![]() |
ພິທີມອບ-ຮັບຮູບເງົາ "70 ປີ ແຫ່ງງການພັດທະນາ ແລະ ຄວາມເຂັ້ມແຂງພາຍໃຕ້ຄັນທຸງຂອງພັກ" ໃຫ້ແກ່ກອງທັບປະຊາຊົນລາວ.
ກ່າວຄໍາເຫັນທີ່ພິທີງານດັ່ງກ່າວ, ພັນເອກ ຟ້າມ ຕຽນ ເກື່ອງ, ຜູ້ອໍານວຍການຮູບເງົາຂອງກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ກ່ຽວກັບຮູບເງົາຂອງກອງທັບປະຊາຊົນຫວຽດນາມໄດ້ປະສານສົມທົບກັບກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຜະລິດຮູບເງົາທີ່ມີຊື່ເລື່ອງວ່າ: "70 ປີ ແຫ່ງງການພັດທະນາ ແລະ ຄວາມເຂັ້ມແຂງພາຍໃຕ້ຄັນທຸງຂອງພັກ". ການເຄື່ອນໄຫວນີ້ແມ່ນສ່ວນຫນຶ່ງຂອງວຽກງານການຮ່ວມມື ລະຫວ່າງ ສອງກອງທັບ ຄືກອງທັບປະຊາຊົນຫວຽດນາມ ແລະ ລາວ ເວົ້າລວມ, ລະຫວ່າງ ກົມໃຫຍ່ການເມືອງກອງທັບປະຊາຊົນຂອງສອງປະເທດເວົ້າສະເພາະ, ເພື່ອຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງພັກ, ລັດ, ປະຊາຊົນ ແລະ ກອງທັບຂອງສອງປະເທດຫວຽດນາມ ແລະ ລາວ.
ພາຍໃຕ້ການເປັນສັກຂິພະຍານຂອງ ທ່ານພົນໂທ ສອນທອງ ໂພມລາວົງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ທ່ານ ພັນເອກ ຕ່າວ ວັນ ຖາຍ, ທູດທະຫານຫວຽດນາມ ປະຈໍາ ສປປ ລາວ ໄດ້ຮັບການມອບສິດຈາກ ທ່ານ ພົນໂທ ເລືອງ ເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າມອບຂອງຂວັນໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ປະກອບມີຄອມພິວເຕີຕັ້ງໂຕະ 35 ຊຸດ, ເຄື່ອງພິມເອກສານເລເຊີ 35 ຊຸດ, ເຄື່ອງເຄື່ອງສາຍ(ໂປເຈັກເຕີ້) 25 ຊຸດ ແລະ ຄອມພິວເຕີ ແລັບທ໋ອບ 25 ເຄື່ອງ.
ທ່ານ ຕ່າວ ວັນ ຖາຍ ກ່າວວ່າ: ໃນໂອກາດນີ້, ກອງທັບປະຊາຊົນຫວຽດນາມ ມີຄວາມຫວັງວ່າ ເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ຝຶກອົບຮົມ ທິດສະດີການເມືອງໃຫ້ແກ່ພະນັກງານ, ນັກຮົບກອງທັບປະຊາຊົນລາວ, ນຳໃຊ້ເຂົ້າໃນໜ້າທີ່ ສ້າງສາ ແລະ ປ້ອງກັນປະເທດຊາດໃນສະຖານະການໃຫມ່.
ທ່ານ ພັນເອກ ຟ້າມ ຕຽນ ເກື່ອງ ຢືນຢັນວ່າ: ການປະສານສົມທົບອັນໃກ້ຊິດ ລະຫວ່າງ ຮູບເງົາກອງທັບປະຊາຊົນຫວຽດນາມ ແລະ ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ພາຍຫຼັງໄດ້ຮັບການຈັດຕັ້ງປະຕິບັດໃນເວລາຫ້າເດືອນ, ມາຮອດປະຈຸບັນຮູບເງົາຊຸດນີ້ໄດ້ສໍາເລັດແລ້ວ. ຮູບເງົາຊຸດນີ້ຈະສ່ອງແສງໃຫ້ເຫັນເຖິງປະຫວັດສາດ 70 ປີ ແຫ່ງການສ້າງສາ, ການເຕີບໂຕ, ການຕໍ່ສູ້ ແລະ ການຮັບໄຊຊະນະຂອງກອງທັບປະຊາຊົນລາວ, ໃນຂະບວນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດໃນອະດີດ, ກໍ່ຄືໃນການສ້າງສາ, ພັດທະນາປະເທດຊາດໃນໄລຍະປະຈຸບັນ. ໃນໂອກາດຽວກັນ ທ່ານ ພົນຈັດຕະວາ ສາສະໝອນ ສະຫຼັບແສງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ກອງທັບປະຊາຊົນຫວຽດນາມ ໃນການສະຫນັບສະຫນູນ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ກອງທັບປະຊາຊົນລາວຕະຫຼອດມາ.
