ສ.ສ ຫວຽດນາມ - ລາວ ຕັ້ງເປົ້າຫມາຍບຸກທະລຸ ເພີ່ມມູນຄ່າການຄ້າ 10% ພາຍໃນປີ 2019.

00:54 | 13/05/2019

ຍສໝ - ໃນກອງປະຊຸມ ກຳມະການຮ່ວມມື ຫວຽດນາມ - ລາວ ຄັ້ງທີ 41, ທັງສອງຝ່າຍຈະສູ້ຊົນເພີ່ມມູນຄ່າການຄ້າ ສອງຝ່າຍ ບໍ່ໃຫ້ຫຼຸດ 10% ໃນປີ 2019.

ສ.ສ ຫວຽດນາມ - ລາວ ຕັ້ງເປົ້າຫມາຍບຸກທະລຸ ເພີ່ມມູນຄ່າການຄ້າ 10% ພາຍໃນປີ 2019.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫງວ໋ຽນ ຊົນຟຸກ.

ໃນວັນທີ 6 ມັງກອນນີ້, ຢູ່ທີ່ຮ່າໂນ້ຍ, ກອງປະຊຸມກຳມະການ ຮ່ວມມື ຫວຽດນາມ-ລາວ ຄັ້ງທີ 41 ໂດຍ ທ່ານ ຫງວ໋ຽນ ຊົນຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນປະທານ, ພາຍໃນກອງປະຊຸມ ມີຜູ້ຕາງຫນ້າຈາກ 30 ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ສ.ສ ຫວຽດນາມ - ລາວ ຕັ້ງເປົ້າຫມາຍບຸກທະລຸ ເພີ່ມມູນຄ່າການຄ້າ 10% ພາຍໃນປີ 2019.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ກ່າວທີ່ກອງປະຊຸມ.

ທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ໄດ້ກ່າວຕ້ອນຮັບ ນາຍົກລັດຖະມົນຕີທອງລຸນ ສີສຸລິດ ພ້ອມຄະນະຜູ້ແທນລັດຖະບານລາວ ໃນການເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະແດງຄວາມຍິນດີ ຕໍ່ການພັດທະນາ ອັນຕັ້ງໜ້າ ຂອງມູນເຊື່ອມິດຕະພາບອັນເກົ່າແກ່, ການຮ່ວມມືຢ່າງກວ້າງຂວາງ ລະຫວ່າງ ຫວຽດນາມ-ລາວ ໃນໄລຍະຜ່ານມາໃນທຸກຂົງເຂດ.

ສ.ສ ຫວຽດນາມ - ລາວ ຕັ້ງເປົ້າຫມາຍບຸກທະລຸ ເພີ່ມມູນຄ່າການຄ້າ 10% ພາຍໃນປີ 2019.

ທ່ານນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫງວ໋ຽນ ຊົນຟຸກ ກ່າວທີ່ກອງປະຊຸມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເນັ້ນຫນັກວ່າ: ໃນສະພາບການຂອງໂລກ ແລະ ພາກພື້ນ ໃນປີ 2018 ຜັນແປສັບສົນແລະບໍ່ແນ່ນອນ, ບົນຈິດໃຈແຫ່ງສາຍສໍາພັນປອງດອງສອງຝ່າຍ ໄດ້ແບ່ງປັນ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ອຸ້ມຊູຍູ້ໜູນເຊິ່ງກັນ ແລະ ກັນ ໃນກອງປະຊຸມພາກພື້ນແລະສາກົນ; ສືບຕໍ່ປັງປຸງປ່ຽນແປງວິທີຈັດຕັ້ງປະຕິບັດ, ຍົກສູງປະສິດທິພາບດ້ານການຮ່ວມມື, ເຮັດໃຫ້ການພົວພັນ ລະຫວ່າງ ສອງປະເທດມີຄວາມເລິກເຊິ່ງ, ມີປະສິດທິພາບສູງ ແລະນັ ບມື້ນັບຈະເລີນຮຸ່ງເຮືອງ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານທອງລຸນ ສີສຸລິດ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄມຕີຈິດ ຂອງນາຍົກລັດຖະມົນຕີ ຫງ໋ວຽນ ຊົນຟຸກ ແລະ ລັດຖະບານຫວຽດນາມ ພ້ອມທັງ ສະແດງຄວາມຍິນດີຕໍ່ ກັບ ໝາກຜົນກໍ່ຄືຜົນສໍາເລັດ ດ້ານເສດຖະກິດ-ສັງຄົມ ຂອງ ຫວຽດນາມ ບັນລຸໄດ້ ຢ່າງໜ້າເພິ່ງພໍໃຈໃນປີ 2018ຜ່ານມາ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕີລາຄາສູງ ຜົນສໍາເລັດຂອງການຮ່ວມມື ອັນແຫນ້ນແຟ້ນ ລະຫວ່າງ ສອງປະເທດ, ສະແດງຄວາມເຊື່ອຫມັ້ນວ່າກອງປະຊຸມນີ້ ຈະສ້າງແຮງບັນດານໃຈ, ເຮັດໃຫ້ການຮ່ວມມື ລະຫວ່າງ ສອງປະເທດ ປະກົດຜົນເປັນຈິງ ແລະ ມີປະສິດທິຜົນ, ປະກອບສ່ວນໃສ່ການສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ.

