ກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເຮັດວຽກກັບສູນກາງສະຫະພັນກຳມະບານລາວ

09:05 | 23/11/2018

ຫວ່າງແລ້ວນີ້, ໂດຍໄດ້ຮັບຄຳເຊີນຂອງຄະນະໂຄສະນາສຶກສາ, ສູນກາງສະຫະພັນກຳມະບານປະເທດ ສປປ.ລາວ, ຄະນະຜູ້ແທນກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ໂດຍທ່ານ ເຈິ່ນກວາງຮູຍ, ກຳມະການຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ປະທານກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສູນກາງສະຫະພັນກຳມະບານລາວ.

ທ່ານ ປ້ານ ນ້ອຍມະນີ, ກຳມະການສູນກາງພັກ, ປະທານສູນກາງສະຫະພັນກຳມະບານລາວ ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີກ່ຽວກັບກຳມະບານ ແລະສະພາບການຕົວຈິງໃນການຮ່ວມມື - ບຳລຸງສ້າງພະນັກງານກຳມະບານ.

ກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເຮັດວຽກກັບສູນກາງສະຫະພັນກຳມະບານລາວ

ທ່ານ ປ້ານ ນ້ອຍມະນີ ຕ້ອນຮັບ ແລະເຈລະຈາກັບຄະນະກຳມະບານອຸດສາຫະກຳ - ການຄ້າຫວຽດນາມ. (ພາບ: laodong.vn)

ທ່ານ ເຈິ່ນກວາງຮູຍ ເນັ້ນໜັກວ່າ, ບົນພື້ນຖານໂຄງການຮ່ວມມືໃໝ່ໄດ້ລົງນາມລະຫວ່າງສະຫະພັນໃຫຍ່ແຮງງານຫວຽດນາມ ແລະສູນກາງສະຫະພັນກຳມະບານລາວ, ກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ສືບຕໍ່ຮ່ວມມືກັບຄະນະໂຄສະນາສຶກສາສູນກາງສະຫະພັນກຳມະບານລາວ; ພ້ອມທັງຢືນຢັນວ່າກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ກຽມພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນໃນການເຄື່ອນໄຫວກຳມະບານກັບສູນກາງສະຫະພັນກຳມະບານລາວ.

ກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ເຮັດວຽກກັບສູນກາງສະຫະພັນກຳມະບານລາວ

ທ່ານ ເຈິ່ນກວາງຮູຍ ລົງນາມໃນບົດບັນທຶກການປະຊຸມກັບຫົວໜ້າຄະນະໂຄສະນາສຶກສາສູນກາງສະຫະພັນກຳມະບານລາວ. (ພາບ: laodong.vn)

ທີ່ການເຮັດວຽກ, ຄະນະກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ໄດ້ເຈລະຈາ, ແລກປ່ຽນ ແລະເຫັນດີເປັນເອກະພາບກັນລົງນາມໃນບົດບັນທຶກການປະຊຸມດ້ວຍບັນດາເນື້ອໃນພື້ນຖານກ່ຽວກັບ: ສາຍພົວພັນມິດຕະພາບຮ່ວມມືຮອບດ້ານ, ຈັດຕັ້ງການແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານ; ໜູນຊ່ວຍຄ່າໃຊ້ຈ່າຍ, ເຄື່ອງອຸປະກອນ, ພື້ນຖານວັດຖຸ, ຈັດຕັ້ງບັນດາຊຸດບຳລຸງສ້າງໃຫ້ພະນັກງານກຳມະບານ. ກຳມະບານອຸດສາຫະກຳ - ການຄ້າຫວຽດນາມ ແລະສູນກາງສະຫະພັນກຳມະບານລາວໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບນຳກັນກ່ຽວກັບໂຄງການຮ່ວມມື - ບຳລຸງສ້າງໃຫ້ຖັນແຖວຄູອາຈານກຳມະບານລາວ ໃນປີ 2019 ແລະຊຸມປີຕໍ່ໄປ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.