ມື້ນີ້ສະຫາຍ ຫງວ໋ຽນດຶກລອງ ຮອງເລຂາພັກແຂວງ ຕ້ອນຮັບພົບປະ ຄະນະຮັບຜິດຊອບ ກະຊວງພາຍໃນ ສປປ ລາວ ນຳໂດຍ ສະຫາຍ ຄຳມອນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງກ້ວາງນິງ.
![]() |
ຄະນະຮັບຜິດຊອບ ກະຊວງພາຍໃນ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກ້ວາງນິງ.
ທ່ານ ຫງວ໋ຽນດຶກລອງ ຮອງເລຂາພັກແຂວງໆ ກວ້າງນິງ ສະແດງຄວາມຍິນດີຕ້ອນຮັບ ຄະນະຮັບຜິດຊອບ ກະຊວງພາຍໃນ ລາວ ທີ່ມາຢ້ຽມຢາມແຂວງກ້ວາງນິງ. ທີ່ການຕ້ອນຮັບ ການນຳແຂວງໄດ້ ລາຍງານໂດຍຫຍໍ້ສະພາບການຂອງແຂວງໃຫ້ແກ່ຄະນະ ກ່ຽວກັບ ທ່າແຮງ, ຄວາມສາມາດບົ່ມຊ້ອນ, ສະພາບການດ້ານເສດຖະກິດ-ສັງຄົມຂອງແຂວງ ກໍ່ຄື ວຽກງານການຈັດຕັ້ງອົງການບໍລິຫານ ຂອງແຂວງ, ໜ້າທີ່, ບົດບາດ, ສິດ, ໂຄງຮ່າງການຈັດຕັ້ງ, ການເງິນ ຂອງແຂວງກ້ວາງນິງ.
ແລກປ່ຽນບົດຮຽນໃນວຽງງານການຈັດຕັ້ງປະຕິບັດ ພະລະກິດພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ຮອງເລຂາພັກແຂວງໆ ກ້ວາງນິງ ຍັງໄດ້ເນັ້ນໜັກຄວາມຕັດສິນໃຈ ຄວາມມານະພະຍາຍາມຂອງແຂວງ ແລະ ໝາກຜົນໃນການຈັດຕັ້ງປະຕິບັດວຽກງານປັບປຸງການປົກຄອງ ການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິຂອງສູນກາງ ແລະ ຂອງແຂວງ ກ່ຽວກັບ “ ການປ່ຽນແປງວິທີການ, ຍົກລະດັບຄວາມຮັບຄວາມສາມາດຂອງການນຳ ກຳລັງຕໍ່ສູ້ຂອງ ພັກ; ເຮັດໃຫ້ລະບົບປົກຄອງລັດມີຄວາມກະທັດຮັດ”; ດຶງດູດນັກລົງທືນ ແຜນງານກໍ່ຄືໂຄງການອັນສຳຄັນ... ພ້ອມກັນນັ້ນກໍ່ຍັງຍົກໃຫ້ເຫັນເຖິງແຜນການ ແລະ ທິດທາງ ມາດຕະການໃນການແກ້ໄຂ ຂອງແຂວກ້ວາງນິງ ໃນວຽກງານການກໍ່ສ້າງ ພັກ, ກໍ່ສ້າງ ລະບົບການເມືອງ, ການຂັບເຂື່ອນເສດຖະກິດ...
ຈາກນັ້ນຢືນຢັນວ່າ: ສາຍພົວພັນມິດຕະພາບ, ມູນເຊື້ອການຮ່ວມມືລະຫວ່າງສອງຊາດ ຫວຽດນາມ-ລາວ ເວົ້າລວມ ແລະ ລະຫວ່າງແຂວງກ້ວາງນິງ ກັບບັນດາແຂວງຂອງ ສປປ ລາວ ເວົ້າສະເພາະ ໃຫ້ນັບມື້ນັບເພີ່ມຂື້ນ.
![]() |
ທ່ານຮອງເລຂາພັກແຂວງໆ ກວ້າງນິງ ມອບຂອງທີ່ລະນຶກໃຫ້ ແກ່ ການນຳກະຊວງພາຍໃນ ລາວ.
ທ່ານ ຄຳມອນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຂອບໃຈການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ຂອງການນຳ ແຂວງກວ້າງນິງ ພ້ອມກັນນັ້ນ ກໍ່ຕລາຄາສູງ ກ່ຽວກັບຜົນສຳເລັດກໍ່ຄືໝາກຜົນ ຂອງການພັດທະນາເສດຖະກິດ-ສັງຄົມ ແຂວງກ້ວາງນິງ ບັນລຸໄດ້ໃນຫຼາຍປີຜ່ານມາ.
ສະຫາຍ ຄຳມອນ ວິພົງໄຊ ຫວັງເປັນຢ່າງຍິ່ງວ່າການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຂອງຄະນະ ຈະສາມາດເກັບກ່ຽວໄດ້ບົດຮຽນອັນມີຄ່າ ໃນວຽກງານການຄຸ້ມຄອງລັດ, ຈັດຕັ້ງປະຕິບັດພາລະກິດ ສິດໜ້າທີ່, ຈັດຕັ້ງ ຂອງແຂວງກ້ວາງນິງ.
(ຫັດທະບູນ)