ສອງຝ່າຍມີຄວາມເພິ່ງພໍໃຈ ຕໍ່ກັບຜົນໄດ້ຮັບຂອງການຈັດຕັ້ງປະຕິບັດ ບັນດາແຜນການ-ການຮ່ວມມື ລະຫວ່າງ ສອງລັດຖະບານໃນປີ 2018 ໃນທຸກໆຂົງເຂດ, ຕໍ່ຈາກນັ້ນ ການພົວພັນດ້ານການເມືອງ - ການຕ່າງປະເທດ ນັບມື້ມີຄວາມເຂັ້ມແຂງ ແລະ ມີຄວາມເຊື່ອຫມັ້ນຫລາຍຂຶ້ນ; ການຮ່ວມມືດ້ານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ ປະກອບສ່ວນເຂົ້າໃນການສ້າງຄວາມໝັ້ນຄົງ ດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຂອງສອງຊາດ; ການຮ່ວມມືທາງດ້ານເສດຖະກິດ ມີບາດກ້າວຂະຫຍາຍຕົວອັນຕັ້ງໜ້າ, ມີຫຼາຍກວ່າ 400 ໂຄງການ ຂອງວິສາຫະກິດຫວຽດນາມ ທີ່ມີທຶນຈົດທະບຽນ ທັງຫມົດເຖິງ 4,1 ຕື້ໂດລາສະຫະລັດ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ, ເສດຖະກິດການຄ້າສອງຝ່າຍໄດ້ບັນລຸຫຼາຍກວ່າ 1 ຕື້ໂດລາສະຫະລັດ ໃນປີ 2018, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2017, ໂຄງການເຊື່ອມຕໍ່ດ້ານຄົມມະນາຄົມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ; ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ ໄດ້ຮັບການເສີມຂະຫຍາຍ, ທຶນການສຶກສາ ຂອງ ຫວຽດນາມມອບໃຫ້ປະເທດລາວ ໄດ້ເພີ່ມຂຶ້ນ, ເຮັດໃຫ້ຈໍານວນນັກຮຽນລາວໃນປະເທດ ສສ ຫວຽດນາມເພີ່ມຂຶ້ນເປັນປະມານ 14.200 ຄົນ.

ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບໃນການຊີ້ນໍາການຮ່ວມມືໃນປີ 2019, ໃນນັ້ນ ສຸມໃສ່ການສືບຕໍ່ເສີມຂະຫຍາຍບົດບາດການຮ່ວມມື ດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ແລະ ຄວາມສະຫງົບ; ເສີມຂະຫຍາຍການແລກປ່ຽນປະສົບການໃນການພັດທະນານະໂຍບາຍ ຄວາມຫມັ້ນຄົງ ດ້ານເສດຖະກິດມະຫາພາກ ແລະ ການພັດທະນາແບບຍືນຍົງ; ປັບປຸງຍົກສູງການເຊື່ອມຕໍ່ ແລະ ຊ່ວຍເຫຼືອກັນ ດ້ານເສດຖະກິດ, ໂດຍສະເພາະໃນຂະແຫນງການຂົນສົ່ງແລະພະລັງງານ; ປະສານສົມທົບກັບການທົບທວນ ແລະ ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ-ລົງທືນ, ສ້າງພື້ນຖານໂຄງລ່າງ ເຊື່ອມຕໍ່ການຄົມມະນາຄົມ, ສ້າງເງື່ອນໄຂທີ່ດີໃຫ້ນັກທຸລະກິດ, ສູ້ຊົນສ້າງມູນຄ່າດ້ານການນຳເຂົ້າສົ່ງອອກ ກໍ່ຄືດ້ານການຄ້າທັງສອງຝ່າຍໃນປີ 2019 ບໍ່ຫຼຸດ 10%; ສືບຕໍ່ໃຫ້ບູລິມະສິດ ແລະ ສົ່ງເສີມການປັບປຸງຄຸນນະພາບຂອງການຮ່ວມມື ດ້ານການສຶກສາ - ບຳລຸງສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ. ນັບທັງການນໍາເອົາເນື້ອໃນ ຂອງ ປະຫວັດສາດສາຍພົວພັນພິເສດຂອງຫວຽດນາມ - ລາວ ເຂົ້າສອນຢູ່ໃນໂຮງຮຽນຂອງທັງສອງປະເທດ; ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຂອງສອງປະເທດ ສືບຕໍ່ສົ່ງເສີມການແລກປ່ຽນ ແລະ ການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດວັດທະນະທໍາ, ວິທະຍາສາດ, ສັງຄົມ, ຂໍ້ມູນຂ່າວສານ, ການສື່ສານມວນຊົນ, ກິລາ, ສາທາລະນະສຸກ, ວຽກງານພາຍໃນ, ຍຸດຕິທຳ...

