ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດນາມ

08:51 | 05/07/2018

ການ​​ເພີ່ມ​ທະວີສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕ້ອນຮັບ ທ່ານ ເລ ວີ້ງເຕີນ ກໍາມະການສູນກາງພັກ ຄອມມູນິດຫວຽດນາມ.

ໃນວັນທີ 4 ກໍລະກົດ 2018, ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເລ ວີ້ງເຕີນ ກໍາມະການສູນກາງພັກ ຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ເລ ວີ້ງເຕີນ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກະຊວງພາຍໃນ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການຮັດແໜ້ນການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງກະ ຊວງພາຍໃນ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ຕະຫລອດໄປ, ທັງເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການ​ເສີມ​ຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ແຕກ​ດອກ​ອອກ​ຜົນຂຶ້ນ​ໄປ​ເລື້ອຍໆ ໃນ​ອະນາຄົດ ​ແລະ ຍາວ​ນານ.

ພ້ອມດຽວກັນນີ້, ທ່ານ ເລ ວີ້ງເຕີນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນ ທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີຊາບ.

ພ້ອມນັ້ນ, ທ່ານ ເລ ວີ້ງເຕີນ ຍັງໄດ້ຢືນຢັນວ່າ ຈະສືບຕໍ່ໃຫ້ການຮ່ວມມື ຊ່ວຍ ເຫລືອໃນດ້ານຕ່າງໆ ແກ່ ສປປ ລາວ ໂດຍສະເພາະ ແມ່ນກະຊວງພາຍໃນຂອງ ສປປ ລາວ ຕໍ່ໄປ ບໍ່ວ່າຈະເປັນວຽກງານຍົກລະດັບ ດ້ານວິຊາສະເພາະ ແລະ ດ້ານເຕັກນິກວິຊາການອື່ນໆ ໃຫ້ມີຄວາມເຂັ້ມແຂງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.