ໃນນັ້ນ, ກອງທັບປະຊາຊົນຫວຽດນາມ ໄດ້ຊ່ວຍເຫຼືອກອງທັບປະຊາຊົນລາວ ເພື່ອຜະລິດຮູບເງົາເອກກະສານ "70 ປີ ແຫ່ງງການພັດທະນາ ແລະ ຄວາມເຂັ້ມແຂງພາຍໃຕ້ຄັນທຸງຂອງພັກ" ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການປັບປຸງ ແລະ ການກໍ່ສ້າງກໍາລັງກອງທັບປະຊາຊົນລາວ. ດ້ວຍຄວາມຫມາຍດັ່ງກ່າວ, ຮູບເງົາຊຸດນີ້ບໍ່ພຽງແຕ່ຈະໄດ້ເຜີຍແຜ່ໃນທົ່ວກອງທັບເທົ່ານັ້ນ ແຕ່ຍັງຈະເຜີຍແຜ່ທົ່ວປວງຊົນລາວ, ເພື່ອໃຫ້ປະຊາຊົນສາມາດເຂົ້າໃຈຫລາຍກວ່າກ່ຽວກັບມູນເຊຶ້ອດ້ານປະຫວັດສາດອັນສະຫງ່າງາມຂອງ ກໍາລັງປະກອບອາວຸດກອງທັບປະຊາຊົນລາວ, ນັກຮົບປະຕິວັດ ແລະ ມີຄວາມຊື່ສັດຕໍ່ພັກ, ຕໍ່ປະເທດຊາດ, ຮັບໃຊ້ປະຊາຊົນຕະຫຼອດໄປ.
ການປະຕິບັດຕາມຂໍ້ຕົກລົງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງສອງປະເທດ, ໃນຕອນບ່າຍນີ້, ຮູບເງົາເອກກສານເລື່ອງ "70 ປີ ແຫ່ງງການພັດທະນາ ແລະ ຄວາມເຂັ້ມແຂງພາຍໃຕ້ຄັນທຸງຂອງພັກ" ແມ່ນຜະລິດໂດຍ ຜູ້ສ້າງຮູບເງົາຫວຽດນາມ ເປັນຜູ້ສ້າງ ເພື່ອມອບໃຫ້ແກ່ ກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ. ຮູບເງົາຊຸດນີ້ໄດ້ສ່ອງແສງເຖິງຄວາມເປັນມາ, ການຕໍ່ສູ້ ແລະ ການເຕີບໃຫຍ່ຂອງກອງທັບປະຊາຊົນລາວ - ກອງທັບຈາກປະຊາຊົນ, ເພື່ອຮັບໃຊ້ປະຊາຊົນ, ມີຄວາມຊື່ສັດ, ການກຽມພ້ອມໃນການຕໍ່ສູ້ໃນທຸກສະຖານະການ ແລະ ຍອມເສຍສະຫຼະເພື່ອພາລະກິດປົດປ່ອຍຊາດ ແລະ ສ້າງສາປະເທດ.
ຕາງໜ້າໃຫ້ກອງທັບປະຊາຊົນລາວ, ທ່ານ ພົນຈັດຕະວາ ສາສະໝອນ ສະຫຼັບແສງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈຕໍ່ກອງທັບປະຊາຊົນຫວຽດນາມ, ໂດຍສະເພາະແມ່ນທ່ານ ພົນໂທ ເລືອງ ເກື່ອງ ທີ່ໄດ້ມອບຂອງຂວັນອັນມີຄວາມໝາຍໃຫ້ແກ່ ໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ. ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ໄດ້ຢືນຢັນວ່າ: ກອງທັບປະຊາຊົນລາວຈະນໍາໃຊ້ອຸປະກອນເຫຼົ່ານີ້ຢ່າງມີປະສິດທິຜົນໃນວຽກການກໍ່ສ້າງພະນັກງານທາງການເມືອງ, ຮັບປະກັນໃນການກະກຽມທີ່ດີແກ່ການເຕົ້າໂຮມດ້ານແນວຄິດ ແລະ ທິດສະດີ, ຍົກສູງຄວາມຮູ້ຄວາມສາມາດ, ການຮັບຮູ້ຂອງພະນັກງານນັກຮົບໃນດ້ານການເມືອງແນວຄິດ, ເຮັດໃຫ້ຫນ້າທີ່ວຽກງານທັງຫມົດຂອງພັກ, ລັດ ແລະ ປະຊາຊົນ ທີ່ໄດ້ມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງດີເລີດ.
(ໄຊພອນ)