ບົນພື້ນຖານແຫ່ງຄວາມເຊື່ອຫມັ້ນພິເສດ, ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບ ຈະສືບຕໍ່ພົວພັນຢ່າງໃກ້ຊິດ, ອູ້ມຊູຍູ້ໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ,ຮ່ວມກັນສູ້ຊົນເພື່ອເລັ່ງຂະບວນການການຮ່ວມມື ແລະ ເຊື່ອມໂຍງກັບ ປະຊາຄົມອາຊຽນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ບົດບາດແກນກາງ ແລະ ສຽງເວົ້າລວມ ຂອງອາຊຽນ ໃນບັນຫາທະເລຈີນໃຕ້; ເຫັນດີເປັນເອກກະພາບຮ່ວມມືກັນໃນການຄຸ້ມຄອງ ແລະ ນໍາໃຊ້ຢ່າງມີປະສິດທິຜົນ ຊັບພະຍາກອນແຫຼ່ງນ້ໍາ ຈາກແມ່ນ້ໍາຂອງ. ລາວຢືນຢັນສະຫນັບສະຫນູນ ຫວຽດນາມ ຈະເຂົ້າເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງ ແຫ່ງສະຫະປະຊາຊາດ ປີ 2020-2021.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ໄດ້ເນັ້ນຫນັກວ່າ: ພາຍຫຼັງກອງປະຊຸມນີ້, ລັດຖະບານຫວຽດນາມຈະຊີ້ນໍາຢ່າງຕັ້ງຫນ້າ ໃຫ້ບັນດາກະຊວງ, ຂະແຫນງ, ທ້ອງຖິ່ນ, ວິສາຫະກິດ ແລະຫນ່ວຍງານ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງໃກ້ຊິດ ກັບ ຄູ່ຮ່ວມງານ ຄື ສປປ ລາວ, ເລີ່ມລົງມືປະຕິບັດຢ່າງປະສິດທິຜົນ ບັດດາມະຕິຕົກລົງທີ່ຫາກໍ່ເຊັນລົງນາມຮ່ວມກັນ.

ທັດຈາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ທ່ານ ຫງ໋ວຽນຊົນຟຸກ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມພິທີເບັນສັກຂີພະຍານໃນການເຊັນບົດບັນທືກສັນຍາ ເຊິ່ງລວມມີ: (1) ສັນຍາ ວ່າດ້ວຍ ການຮ່ວມມື ລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານລາວ ໃນປີ 2019;(2) ບົດບັນທຶກ ກອງປະຊຸມ ຄະນະກຳມະການຮ່ວມມື ສອງຝ່າຍ ລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານລາວ ຄັ້ງທີ 41; (3) ສັນຍາ ວ່າດ້ວຍການຊ່ວຍເຫຼືອແນວພັນເຂົ້າ ຂອງລັດຖະບານ ຫວຽດນາມ ມອບໃຫ້ ລັດຖະບານລາວ ຈຳນວນ 300 ໂຕນ;(4) ສັນຍາວ່າດ້ວຍ ແຜນການຮ່ວມມືດ້ານການສຶກສາ ປີ 2019 ລະຫວ່າງ ກະຊວງກສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ;(5) ບົດບັນທຶກການ ມອບ - ຮັບ ໂຄງການ ວິທະຍຸກະຈາຍສຽງ ແລະ ໂທລະພາບ ຢູ່ ແຂວງສະຫວັນນະເຂດ, ສປປ ລາວ;(6) ບົດບັນທຶກການ ມອບ-ຮັບ ໂຄງການ ສ້າງພະແນກພາສາຫວຽດນາມ ຢູ່ ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລຈຳປາສັກ, ຫໍພັກນັກສຶກສາຕ່າງປະເທດຢູ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ - ຫວຽດນາມສາຂາ 2.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.