງ WHO, 500.000 ໂດລາສະຫະລັດ ໃຫ້ແກ່ໂຄງການໂຄແວັກ...

ຫວນຄືນກວ່າ 40 ປີຜ່ານມາ, ຍິ່ງເຫັນຄວາມໝາຍອັນໃຫຍ່ຫຼວງຢ່າງຈະແຈ້ງກວ່າຂອງການຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ນັບແຕ່ໄລຍະສ້າງສາ ແລະຟື້ນຟູປະເທດຫຼັງ ສົງຄາມຮອດໄລຍະມ້າງທ່າປິດລ້ອມຂວ້ຳບາດ ແລະເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງເທື່ອລະກ້າວ. ການພົວພັນຮ່ວມມືດັ່ງກ່າວທັງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງຫວຽດນາມ ໃນແຕ່ລະໄລຍະ, ທັງປະກອບສ່ວນເພີ່ມທະວີບົດບາດ, ທັດສະນະ ແລະຂີດໝາຍປະກອບສ່ວນຂອງຫວຽດນາມ ຢູ່ ສປຊ. ເມື່ອເບິ່ງໄປທີ່ອະນາຄົດ, ໝາກຜົນເຫຼົ່ານ້ີໄດ້ສ້າງເງື່ອນໄຂສະດວກໃຫ້ຄວາມມານະພະຍາຍາມລວມຂອງຫວຽດນາມ ແລະສປຊ ໃນການແກ້ໄຂຂໍ້ຄົງຄ້າງຕ່າງໆ, ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ, ຕັ້ງໜ້າໜູນຊ່ວຍກິດຈະການພັດທະນາປະເທດ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປະກອບສ່ວນຍົກສູງບົດບາດຂອງ ສປຊ ໃນໄລຍະໃໝ່.

ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງຫວັງດັ່ງກ່າວ, ເລື່ອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະດຳເນີນການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແມ່ນເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດ, ອົງການຈັດຕັ້ງສາກົນໃຫ້ເຂົ້າສູ່ລວງເລິກ, ເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ. ຜ່ານສິ່ງດັ່ງກ່າວຍັງເປັນການສົ່ງສານຢູ່ຂັ້ນສູງສຸດໃຫ້ເພື່ອນມິດສາກົນກ່ຽວກັບຮູບພາບປະເທດຫວຽດນາມ ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ຄາດຫວັງພັດທະນາ, ຮັກຫອມສັນຕິພາບ, ເຊີດຊູລັດທິຫຼາຍຝ່າຍ; ເປັນການສະແດງໃຫ້ເຫັນຖານະບົດບາດ, ທີ່ຕັ້ງແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງແທດຈິງເຂົ້າການເຄື່ອນໄຫວຕ່າງໆຂອງ ສປຊ ແລະປະຊາຄົມສາກົນ.

la.qdnd.vn

ເຫດການ
302 Found

Found

The document has moved here.